ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂອງອັງກິດ ແລະຝຣັ່ງ ຢ້ຽມຢາມລີເບຍ


ຈາກຊ້າຍໄປຂວາ: ນັກປຣັດຊະຍາຝຣັ່ງ ທ່ານ Bernard-Henri-Levy ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ນາຍົກລັດຖະມົນຕີ Mahmoud Jibril ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ແລະ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຍ່າງພາບໜ້າກັນຂະນະທີ່ໄປເຖິງສູນກາງການແພດ ໃນນະ ຄອນ
ຈາກຊ້າຍໄປຂວາ: ນັກປຣັດຊະຍາຝຣັ່ງ ທ່ານ Bernard-Henri-Levy ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ນາຍົກລັດຖະມົນຕີ Mahmoud Jibril ຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ ແລະ ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ຍ່າງພາບໜ້າກັນຂະນະທີ່ໄປເຖິງສູນກາງການແພດ ໃນນະ ຄອນ

ນາຍົກລັດຖະມົນຕີອັງກິດທ່ານ David Cameron ແລະປະທານາທິບໍດີຝຣັ່ງທ່ານ Nico-
las Sarkozy ພວມຢູ່ທີ່ລີເບຍ ເພື່ອສົນທະນາຫາລືກັບລັດຖະບານຊົ່ວຄາວຂອງປະເທດ
ດັ່ງກ່າວ ຊຶ່ງເຮັດໃຫ້ພວກທ່ານເປັນຜູ້ນຳຂອງຕ່າງປະເທດຈຸທຳອິດທີ່ໄດ້ໄປຢຽມຢາມລີເບຍ ນັບແຕ່ໄດ້ມີການໂຄ່ນລົ້ມທ່ານ Moammar Gadhafi ອະດີດຜູ້ນຳຂອງລີເບຍນັ້ນ.

ພວກຜູ້ນຳຂອງປະເທດທັງສອງ ທີ່ເດີນທາງໄປເຖິງລີເບຍໃນວັນພະຫັດມື້ນີ້ມີ ກຳນົດທີ່ຈະ
ພົບປະກັບປະທານສະພາປົກຄອງໃນໄລຍະຂ້າມຜ່ານຂອງລີເບຍ ທ່ານ Mustafa Abdel
Jalil ທີ່ນະຄອນຕຣີໂປລີ ກ່ອນອອກເດີນທາງໄປຍັງເມືອງ Benghazi ໃນພາກຕາເວັນ
ອອກຂອງປະເທດນັ້ນ.

ໂຄສົກຄົນນຶ່ງ ຈາກທຳນຽບທ່ານ Cameron ກ່າວວ່າ ອັງກິດກໍາລັງ​ຈະປ່ອຍເງິນປະມານ
950 ລ້ານໂດລາໃນຊັບສິນຂອງລີເບຍທີ່ຖືກຢຶດໄວ້ນັ້ນ.

ອັງກິດແລະຝຣັ່ງ ເປັນຜູ້ຊຸກຍູ້ໃຫ້ອົງການເນໂຕ້ເອົາມາດຕະການປົກປ້ອງພົນລະເຮືອນຈາກ
ກຳລັງຂອງ Gadhafi ແລະຝຣັ່ງເປັນປະເທດທຳອິດ ທີ່ໄດ້ຮັບຮູ້ສະພາປົກຄອງໄລຍະຂ້າມ
ຜ່ານແຫ່ງຊາດຫຼື NTC ວ່າ ເປັນຜູ້ຕາງໜ້າທີ່ຖືກຕ້ອງຢ່າງເປັນທາງການຂອງປະຊາຊົນລີ
ເບຍ.

ນາຍົກລັດຖະມົນຕີ Turkey ທ່ານ Recep Tyyip Erdogan ກໍມີໝາຍກຳນົດທີ່ຈະເດີນ ທາງໄປຍັງລີເບຍໃນສັບປະດານີ້ຊຶ່ງເປັນພາກສ່ວນນຶ່ງໃນແຜນການຢ້ຽມຢາມອາຟຣິກາເໜືອ
ຂອງທ່ານ.

ຂະນະດຽວກັນນັກການທູດອະວຸໂສປະຈຳເຂດພາກຕາເວັນອອກກາງຂອງສະຫະຣັດທ່ານ
Jeffrey Feltman ໄດ້ໃຫ້ການຄໍ້າປະກັນຕໍ່ພວກເຈົ້່າໜ້າທີ່ລີເບຍວ່າລັດຖະບານຂອງທ່ານ ໂອບາມາຈະເຄົາລົບອະທິປະໄຕຂອງລີເບຍໂດຍເວົ້າວ່າ ອະນາຄົດຂອງລີເບຍແມ່ນຢູ່ໃນກຳ
ມືຂອງປະຊາຊົນລີ​ເບຍ​ເອງ.

ທ່ານເວົ້າວ່າ ທ່ານກຳລັງຕິດຕາມເບິ່ງອິດທິພົນທີ່ພວມເພີ່ມທະວີຂຶ້ນຂອງພວກມຸສລິມຫົວ
ຮຸນແຮງຕໍ່ພວກຜູ້ນຳທີ່ບໍ່ເອົາສາສະໜາເຂົ້າມາພົວພັນກັບການເມືອງຂອງລີເບຍນັ້ນ ແຕ່ກໍ
ບໍ່ໄດ້ຖືວ່າເປັນໄພຂົ່ມຂູ່ທີ່ສຳຄັນແຕ່​ທ່ານ​ກ່າວ​ຕື່ມວ່າລັດຖະບານຊຸດໃໝ່ຂອງລີເບຍຈະຕ້ອງ
ປະກອບດ້ວຍພວກທີ່ມີແນວໂນ້ມທາງດ້ານການເມືອງທີ່ແຕກຕ່າງກັນຫຼາຍໆຝ່າຍ.

XS
SM
MD
LG