ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຕຳຫຼວດສາກົນ ອອກປະກາດຈັບ ທ່ານ Gadhafi


ຕຳຫຼວດສາກົນອອກປະກາດຈັບອະດີດຜູ້ນຳລີເບຍ ທ່ານ Muammar Gadhafi (9 ກັນຍາ 2011)
ຕຳຫຼວດສາກົນອອກປະກາດຈັບອະດີດຜູ້ນຳລີເບຍ ທ່ານ Muammar Gadhafi (9 ກັນຍາ 2011)

ຕຳຫຼວດສາກົນໄດ້ອອກໝາຍຈັບອະດີດຜູ້ນຳລີເບຍທ່ານ Moammar Gadhafi ໃນຂໍ້ຫາ ທ່ານໄດ້ກໍ່ໂທດກຳຕ້ານມະນຸດຊາດ.

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນວັນສຸກມື້ນີ້ຕຳຫຼວດສາກົນເວົ້າວ່າ ຕົນໄດ້
ອອກຄຳສັ່ງສີແດງຫຼືດ່ວນສຸດເພື່ອໃຫ້ຈັບທ່ານ Gadhafi ລູກຊາຍຂອງທ່ານຄືທ້າວ Saif
al-Islam ແລະອະດີດຫົວໜ້າສືບລັບລີເບຍທ່ານ Abdullah al-Senussi ໂດຍຮ້ອງຂໍ
ໃຫ້ປະເທດສະມາຊິກທັງໝົດ 188 ປະເທດຊ່ອຍໃນການຊອກຫາໂຕແລະຈັບກຸມບຸກຄົນ
ທັງ 3.

ເລຂາທິການໃຫຍ່ຂອງອົງການຕຳຫຼວດສາກົນ ທ່ານ Ronald Noble ເອີ້ນ ທ່ານ Ga-
dhafi ວ່າ ເປັນຜູ້ຫຼົບລີ້ໜີກົດໝາຍ ແລະເວົ້າວ່າ ໝາຍຈັບທີ່ອອກໄປນັ້ນ ຈະຊ່ອຍຈຳກັດ ຄວາມສາມາດໃນການຂ້າມຊາຍແດນນາໆຊາດຂອງຜູ້ກ່ຽວ.

ທ່ານ Gadhafi ທີ່ບໍ່ຮູ້ຈັກວ່າຢູ່ໃສໃນເວລານີ້ ໄດ້ທຳການຫຼົບລີ້ນັບແຕ່ພວກນັກລົບຕໍ່ຕ້ານ ອຳນາດການປົກຄອງຂອງທ່ານ ບຸກເຂົ້າໄປໃນນະຄອນຫຼວງຕຣີໂປລີໃນວັນທີ 21 ສິງຫາ
ຜ່ານມາ.

ໃນວັນພະຫັດມື້ວານນີ້ ສະຖານະໂທລະພາບແຫ່ງນຶ່ງຂອງຊີເຣຍ ໄດ້ອອກອາກາດ ຄຳຖະ
ແຫຼງທີ່ອ້າງວ່າເປັນຂອງທ່ານ Gadhafi ທີ່ໄດ້ປະຕິເສດຕໍ່ລາຍງານຂ່າວທີ່ວ່າທ່ານອາດໄດ້
ຫຼົບໜີເຂົ້າໄປໃນປະເທດ Niger ທີ່ເປັນເພື່ອນບ້ານ. ທ່ານ Gadhafi ກ່າວວ່າກຳລັງຂອງ
ທ່ານຍັງສາມາດທຳການໂຈມຕີ ພວກນັກລົບຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດ
ທີ່ທ່ານເອີ້ນວ່າ ໜູ ເຊື້ອໂຣກ ແລະຄົນຊົ່ວຊ້ານັ້ນ.

ຂະນະດຽວກັນ ຜູ້ນຳລັດຖະບານຊົ່ວຄາວຂອງລີເບຍ ກ່າວວ່າ ການສູ້ລົບ ເພື່ອປົດປ່ອຍປະ ເທດຍັງບໍ່ທັນແລ້ວສຳເລັດເທື່ອ ແລະເວົ້າວ່າ ປະເທດຊາດຕ້ອງໄດ້ຮວມເຂົ້າເປັນອັນນຶ່ງອັນ
ດຽວກັນ ເພື່ອວ່າຈະໄດ້ບູລະນະສ້າງສາລຸນຫຼັງສົງຄາມກາງເມືອງເປັນເວລາ 6 ເດືອນ.

ໃນການກ່າວຄຳປາໄສ ທີ່ສຳຄັນເທື່ອທຳອິດ ຢູ່ນະຄອນຫຼວງຕຣີໂປລີໃນວັນພະຫັດວານນີ້ ຜູ້ນຳສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍທ່ານ Mahmoud Jibril ກ່າວວ່າມີ
ບາງຫົວເມືອງຢູ່ໃນພາກໃຕ້ລີເບຍ ຍັງຢູ່ໃນກຳມືຂອງກຳລັງທີ່ ຈົງຮັກພັກດີຕໍ່ທ່ານ Moam-
mar Gadhafi ຜູ້ນຳທີ່ຖືກຂັບໄລ່ອອກຈາກອຳນາດແລ້ວນັ້ນ. ທ່ານເວົ້າວ່າລັດຖະບານຊຸດ ໃໝ່ຈະມີການສ້າງຕັ້ງຂຶ້ນມາກໍຕໍ່ເມື່ອເວລາໃດການສູ້ລົບກັນໄດ້ຍຸດຕິລົງ ແລະທົ່ວທັງປະເທດ
ໄດ້ຮັບການປົດປ່ອຍ.

XS
SM
MD
LG