ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ຄູ່ແຂ່ງສອງຝ່າຍ ໃນສະພາລີເບຍ ປະຕິເສດ ຕໍ່ຂໍ້ຕົກລົງສັນຕິພາບ


ພວກນັກລົບລີເບຍ ຍິງປືນໃຫຍ່ໃສ່ ກຸ່ມຫົວຮຸນແຮງລັດອິສລາມ ໃກ້ກັບເມືອງ Sirte.
ພວກນັກລົບລີເບຍ ຍິງປືນໃຫຍ່ໃສ່ ກຸ່ມຫົວຮຸນແຮງລັດອິສລາມ ໃກ້ກັບເມືອງ Sirte.

ຄາດ​ວ່າ ບັນດາ​ສະມາຊິກ​ຄູ່​ແຂ່ງ​ຂອງ​ລັດຖະບານ ລີ​ເບຍ ​ຈະ​
ເຊັນຂໍ້​ຕົກລົງ​ໃນ​ວັນ​ພຸດ​ມື້​ນີ້ ​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພິທີ​ຈະ
​ໄດ້​ຍ້າຍໄປ​ຫາ​ວັ​ນພະຫັດມື້ອື່ນ ​ໃນ​ຂະນະ​ທີ່​ບັນດາ​ຫົວໜ້າ ສອງ​
ສະພາ ສະ​ແດງ​ຄວາມບໍ່​ຮັບ​ຮູ້ ​ໃນ​ຂໍ້​ຕົກລົງ​ດັ່ງກ່າວທັງໝົດ.

ບັນດາ​ຜູ້ນຳ​ສະພາ ທ່ານ Aguila Saleh ​ແລະ Nuri Abu
Sahman ​ໄດ້ພົບ​ພໍ້​ກັນ​ເປັນ​ເທື່ອທໍາ​ອິດ ​ໃນ​ວັນ​ອັງຄານວານ
​ນີ້ນັບ​ແຕ່ສອງ​ຝ່າຍ​ໄດ້ຈັດ​ຕັ້ງ​ຮ່າງ​ການ​ແຂ່ງຂັນ ຢູ່​ໃນ​ນະ
ຄອນ Tripoli ​ແລະ Tobruk. ​ແຕ່ລະ​ຝ່າຍ​ໄດ້​ກ່າວ​ເນັ້ນ​ເຖິງ​
ຄວາມ​ຕ້ອງການ​ແກ້​ໄຂ​ແກ່​ຊາວ​ລີ​ເບຍ ປາດ​ສະ​ຈາກ​ຄວາມ​ກົດ
​ດັນ​ຈາກ​ພາຍ​ນອກ.

ຜູ້​ໄກ່​ເກ່ຍ ສະຫະ​ປະຊາ​ຊາດ ​ໄດ້​ອອກ​ມາ​ຈາກ​ການ​ເຈລະຈາ​ຫລາຍ​ຮອບ ລະຫວ່າງ
ລັດຖະບານ ທີ່ຢູ່​ໃນ​ຄວາມ​ພະ​ຍາ​ຍາມ​ສີີ້​ນສຸດ​ຄວາມ​ບໍ່​ໝັ້ນຄົງ ທີ່​ໄດ້​ເປັນ​ຂີດ​ໝາຍ​ແກ່​
ລີ​ເບຍ ນັບ​ແຕ່​ປີ 2011 ຂອງ​ການ​ຂັບ​ໄລ່​ຜູ້ນຳ​ທີ່​ຍາວ​ນານ ທ່ານ Moammar KGadhafi.

ຂໍ້​ຕົກລົງ​ໄດ້​ຮຽກຮ້ອງ​ໃຫ້ ທ້ອນ​ໂຮມ​ລັດຖະບານ​ໃໝ່ ພາຍ​ໃນ 40 ມື້ ພ້ອມ​ດ້ວຍ​ປະກອບ​
ບັນດາ​ສະມາຊິກ​ຈາກ​ທັງ​ສອງ​ຝ່າຍ ທີ່​ຮັບ​ຮູ້​ໂດ​ຍນາໆ​ຊາດ ລັດຖະບານ​ໃນ Tobruk ​
ແລະ ຄະນະ​ອິສລາມ ທີ່​ໜູນ​ຫລັງ​ໃນ Tipoli​.

​ເຖິງ​ແມ່ນ​ມີ​ການ​ເຂົ້າ​ຮ່ວມຈາກທັງ​ສອງ​ຝ່າຍ ມັນ​ຍັງ​ບໍ່​ເປັນ​ທີ່​ແຈ້ງຂາວວ່າ ມີ​ຈັກ​ຄົນ​ຊຸກຍູ້
​ເຫັນ​ດີ ​ແລະໃຜ​ຈະ​ເປັນ​ຜູ້​ເຊັນ.

ສະຫະປະຊາ​ຊາດ ສະຫະພາບ​ຢູ​ໂຣບ ສະຫະພັນ​ອາ​ຟຣິກາ ສັນນິບາດ​ອາຣັບ ​ແລະ​ອີກ​
ຫລາຍ​ກວ່າ​ສິບ​ປະ​ເທດ ​ໄດ້​ອອກ​ຖະ​ແຫລ​ງການ​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ສະໜັບສະໜູນ
​ຄວາມ​ພະຍາຍາມສັນຕິພາບ ​ແລະ​ຍິນ​ດີ​ແຜນ ​ແກ່​ບັນດາພັກ ​ລີເບຍ ທີ່​ຈະ​ເຊັນ.

ຖະ​ແຫລ​ງການ​ໄດ້​ເກີດ​ຂື້ນ ຫລັງ​ຈາກ​ກອງ​ປະຊຸມ​ລັດຖະມົນ​ຕີ ຢູ່ ອີ​ຕາ​ລີ ​ແລະ​ຮ່ວມ​ທັງ​
ຄວາມ​ໝາຍ​ໝັ້ນ​ຕໍ່ ອະທິປະ​ໄຕ​ຂອງ​ລີ​ເບຍ ປະກາດ​ທີ່​ຈະ​ໃຫ້ການ​ສະໜັບສະໜູນ ການ
​ທ້ອນ​ໂຮ​ມລັດຖະບານ ​ແລະ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ໂດຍ​ທັນ​ທີ່.

ຄາດ​ວ່າ ບັນດາ​ສະມາຊິກ​ຄູ່​ແຂ່ງ​ຂອງ​ລັດຖະບານ ລີ​ເບຍ ​ຈະ​ເຊັນຂໍ້​ຕົກລົງ​ໃນ​ວັນ​ພຸດ​ມື້​ນີ້
​ແຕ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພິທີ​ຈະ​ໄດ້​ຍ້າຍໄປ​ຫາ​ວັ​ນພະຫັດມື້ອື່ນ ​ໃນ​ຂະນະ​ທີ່​ບັນດາ
​ຫົວໜ້າ ສອງ​ສະພາ ສະ​ແດງ​ຄວາມບໍ່​ຮັບ​ຮູ້ ​ໃນ​ຂໍ້​ຕົກລົງ​ດັ່ງກ່າວທັງໝົດ.

ບັນດາ​ຜູ້ນຳ​ສະພາ ທ່ານ Aguila Saleh ​ແລະ Nuri Abu Sahman ​ໄດ້ພົບ​ພໍ້​ກັນ​ເປັນ
​ເທື່ອທໍາ​ອິດ ​ໃນ​ວັນ​ອັງຄານວານ​ນີ້ ນັບ​ແຕ່ສອງ​ຝ່າຍ​ໄດ້ຈັດ​ຕັ້ງ​ຮ່າງ​ການ​ແຂ່ງຂັນ ຢູ່​ໃນ​
ນະຄອນ Tripoli ​ແລະ Tobruk. ​ແຕ່ລະ​ຝ່າຍ​ໄດ້​ກ່າວ​ເນັ້ນ​ເຖິງ​ຄວາມ​ຕ້ອງການ​ແກ້​ໄຂ
​ແກ່​ຊາວ​ລີ​ເບຍ ປາດ​ສະ​ຈາກ​ຄວາມ​ກົດ​ດັນ​ຈາກ​ພາຍ​ນອກ.

XS
SM
MD
LG