ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລີເບຍ ຢຶດໄດ້ທີ່ໝັ້ນ ຂອງກາດດາຟີ ຫຼາຍໆບ່ອນ


ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍ ພວມພາກັນສະຫຼອງໄຊຊະນະ
ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍ ພວມພາກັນສະຫຼອງໄຊຊະນະ

ລັດຖະບານຊົ່ວຄາວຂອງລີເບຍກ່າວວ່າ ຕົນໄດ້ເຂົ້າຄວບຄຸມຫຼາຍໆຫົວເມືອງໃນເຂດທະເລ
ຊາຍທາງພາກໃຕ້ຂອງປະເທດຮວມທັງຫົວເມືອງໂອເອຊິສ Sabha ຊຶ່ງເປັນນຶ່ງໃນບັນດາ
ທີ່ໝັ້ນທີ່ຍັງເຫຼືອຢູ່ບໍ່ເທົ່າໃດແຫ່ງ ຂອງອະດີດຜູ້ ນຳທ່ານ Moammar Gadhafi.

ສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຂອງລີເບຍກ່າວໃນວັນພະຫັດວານນີ້ວ່າ ນອກ
ນັ້ນ ຕົນຍັງໄດ້ເຂົ້າຄວບຄຸມເມືອງ Jufra ທີ່ຕັ້ງຢູ່ທາງກໍ້າຕາເວັນອອກສຽງເໜືອຂອງເມືອງ
Sabha ແລະເມືອງ Sokna ເມືອງ Waddan ແລະ ເມືອງ Houn ທີ່ຕັ້ງຢູ່ໃກ້ຄຽງນັ້ນ.

ພວກນັກລົບຂອງລັດຖະບານຊົ່ວຄາວພວມທຳການສູ້ລົບຢ່າງໜັກເພື່ອເຂົ້າຢຶດເອົາທີ່ໝັ້ນທີ່
ມີຂະໜາດໃຫຍ່ກວ່າແລະຕັ້ງຢູ່ທາງເໜືອຂຶ້ນມາ ຄືເມືອງ Bani Walid ແລະເມືອງ Sirte
ຊຶ່ງເປັນບ້ານເກີດຂອງທ່ານ Gadhafi. ກຳລັງຂອງ ສະພາປົກຄອງໃນໄລຍະຂ້າມຜ່ານໄດ້
ຮັບການຕ້ານຢັນຢ່າງແຂງຂັນຕໍ່ກຳລັງປະກອບອາວຸດທີ່ຈົງຮັກພັກດີຕໍ່ທ່ານ Gadhafi ຢູ່ໃນ
ທັງສອງເມືອງ.

XS
SM
MD
LG