ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ ຜ່ອນຜັນ ການລົງໂທດ ຕໍ່ລີເບຍ


ກອງປະຊຸມຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ກອງປະຊຸມຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດໄດ້ຍົກເລີກການລົງໂທດບາງຢ່າງ
ແລະຜ່ອນຜັນການລົງໂທດອີກຈຳນວນນຶ່ງໃຫ້ແກ່ລີເບຍ ບໍ່ເທົ່າໃດຊົ່ວໂມງຫຼັງຈາກບ່ອນ
ນັ່ງຢູ່ໃນສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຖືກມອບໃຫ້ແກ່ສະພາປົກຄອງໄລ
ຍະຂ້າມຜ່ານແຫ່ງຊາດລີເບຍ.

ສະພາຄວາມໝັ້ນຄົງໄດ້ລົງຄະແນນສຽງຢ່າງເປັນເອກກະສັນ ໃນມື້ວັນສຸກວານນີ້ ໃຫ້
ຍົກເລີກການລົງໂທດທາງດ້ານການເງິນ ຕໍ່ທະນາຄານແລະບໍລິສັດຂອງລີເບຍ ຈຳນວນ
ນຶ່ງ ແລະຜ່ອນຜັນການລົງໂທດອື່ນໆເພື່ອຊ່ອຍໃຫ້ລັດຖະບານຊົ່ວຄາວຂອງລີເບຍມີສະ
ຖຽນລະພາບ ແລະບູລະນະສ້າງສາປະເທດຊາດຄືນໃໝ່.

ນອກນັ້ນແລ້ວສະພາຄວາມໝັ້ນຄົງຍັງໄດ້ໃຫ້ການອະນຸມັດຕໍ່ການສ້າງຕັ້ງສຳນັກງານຜູ້
ຕາງໜ້າຂອງອົງການສະຫະປະຊາຊາດຂຶ້ນໃນລີເບຍ.

ທີ່ນະຄອນຫຼວງຕຣີໂປລີໃນມື້ວານນີ້ ນາຍົກລັດຖະມົນຕີເທີກີ ທ່ານ Recep Tayyip
Erdogan ໄດ້ພົບປະກັບຜູ້ນຳຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ
ທ່ານ Mustafa Abdel Jalil. ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍມີ
ແຜນການທີ່ຈະພົບປະກັບທ່ານ Jalil ໃນອາທິດໜ້າ ຢູ່ນອກກອງປະຊຸມສະມັດຊາໃຫຍ່
ອົງການສະຫະປະຊາຊາດທີ່ນະຄອນນິວຢອກ ເພື່ອສົນທະນາຫາລື ທີ່ທຳນຽບຂາວເວົ້າ
ວ່າຈະເພັ່ງເລັງໃສ່ແຜນການໂອນອຳນາດ ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ
ໃນຍຸກຫຼັງກາດດາຟີ.

ຂະນະດຽວກັນ ພວກນັກລົບທີ່ຈົງຮັກພັກດີຕໍ່ທ່ານ Moammar Gadhafi ໄດ້ຕີໂຕ້
ພວກນັກລົບຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ ໃນມື້ວັນສຸກວານນີ້ ທີ່
ພະຍາຍາມຈະບຸກເຂົ້າໄປຢຶດເອົາທີ່ໝັ້ນຂອງພວກທີ່ຈົງຮັກພັກດີຕໍ່ກາດດາຟີໃນເມືອງ
Sirte ແລະເມືອງ Bani Walid.

ທ່ານ Gadhafi ຢູ່ໃສແທ້ໃນເວລານີ້ແມ່ນບໍ່ມີໃຜຮູ້. ເພື່ອນຮ່ວມງານຫຼາຍໆຄົນແລະ
ສະມາຊິກໃນຄອບຄົວ ຂອງທ່ານຈຳນວນນຶ່ງ ໄດ້ພາກັນຫຼົບໜີໄປຍັງບັນດາປະເທດ
ເພື່ອນບ້ານໃນໄລຍະສອງສາມອາທິດຜ່ານມາ. Niger ກ່າວໃນມື້ວານນີ້ວ່າ ຕົນຈະ
ສືບຕໍ່ຄວບຄຸມໂຕທ້າວ Saadi ລູກຊາຍຂອງ Gadhafi ຕໍ່ໄປແລະຈະບໍ່ສົ່ງໂຕຜູ້ກ່ຽວ
ກັບຄືນໄປລີເບຍ.

XS
SM
MD
LG