ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາປົກຄອງລີເບຍ ຮັບເອົາຂໍ້ສະເໜີ ຂອງທ່ານໂອບາມາ


ທ່ານ Jeffrey Feltman ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດວ່າດ້ວຍກິດຈະການຕາເວັນອອກ ໃກ້ຂອງສະຫະລັດ ທີ່ກອງປະຊຸມຖະແຫລງຂ່າວທີ່ ເມືອງ Benghazi ວັນທີ 24, ພຶດສະພາ 2011
ທ່ານ Jeffrey Feltman ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດວ່າດ້ວຍກິດຈະການຕາເວັນອອກ ໃກ້ຂອງສະຫະລັດ ທີ່ກອງປະຊຸມຖະແຫລງຂ່າວທີ່ ເມືອງ Benghazi ວັນທີ 24, ພຶດສະພາ 2011

ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ກ່ຽວ​ກັບ​ພາກ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ ສະພາ​ປົກຄອງ​ແຫ່ງ​ຊາດ​ໄລຍະ​ຂ້າມ​ຜ່ານ​ຂອງ​ພວກກະບົດ​ໃນ​ລີ​ເບຍ​ໄດ້​ຮັບ​ເອົາ​ການເຊື້ອເຊີນຂອງ​ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ໃຫ້​ໄຂ​ຫ້ອງການ​ຜູ້ຕາງໜ້າ​ຂອງ​ຕົນຂຶ້ນ​ໃນ​ກຸງ​ວໍ​ຊິງ​ຕັນ.

ທ່ານ Jeffrey Feltman ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ວ່າ​ດ້ວຍ​ກິດຈະການຕາ​ເວັນ​ອອກ​ໃກ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ໃນ​ທີ່​ໝັ້ນ​ຂອງ​ພວກ​ກະບົດ​ລີ​ເບຍ​ໃນ​ເມືອງ Benghazi ວ່າ ສະຫະລັດ​ຈະ​ບໍ່​ຕິດຕໍ່ຫຍັງກັບ​ທ່ານ​ມວມມາ​ກາດ​ດາ​ຟີ ຜູ້​ນໍາ​ລີ​ເບຍ​ອີກ​ແລ້ວ ​ແລະ​ກ່າວ​ຕື່ມ​ວ່າ ສະຫະລັດ​ຖື​ສະພາ​ປົກຄອງ​ຝ່າຍ​ຄ້ານ​ເປັນ​ຕົວ​ແທນ​ທີ່ຖືກ
ຕ້ອງ​ຕາມ​ກົດໝາຍ​ຂອງ​ປະຊາຊົນ​ລີ​ເບຍ ​ແຕ່​ບໍ່​ເວົ້າ​ເຖິງການ​ຮັບ​ຮູ້​ຢ່າງ​ເປັນທາງ​ການຕໍ່​ສະພາ​ປົກຄອງ​ດັ່ງກ່າວ.

ນັກ​ການ​ທູດ​ລະດັບ​ສູງ​ສຸດ​ຂອງ​ສະຫະລັດ​ທ່ານ​ນີ້​ກໍາລັງ​ຢູ່​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ລີ​ເບຍ
ເປັນ​ເວລາ 3 ມື້​ຂອງ​ທ່ານ ​ແລະ​ເປັນ​ເຈົ້າ​ໜ້າ​ທີ່ລະດັບ​ສູງ​ສຸດ​ຂອງ​ສະຫະລັດ​ທີ່​ທໍາ​ການ​ຢ້ຽມ
ຢາມ​ປະ​ເທດ​ລີ​ເບຍ ນັບແຕ່​ການ​ລຸກ​ຮື​ຂຶ້ນຂອງ​ປະຊາຊົນ​ຕໍ່ຕ້ານ​ທ່ານ​ກາດ​ເລີ້ມ​ຕົ້ນ​ຂຶ້ນ​ໃນ
ເດືອນ​ກຸມພາ​ປີ​ນີ້​ເປັນ​ຕົ້ນ​ມາ.

ການ​ດໍາ​ເນີນ​ການ​ທາງການ​ທູດທີ່​ວ່າ​ນີ້​ມີ​ຂຶ້ນ​ໃນ​ຂະນະ​ທີ່ຝູງ​ເຮືອບິນ​ລົບ​ຂອງ​ກຸ່ມ​ເນ​ໂຕ້​ທໍາ​
ການ​ໂຈມ​ຕີທາງ​ອາກາດ​ຢ່າງ​ໜັກທີ່ສຸດທີ່​ບໍ່​ເຄີຍ​ມີມາ​ກ່ອນ​ໃສ່​ນະຄອນຫລວງ​ກຸງ​ຕຣິ​ໂປ​ລີ
ຂອງ​ລີ​ເບຍ.

ພວກ​ທີ່​ເຫັນ​ເຫດການ​ໄດ້​ຍິນ​ສຽງ​ລະ​ແຕກ​ຂຶ້ນ​ຢ່າງ​ນ້ອຍ 15 ​ເທື່ອ​ໃນເມືອງ​ດັ່ງກ່າວ​ໃນ​ຂະ
ນະ​ທີ່​ຝູງ​ເຮືອບິນ​ລົບ​ຂອງ​ກຸ່ມ​ເນ​ໂຕ້​ສົ່ງ​ສຽງ​ດັງ​ກ້ອງໃນ​ວັນ​ອັງຄານ​ມື້​ນີ້. ​ໂຄສົກ​ລັດຖະບານ
ລີ​ເບຍ​ທ່ານ​ນຶ່ງ​ກ່າວ​ວ່າ ການ​ໂຈມ​ຕີ​ທາງ​ອາກາດ​ຄັ້ງ​ຫລ້າ​ສຸດ​ນີ້ ​ໄດ້​ສັງຫານ​ປະຊາຊົນ​ຢ່າງ​
ໜ້ອຍ 3 ຄົນ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຫລາຍ​ສິບ​ຄົນ.

XS
SM
MD
LG