ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຕໍ່ຕ້ານ Gadhafi ໂຈມຕີ ເມືອງ Bani Walid


ກຳລັງຂອງລັດຖະບານຊົ່ວຄາວລີເບຍຄົນນຶ່ງ ພວມສ່ອງກ້ອງເບິ່ງສະຕູ ບໍ່ດົນກ່ອນຈະມຸ່ງໜ້າໄປສູ່ເຂດແນວໜ້າ ທີ່ເມືອງ Bani Walid (15 ກັນຍາ 2011)
ກຳລັງຂອງລັດຖະບານຊົ່ວຄາວລີເບຍຄົນນຶ່ງ ພວມສ່ອງກ້ອງເບິ່ງສະຕູ ບໍ່ດົນກ່ອນຈະມຸ່ງໜ້າໄປສູ່ເຂດແນວໜ້າ ທີ່ເມືອງ Bani Walid (15 ກັນຍາ 2011)

ກຳລັງທີ່ຈົງຮັກພັກດີຕໍ່ລັດຖະບານຊົ່ວຄາວຂອງລີເບຍ ພວມບຸກເຂົ້າໄປໃນເມືອງທະເລຊາຍ
Bani Walid ຊຶ່ງເປັນການຂະຫຍາຍການໂຈມຕີຈາກຫຼາຍໆດ້ານຕໍ່ທີ່ໝັ້ນທີ່ຍັງເຫຼືອຢູ່ແຫ່ງ
ດັ່ງກ່າວຂອງທ່ານ Moammar Gadhafi.

ພວກທີ່ເຫັນເຫດການກ່າວວ່າ ມີສຽງລະເບີດແຕກຂຶ້ນແລະສຽງປືນດັງກ້ອງໄປທົ່ວບໍລິເວນ
ດັ່ງກ່າວໃນວັນສຸກມື້ນີ້ ຂະນະທີ່ພວກນັກລົບ ຂອງສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງ
ຊາດລີເບຍໄດ້ຮັບການຕ້ານຢັນຢ່າງແຂງຂັນຈາກກຳລັງທີ່ຈົງຮັກພັກດີຕໍ່ Gadhafi.

ການບຸກເຂົ້າໄປໃນເມືອງ Bani Walid ມີຂຶ້ນນຶ່ງມື້ ຫຼັງຈາກພວກນັກລົບຫຼາຍໆພັນຄົນ
ຈາກກຳລັງປະຕິວັດໄດ້ບຸກຄືບໜ້າເຂົ້າໄປສູ່ເຂດໃຈກາງເມືອງຂອງເມືອງ Sirte ບ້ານເກີດ
ຂອງທ່ານ Gadhafi.

ພວກເຈົ້າໜ້າທີ່ທະຫານຂອງສະພາປົກຄອງໄລຍະຂ້າມຜ່ານກ່າວວ່າ ພວກເຂົາເຈົ້າໄດ້ຮັບ
ການຕ້ານຢັນຢ່າງແຂງຂັນຈາກກຳລັງຊັ້ນນຳທີ່ຈົງຮັກພັກດີຕໍ່ທ່ານ Gadhafi ແລະພວກມື
ປືນ ແລະສື່ມວນຊົນລາຍງານວ່າ ການສູ້ລົບກັນຍັງດຳເນີນຢູ່ຕໍ່ມາໃນວັນສຸກມື້ນີ້.

ຂະນະດຽວກັນ ນາຍົກລັດຖະມົນຕີ Turkey ທ່ານ Recep Tayyip Erdogan ໄດ້ໄປ
ເຖິງນະຄອນຫຼວງຕຣີໂປລີຂອງລີເບຍ ໃນວັນສຸກມື້ນີ້ ອັນເປັນພາກສ່ວນນຶ່ງຂອງການຢ້ຽມ ຢາມບັນດາປະເທດອາຣັບຂອງທ່ານ ແລະເພື່ອສະແດງຄວາມສະໜັບສະໜຸນຕໍ່ລັດຖະບານ ໃໝ່ທີ່ຍັງບໍ່ທັນເຂັ້ມແຂງຂອງລີເບຍ. ທ່ານ Musta fa Abdel Jalil ຜູ້ນຳຄົນນຶ່ງຂອງສະ
ພາປົກຄອງໄລຍະຂ້າມຜ່ານແຫ່ງຊາດໄດ້ ໄປຕ້ອນຮັບນາຍົກ Turkey ທີ່ສະໜາມບິນ.

ໃນວັນພະຫັດວານນີ້ປະຊາຊົນທີ່ມີຄວາມຊື່ນຊົມຍິນດີໄດ້ໃຫ້ການຕ້ອນຮັບແກ່ນາຍົກລັດຖະ
ມົນຕີອັງກິດທ່ານ David Cameron ແລະປະທານາທິບໍຍດີຝຣັ່ງ ທ່ານ Nicolas Sar-
kozy ທີ່ນະຄອນຕຣີໂປລີແລະທີ່ເມືອງ Benghazi ໃນພາກຕາເວັນອອກຂອງລີເບຍ.

ພວກຜູ້ນຳທັງສອງກ່າວວ່າ ພວກທ່ານຈະນຳສະເໜີຮ່າງຍັດຕິສະບັບນຶ່ງ ຕໍ່ສະພາຄວາມໝັ້ນ
ຄົງອົງການສະຫະປະຊາຊາດໃນວັນສຸກມື້ນີ້ ທີ່ຈະສ້າງຕັ້ງສຳນັກງານຜູ້ຕາງໜ້າສະຫະປະຊາ
ຊາດທີ່ປະເທດລີເບຍ ປ່ອຍຊັບສິນຂອງລີເບຍທີ່ຖືກກັກ ຍົກເລີກເຂດຫ້າມບິນສຳລັບຖ້ຽວບິນ
ພົນລະເຮືອນ ແລະລຶບລ້າງການຫ້າມຂາຍອາວຸດຂອງນາໆຊາດໃຫ້ແກ່ລີເບຍ.

XS
SM
MD
LG