ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພວກຜູ້ນຳລີເບຍ ພວມຫາລືກັບ ເຈົ້າໜ້າທີ່ຕ່າງປະເທດ (ເບິ່ງວີດີໂອ)


ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy (ທີ 3 ຈາກຂວາ) ກ່າວຕໍ່ບັນດາສະມາຊິກຂອງກຸ່ມປະສານງານ ຕິດຕໍ່ກ່ຽວກັບລີເບຍ ໃນລະຫວ່າງກອງປະຊຸມທີ່ທຳນຽບ Elysee ໃນກຸງປາຣີ (1 ກັນຍາ 2011)
ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy (ທີ 3 ຈາກຂວາ) ກ່າວຕໍ່ບັນດາສະມາຊິກຂອງກຸ່ມປະສານງານ ຕິດຕໍ່ກ່ຽວກັບລີເບຍ ໃນລະຫວ່າງກອງປະຊຸມທີ່ທຳນຽບ Elysee ໃນກຸງປາຣີ (1 ກັນຍາ 2011)

ບັນດາສະມາຊິກຂອງສະພາປົກຄອງໃນໄລຍະຂ້າມຜ່ານຂອງລີເບຍ ພວມດຳເນີນງານຮ່ວມ
ກັບພວກເຈົ້າໜ້າທີ່ຕ່າງປະເທດ ເພື່ອຊອກຫາຊ່ອງທາງຢ່າງເປັນການສະເພາະເຈາະຈົງ ໃນ
ການຊ່ອຍປະເທດຂອງພວກເຂົາເຈົ້າ ໃຫ້ຟື້ນໂຕຈາກການສູ້ລົບ ຕໍ່ຕ້ານທ່ານ Moammar
Gadhafi ທີ່ດຳເນີນມາເປັນເວລາຫຼາຍໆເດືອນນັ້ນ.

ກອງປະຊຸມທີ່ກຸງປາຣີໃນວັນສຸກມື້ນີ້ ມີຂຶ້ນນຶ່ງມື້ ຫຼັງຈາກພວກຜູ້ນຳຂອງໂລກທີ່ໄດ້ພົບປະ
ກັນຢູ່ທີ່ນັ້ນໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການສະໜັບສະໜຸນທາງດ້ານການເງິນແລະດ້ານ
ມະນຸດສະທຳໃນມູນຄ່າ 15 ພັນລ້ານໂດລາແກ່ລັດຖະບານຊົ່ວຄາວຂອງລີເບຍ. ຄະນະບູ ລະນະສ້າງຂອງລີເບຍຈະເປັນຜູ້ພິຈາລະນາວ່າ ຄວນຈະໃຊ້ເງິນທີ່ຫາກໍຖືກປ່ອຍຈາກການ
ກັກເຫຼົ່ານີ້ແບບໃດ.

ຂະນະດຽວກັນ Turkey ໄດ້ເປີດສະຖານທູດຂອງຕົນທີ່ນະຄອນຫຼວງຕຣີໂປລີຄືນໃໝ່ໃນ
ວັນສຸກມື້ນີ້ິ້ ຫຼັງຈາກໄດ້ມີການປະກາດ ໃນມື້ວັນພະຫັດວານນີ້ຂອງຫຼາຍໆປະເທດເຊ່ນ
ໂຣເມເນຍແລະຣັດເຊຍວ່າຕົນໄດ້ຮັບຮູ້ສະພາໄລຍະຂ້າມຜ່ານເປັນອຳນາດການປົກຄອງທີ່
ຖືກຕ້ອງຊອບທຳຂອງລີເບຍ.

ໃນອີກດ້ານນຶ່ງນັ້ນ ໃນວັນພະຫັດວານນີ້ເຈົ້າໜ້າທີ່ດ້ານທະຫານທ່ານນຶ່ງຂອງລັດຖະບານ
ຊົ່ວຄາວລີເບຍເອີ້ນທ່ານ Gadhafi ວ່າ ຫຼອກລວງໃນການຕອບໂຕ້ຕໍ່ການຖະແຫຼງຂອງ
ອະດີດຜູ້ນຳລີເບຍເມື່ອໄວໆມານີ້ທີ່ຮຽກຮ້ອງໃຫ້ພວກສະໜັບສະໜຸນທ່ານສືບຕໍ່ການສູ້ລົບ.

ພັນເອກ Ahmad Bani ໂຄສົກຂອງສະພາໄລຍະຂ້າມຜ່ານແຫ່ງຊາດກ່າວໃນຕອນແລງ
ຂອງວັນພະຫັດວານນີ້ວ່າ ທ່ານ Gadhafi ບໍ່ມີຄວາມກ່ຽວພັນໃດໆທັງໝົດກັບປະຊາຊົນ
ຊາວລີເບຍ ແລະກ່າວຫາຜູ້ກ່ຽວວ່າ ພະຍາຍາມທີ່ຈະຫຼົບໜີອອກຈາກປະເທດ.

XS
SM
MD
LG