ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ເປີດສະຖານທູດຄືນ ທີ່ກຸງຕຣີໂປລີ


ພວກນັກລົບຂອງກຳລັງປະຕິວັດ ຍິງປືນໃຫຍ່ໂຈມຕີກຳລັງນີຍົມກາດດາຟີ ຈາກເຂດຊານເມືອງກໍ້າຕາເວັນຕົກ ຂອງເມືອງ Sirte (21 ກັນຍາ 2011)
ພວກນັກລົບຂອງກຳລັງປະຕິວັດ ຍິງປືນໃຫຍ່ໂຈມຕີກຳລັງນີຍົມກາດດາຟີ ຈາກເຂດຊານເມືອງກໍ້າຕາເວັນຕົກ ຂອງເມືອງ Sirte (21 ກັນຍາ 2011)

ສະຫະລັດພວມກະກຽມທີ່ຈະເປີດສະຖານທູດຂອງຕົນຄືນໃໝ່ ທີ່ນະຄອນຫຼວງຕຣີໂປລີຂອງ
ລີເບຍ ຂະນະທີ່ອົງການເນໂຕ້ກ່າວວ່າ ຕົນຈະຕໍ່ອາຍຸການປະຕິບັດງານຂອງຕົນຢູ່ໃນລີເບຍ
ຕື່ມອີກ 3 ເດືອນ.

ເອກອັກຄະລັດຖະທູດສະຫະລັດ ທ່ານ Gene Cretz ໄດ້ເດີນທາງກັບຄືນໄປກຸງຕຣີໂປລີ
ແລ້ວ ບ່ອນທີ່ສະຫະລັດມີແຜນການທີ່ຈະຊັກທຸງຊາດຂອງຕົນຂຶ້ນສູ່ປາຍເສົາຢູ່ທີ່ສະຖານທູດ
ໃນວັນພະຫັດມື້ນີ້.

ທ່ານ Cretz ໄດ້ປະຈຳການຢູ່ທີ່ກຸງຕຣີໂປລີມາຈົນຮອດເດືອນທັນວາປີ 2010 ທ່ານໄດ້ເດີນ
ທາງອອກຈາກລີ​ເບຍ​ ຫຼັງຈາກເວັບໄຊທ໌ Wikileaks ພິມເຜີຍແຜ່ ການຊັ່ງຊາຕີລາຄາຂອງ
ທ່ານກ່ຽວກັບຊີວິດສ່ວນໂຕຂອງອະດີດຜູ້ນຳລີເບຍ ທ່ານ Moammar Gadhafi ຊຶ່ງທ່ານ ໄດ້ກ່າວເຖິງອະດີດຜູ້ນຳລີເບຍວ່າ ບໍ່ມີຄວາມແນ່ນອນ ບໍ່ໝັ້ນຄົງ ແລະເປັນໂຣກຈິດ ທີ່ມີແຕ່
ຄວາມເຟີ້ຝັນ.

ໃນຂະນະທີ່ກອງກຳລັງຈົງຮັກພັກດີຕໍ່ທ່ານ Gadhafi ຍັງສືບຕໍ່ທຳການຕ້ານຢັນຢູ່ທີ່ເມືອງ
Sirte ບ້ານເກີດຂອງທ່ານແລະຈຸດຍຸດທະສາດອີກສອງສາມບ່ອນນັ້ນ ຜູ້ນຳຂອງອົງການ
ເນໂຕ້ທ່ານ Anders Fogh Rasmussen ກ່າວໃນມື້ວານນີ້ວ່າກຸ່ມພັນທະມິດໄດ້ຕັດສິນ ໃຈທີ່ຈະສືບຕໍ່ການປະຕິບັດງານຂອງຕົນດົນປານໃດກໍໄດ້ເທົ່າທີ່ມີຄວາມຈຳເປັນ.

ການຕໍ່​ເວລາ​ອອກ​ໄປຕື່ມອີກເປັນເວລາ 90 ມື້ ແມ່ນການຕໍ່ເທື່ອທີ 2 ຂອງອົງການເນໂຕ້ ສໍາລັບການປະຕິບັດງານຢູ່ໃນລີບເຍ ແລະມີຂຶ້ນບໍ່ຮອດນຶ່ງອາທິດກ່ອນຈະ​ໝົດ​ອາຍຸ​ການຕໍ່
ອາຍຸເທື່ອກ່ອນ​ນີ້.

XS
SM
MD
LG