ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກກະບົດລີເບຍບຸກໂຈມຕີຄັ້ງໃໝ່ ເຂົ້າໃນເມືອງ ເບຣກາ


ນັກຕໍ່ສູ້ຝ່າຍກະບົດກໍາລັງທໍາການສໍາຫລວດທາງເສ້ນນຶ່ງ ເຂົ້າໄປຫາເມືອງ ເບຣກາ ວັນທີ 4 ເມສາ 2011
ນັກຕໍ່ສູ້ຝ່າຍກະບົດກໍາລັງທໍາການສໍາຫລວດທາງເສ້ນນຶ່ງ ເຂົ້າໄປຫາເມືອງ ເບຣກາ ວັນທີ 4 ເມສາ 2011

ພວກ​ກະບົດ​ລີ​ເບຍ​ໄດ້​ທໍາ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່​ເຂົ້າ​ໄປ​ໃນ​
ເມືອງ​ຍຸດທະ​ສາດ​ບໍ່​ນໍ້າມັນ Brega ​ໃນ​ຂະນະ​ທີ່​ທູດ​ພິ​ເສດ
ຂອງ​ລັດຖະບານ​ລີເບຍເດີນທາງ​ໄປ​ພົບ​ປະ​ຫາລື​ເພື່ອ​ຫາ​ທາງ
ໃຫ້​ມີ​ການ​ຢຸດ​ການ​ສູ້​ລົບ​ກັນ​ໃນປະ​ເທດ​ນັ້ນ.

ການ​ສູ້​ລົບ​ກັນ​ໃນ​ວັນ​ຈັນ​ມື້​ນີ້ໃນ​ເມືອງ Brega ​ແມ່ນການ
ຕໍ່ສູ້​ກັນແບບຖອຍ​ໄປຖອຍ​ມາ​ຫລາຍ​ບັ້ນ​ ​ຫວ່າງ​ໄວໆຜ່ານ
ມາ​ນີ້​ ທີ່ທັງ​ສອງ​ຝ່າຍ​ຕ່າງກໍທໍາ​ຄວາມ​ຄືບ​ໜ້າ​ໄປໄດ້ໃນ​ລະ
ຍະ​ນຶ່ງ​ ແລ້ວ​ຖອຍກັບ​ຄືນ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະຫະລັດ​ພວມ​
ກະກຽມ​ຢຸດ​ການປະກອບສ່ວນ​ຂອງ​ຕົນໃນການ​ໂຈມ​ຕີ​
ທາງ​ອາກາດຂອງ​ກຸ່ມ​ເນໂຕ້ຢູ່ໃນ​ລີ​ເບຍ​.

ໃນ​ວັນ​ຈັນ​ມື້​ນີ້ ທ່ານ Abdul Ati al-Obeidi ລັດຖະມົນຕີ​ການ​ຕ່າງປະ​ເທດ​ພາງ​ຂອງ​ລີ​ເບຍ ຄາດ​ວ່າ​ຈະ​ທໍາ​ການ​ພົບ​ປະ​ກັບ​ບັນດາເຈົ້າ​ໜ້າ​ທີ່​ເຕິ​ກກີ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວກັບການໄກ່ເກ່ຍ​ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງກັບ​ພວກ​ກໍາລັງ​ຝ່າຍ​ຄ້ານ.

ໃນ​ວັນ​ອາທິດ​ວານ​ນີ້ ທູດ​ພິ​ເສດ​ຕາງໜ້າ​ທ່ານ Moammar Gadhafi ໄດ້​ທໍາ​ການ​ພົບ​ປະ​ຫາລື​ກັນ​ໃນ​ທໍານອງ​ດຽວ​ກັນ​ນີ້​ກັບ​ທ່ານ GeorgePapandreou ນາຍົກລັດຖະມົນຕີປະ​ເທດ Greek ຢູ່​ທີ່ກຸງ Athens.

ການ​ພົບ​ປະ​ຫາລື​ກັນ​ນີ້​ມີ​ຂຶ້ນ​ຕາມ​ຄໍາ​ຂໍ​ຮ້ອງ​ຂອງ​ນາຍົກລັດຖະມົນຕີລີ​ເບຍ. ປະ​ເທດ Greek ຊຶ່ງ​ຢູ່​ໃນ​ສະຫະພາບ​ຢູ​ໂຣບ ​ແລະ​ເປັນ​ສະມາຊິກ​ຂອງ​ກຸ່ມ​ເນ​ໂຕ້ ເຄີຍມີ​ສາຍ​ພົວພັນ​ອັນ​ດີ​ມາ​ແຕ່ໃດໆກັບ​ທ່ານ​ກາດ​ດາ​ຟີ. ບັນດາ​ເຈົ້າ​ໜ້າ​ທີ່ Greek ກ່າວ​ວ່າ ທ່ານ Obeid ໄດ້​ບອກ​
ທ່ານ Papandreou ວ່າ ທ່ານ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ປະ​ເທດ Malta ຫລັງຈາກ​ຢຸດແວ່ທີ່
ທີ່ເຕີກກີແລ້ວ ​ໃນ​ຂະນະ​ທີ່​ລັດຖະບານ​ລີ​ເບຍຊອກ​ຫາ​ທາງ​ອອກ​ຈາກ​ວິ​ກິດ​ການ​ດັ່ງກ່າວ.

ໜັງສືພິມ New York Times ລາຍ​ງານ​ວ່າ ທ່ານ Seif el-Islam Gadhafi ລູກ​ຊາຍ​ຂອງ​ທ່ານ​ກາດ​ດາ​ຟີ ​ໄດ້​ສະ​ເໜີ​ຂໍ້​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ​ພາຍ​ໃຕ້​ເງື່ອນ​ໄຂ​ທີ່​ວ່າ​ພໍ່​ຂອງ​ທ່ານ​ຈະ​ສະລະ​ອໍານາດ​ໃຫ້​ຄະນະລັດຖະບານ​ຂ້າມ​ຜ່ານ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ພາຍ​ໃຕ້​ກົດ ໝາຍລັດຖະທໍາ​ມະນູນ ໂດຍຢູ່ໃຕ້​ການ​ນໍາພາ​ຂອງ​ລູກ​ຊາຍ​ຂອງ​ທ່ານ. ໜັງສືພິມ​ສະບັບ​ນີ້
ຊຶ່ງອ້າງ​ຄໍາ​ເວົ້າ​ຂອງ​ນັກ​ການ​ທູດ​ທ່ານ​ນຶ່ງ​ທີ່​ມີ​ສາຍ​ພົວພັນ​ທີ່ໃກ້ຊິດ​ກັບ​ລັດຖະບານ​ລີ​ເບຍນັ້ນ ກ່າວ​ວ່າ ທັງທ່ານ​ກາດ​ດາ​ຟີ ​ແລະ​ພວກ​ກະບົດ​ຕ່າງ​ຝ່າຍ​ປາກົດ​ວ່າຍັງບໍ່ພ້ອມ​ເທື່ອທີ່ຈະ​ຮັບ​ ເອົາ​ຂໍ້​ສະ​ເໜີ​ຂອງ​ທ່ານ Seif el-Islam​ Gadhafi ນັ້ນ ຊຶ່ງ​ມີ​ຂຶ້ນ​ມາ​ເປັນ​ເວລາ​ຫລາຍ​ປີ ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ​ຢ່າງ​ເປີດ​ເຜີຍ​ເພື່ອ​ນໍາ​ມາ​ແຫ່ງ​ການ​ປ່ຽນ​ແປງ​ໃນ​ລີເບຍນັ້ນ.

XS
SM
MD
LG