ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນໍາຂອງໂລກ ຫາລືກັນ ກ່ຽວກັບເລື່ອງລີເບຍ


ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ກາງ) ຕິດຕາມໂດຍລັດຖະມົນຕີການຕ່າງປະເທດ ທ່ານ Alain Juppe ພວມອອກມາຈາກກອງປະຊຸມປະຈຳປີຂອງພວກເອກອັກຄະລັດຖະທູດຝຣັ່ງ ທີ່ທຳນຽບ Elysee ໃນກຸງປາຣີ (31 ສິງຫາ 2011)
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy (ກາງ) ຕິດຕາມໂດຍລັດຖະມົນຕີການຕ່າງປະເທດ ທ່ານ Alain Juppe ພວມອອກມາຈາກກອງປະຊຸມປະຈຳປີຂອງພວກເອກອັກຄະລັດຖະທູດຝຣັ່ງ ທີ່ທຳນຽບ Elysee ໃນກຸງປາຣີ (31 ສິງຫາ 2011)

ພວກຜູ້ນຳຂອງໂລກພວມໄປເຕົ້າໂຮມກັນທີ່ປະເທດຝຣັ່ງໃນວັນພະຫັດມື້ນີ້ເພື່ອສົນທະນາຫາ
ລືກ່ຽວກັບອະນາຄົດຂອງລີເບຍ ໃນຍຸກຫຼັງ Muammar Gadhafi ຂະນະທີ່ຣັດເຊຍ ກາຍ
ເປັນປະເທດລ່າສຸດ ທີ່ໃຫ້ການຮັບຮູ້ສະພາໄລຍະຂ້າມຜ່ານແຫ່ງຊາດຫຼື NTC ຂອງພວກກະ
ບົດລີເບຍວ່າ ເປັນອຳນາດການປົກຄອງທີ່ຖືກຕ້ອງຊອບທຳຂອງປະເທດ.

ກອງປະຊຸມທີ່ກຸງປາຣີມີພວກເຈົ້າໜ້າທີ່ຈາກ 60 ປະເທດເຂົ້າຮ່ວມຮວມທັງບັນດາປະເທດທີ່
ໃຫ້ການສະໜັບສະໜຸນ ຕໍ່ສະພາ NTC ມາໄດ້ຫຼາຍເດືອນແລ້ວນັ້ນ ຕະຫຼອດທັງບັນດາປະ
ເທດທີ່ບໍ່ໄດ້ຮັບຮູ້ອຳນາດການປົກຄອງໃນໄລຍະຂ້າມຜ່ານດັ່ງກ່າວ.

ພວກເຈົ້າໜ້າທີ່ຄາດວ່າ ຜູ້ນຳຂອງສະພາ NTC ທ່ານ Mustafa Abdel Jalil ຈະກ່າວ
ແບບຄ່າວໆກ່ຽວກັບແຜນທີ່ສຳລັບໄລຍະນຶ່ງປີເຄິ່ງຂ້າງໜ້າໃນການຮ່າງລັດຖະທຳມະນູນສະ
ບັບໃໝ່ຂອງປະເທດແລະການຈັດການເລືອກຕັ້ງ.

ເລຂາທິການໃຫຍ່ຂອງອົງການເນໂຕ້ ທ່ານ Anders Fogh Rasmussen ເລຂາທິການ
ໃຫຍ່ອົງການສະຫະປະຊາຊາດ ທ່ານ Ban Ki-moon ແລະລັດຖະມົນຕີການຕ່າງປະເທດ
ສະຫະລັດ ທ່ານນາງ Hillary Clinton ແມ່ນຮວມ ຢູ່ໃນບັນດາພວກຜູ້ນຳທີ່ໄປຮ່ວມກອງ
ປະຊຸມ ຊຶ່ງຈັດຂຶ້ນພາຍໃຕ້ການເປັນເຈົ້າພາບ ຂອງນາຍົກລັດຖະມົນຕີອັງກິດ ທ່ານ David
Cameron ແລະປະທານາ ທິບໍດີຝຣັ່ງ ທ່ານ Nicolas Sarkozy.

ຈີນແລະຣັດເຊຍ ຊຶ່ງໄດ້ຕຳໜິຕິຕຽນຕໍ່ການໂຈມຕີທາງອາກາດຂອງອົງການເນໂຕ້ໃນລີເບຍ
ທີ່ດຳເນີນໄປພາຍໃຕ້ຄຳສັ່ງໃຫ້ປົກປ້ອງຄຸ້ມຄອງພົນລະເຮືອນຂອງອົງການສະຫະປະຊາຊາດ
ນັ້ນຕ່າງກໍສົ່ງຜູ້ຕາງໜ້າຂອງຕົນໄປຮ່ວມກອງປະຊຸມໃນຄັ້ງນີ້.

ກະຊວງການຕ່າງປະເທດຣັດເຊຍກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ຮັບຮູ້ສະພາໄລຍະຂ້າມ
ຜ່ານແຫ່ງຊາດເປັນອຳນາດການປົກຄອງທີ່ຖືກຕ້ອງຊອບທຳຂອງລີເບຍ ແລະໃຫ້ຂໍ້ສັງເກດ
ກ່ຽວກັບແຜນການປະຕິຮູບຂອງສະພາ ດັ່ງກ່າວ.

ຂະນະດຽວກັນ ອາລຈີເຣຍກ່າວວ່າ ຕົນຈະຮັບຮູ້ສະພາໄລຍະຂ້າມແຫ່ງຊາດເວລາສະພາດັ່ງ
ກ່າວນີ້ປະຕິບັດຕາມຄຳໝັ້ນສັນຍາທີ່ຈະສ້າງຕັ້ງລັດຖະບານ ທີ່ມີທຸກພັກຝ່າຍເຂົ້າຮ່ວມນັ້ນ.

ຝຣັ່ງ ກ່າວໃນວັນພະຫັດມື້ນີ້ວ່າ ຕົນໄດ້ຮັບການອະນຸມັດແລ້ວທີ່ຈະປ່ອຍເງິນຫຼາຍ ກວ່າ 2
ພັນລ້ານໂດລາຈາກຊັບສົມບັດທີ່ຖືກຢຶດຂອງລີເບຍຫຼັງຈາກໄດ້ຮ້ອງຮຽນຕໍ່ຄະນະກຳມະການ ລົງໂທດຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ. ຄະນະກຳມະການດັ່ງກ່າວ ໄດ້ ໃຫ້ການອະນຸມັດໄປແລ້ວ ຕໍ່ການຮ້ອງຮຽນ ທີ່ຄ້າຍຄືກັນຂອງອັງກິດ ແລະສະຫະລັດ ທີ່ໃຫ້
ປ່ອຍຊັບສົມບັດທັງໝົດຫຼາຍກວ່າ 3 ພັນລ້ານໂດລາທີ່ຖືກຢຶດໄວ້ຂອງລີເບຍ ເພື່ອແກ້ໄຂບັນ
ຫາຄວາມຈຳເປັນຢ່າງຮີບດ່ວນທາງດ້ານມະນຸດສະທຳ.

XS
SM
MD
LG