ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Gadhafi ປະຕິເສດຂ່າວ ທ່ານໄປລີ້ໄພ ຢູ່ Niger (ເບິ່ງວີດີໂອ)


ຮູບທ່ານ Moammar Gadhafi ຈາກໂທລະພາບຊີເຣຍ (8 ກັນຍາ 2011)
ຮູບທ່ານ Moammar Gadhafi ຈາກໂທລະພາບຊີເຣຍ (8 ກັນຍາ 2011)

ສະຖານີໂທລະພາບແຫ່ງນຶ່ງຂອງຊີເຣຍ ໄດ້ອອກອາກາດຄຳຖະແຫຼງທີ່ອ້າງວ່າ ເປັນຂອງຜູ້ ນຳລີເບຍທີ່ຖືກໂຄ່ນລົງຈາກອຳນາດ ທ່ານ Moammar Gadhafi ທີ່ປະຕິເສດຕໍ່ລາຍງານ
ຂ່າວທີ່ວ່າ ທ່ານໄດ້ຫຼົບໜີຈາກລີເບຍ ໃນຂະບວນລົດ ໄປຍັງ Niger ທີ່ເປັນປະເທດເພື່ອນ
ບ້ານນັ້ນ.

ໃນຄຳຖະແຫຼງທີ່ອອກອາກາດທາງໂທລະພາບ Al-Rai ໃນວັນພະຫັດມື້ນີ້ ທ່ານ Gadhafi
ເອີ້ນລາຍງານຂ່າວນັ້ນວ່າ “ຂີ້ຕົວະ” ເພື່ອແນໃສ່ທຳລາຍຂວັນແລະກ່າວຢືນຢັດວ່າທ່ານຍັງຢູ່
ໃນປະເທດລີເບຍ. ທ່ານເວົ້າວ່າ ພວກສະໜັບສະໜຸນທ່ານ ຈະຊະນະອົງການເນໂຕ້ ແລະ ພ້ອມແລ້ວທີ່ຈະສູ້ລົບກັບກຳລັງຂອງອຳນາດປົກຄອງຊົ່ວຄາວທີ່ນະຄອນຫຼວງຕຣີໂປລີ.

ສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດຫຼື NTC ໄດ້ສົ່ງທູດພິເສດໄປ Niger ໃນຄວາມ ພະຍາຍາມເພື່ອປ້ອງກັນບໍ່ໃຫ້ Gadhafi ແລະຜູ້ຕິດຕາມຫຼົບໜີການດຳເນີນຄະດີຂ້າມຊາຍ ແດນເຂົ້າໄປໃນປະເທດດັ່ງກ່າວ. ບໍ່ມີໃຜຮູ້ຈັກວ່າທ່ານ Gadhafi ຢູ່ໃສແທ້ໃນເວລານີ້ແລະ
ລັດຖະບານ Niger ກໍ​ໄດ້ໃຫ້ການຢືນຢັນວ່າ ອະດີດຜູ້ນຳຂອງລີເບຍບໍ່ໄດ້ຢູ່ໃນປະເທດຕົນ.

ເຈົ້າໜ້າທີ່ Niger ກ່າວວ່າ ຕົນໄດ້ດຳເນີນການ​ໄປ ຕາມການປຶກສາຫາລືກັບສະພາ NTC
ແລະວ່າ ການຂ້າມຊາຍແດນຂອງຂະບວນລົດລີເບຍເມື່ອໄວໆມານີ້ ແມ່ນນ້ອຍກວ່າທີ່ໄດ້ມີ
ການລາຍງານໄປນັ້ນ.

ຂະນະດຽວກັນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ກ່າວ
ໃນວັນພະຫັດມື້ນີ້ວ່າ ຂັ້ນຕອນໃນການໂອນອຳນາດຢູ່ໃນລີເບຍ ບໍ່ສາມາດທີ່ຈະຖອຍຄືນຫຼັງ
ໄດ້ ແລະອົງການສະຫະປະຊາຊາດຈະສືບຕໍ່ໃຫ້ການຊ່ອຍເຫຼືອແກ່ປະຊາຊົນລີເບຍ ເພື່ອໃຫ້ ບັນລຸຄວາມໄຝ່ຝັນຂອງພວກເຂົາເຈົ້າທີ່ ຢາກມີສິດທິມະນຸດແລະປະຊາທິປະໄຕນັ້ນ.

XS
SM
MD
LG