ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດກ່າວວ່າ ມີການສັງໝູ່ພວກປະທ້ວງ ຢູ່ລີເບຍ


ພວກປະທ້ວງຕໍ່ຕ້ານລັດຖະບານ ຍົກມືຂຶ້ນເຮັດເປັນຮູບຕົວ V ຊຶ່ງເປັນສັນຍາລັກຂອງໄຊຊະນະ ຢູ່ເທິງລົດຖັງ ຂອງທະຫານລີເບຍ ໃກ້ໆຈະລຸລັດແຫ່ງນຶ່ງ ບ່ອນທີ່ປະຊາຊົນໂຮມຊຸມນຸມປະທ້ວງ ທີ່ເມືອງ Benghazi ຫົວເມືອງໃຫຍ່ອັນດັບ 2 ຂອງລີເບຍ (24 ກຸມພາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານ ຍົກມືຂຶ້ນເຮັດເປັນຮູບຕົວ V ຊຶ່ງເປັນສັນຍາລັກຂອງໄຊຊະນະ ຢູ່ເທິງລົດຖັງ ຂອງທະຫານລີເບຍ ໃກ້ໆຈະລຸລັດແຫ່ງນຶ່ງ ບ່ອນທີ່ປະຊາຊົນໂຮມຊຸມນຸມປະທ້ວງ ທີ່ເມືອງ Benghazi ຫົວເມືອງໃຫຍ່ອັນດັບ 2 ຂອງລີເບຍ (24 ກຸມພາ 2011)

ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງສະຫະປະຊາຊາດ
ທ່ານນາງ Navi Pillay ກ່າວວ່າມີລາຍງານວ່າໄດ້ມີ
ການສັງຫານໝູ່ເກີດຂຶ້ນຢູ່ໃນລີເບຍ ທີ່ຄວນກະຕຸກຊຸກ
ຍູ້ໃຫ້ປະຊາຄົມນາໆຊາດ ເຂົ້າໄປຫາທາງຢຸດຕິການກໍ່
ຄວາມຮຸນແຮງຕໍ່ພວກປະທ້ວງ.

ທ່ານນາງ Pillay ໃຫ້ການຖະແຫຼງດັ່ງກ່າວ ໃນກອງ
ປະຊຸມສຸກເສີນ ຂອງສະພາສິດທິມະນຸດສະຫະປະຊາ
ຊາດທີ່ນະຄອນເຈນີວາ ປະເທດສວິສເຊີແລນ ໃນວັນ
ສຸກມື້ນີ້. ທ່ານນາງໄດ້ຮຽກຮ້ອງ ໃຫ້ມີການສືບສວນທີ
ເປັນອິດສະຫຼະ ກ່ຽວກັບລາຍງານທີ່ວ່າ ມີຊາວລີເບຍ
ຫຼາຍໆພັນຄົນໄດ້ຖືກຂ້າ ຫຼືບໍ່ກໍໄດ້ຮັບບາດເຈັບ ໂດຍກຳລັງຮັກສາຄວາມສະຫງົບຂອງ
ລີເບຍ.

ນອກນັ້ນໃນວັນສຸກມື້ນີ້ ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban
Ki-moon ຍັງມີກຳນົດທີ່ຈະຖະແຫຼງ ຕໍ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ
ຂະນະທີ່ສະພາດັ່ງກ່າວ ເປີດປະຊຸມເພື່ອສົນທະນາຫາລື ໃນການຕອບຮັບຕໍ່ສະຖານະ
ການໃນລີເບຍ.

ລັດຖະມົນຕີການຕ່າງປະເທດຝຣັ່ງ ທ່ານນາງ Michele Alliot-Marie ກ່າວຕໍ່ວິທະ
ຍຸຝຣັ່ງ ໃນຕອນເຊົ້າຂອງວັນສຸກມື້ນີ້ວ່າ ຝຣັ່ງຮ່ວມກັບປະເທດອັງກິດ ພວມທຳການ
ສະເໜີ ຫ້າມບໍ່ໃຫ້ມີການຂາຍອາວຸດທັງໝົດ ໃຫ້ແກ່ລີເບຍ ທຳການລົງໂທດທາງດ້ານ
ເສດຖະກິດ ແລະດຳເນີນມາດຕະການໂດຍສານອາດຊະຍາກຳນາໆຊາດເພື່ອພິຈາລະ
ນາການກໍ່ໂທດກຳຕ້ານມະນຸດຊາດຕ່າງໆ.

ສະຫະພາບຢູໂຣບ ໄດ້ຕັດສິນໃຈໄປແລ້ວເພື່ອກະກຽມການລົງໂທດຮອບໃໝ່ຕໍ່ລີເບຍ
ແລະສະຫະລັດກໍເວົ້າວ່າ ຕົນພວມພິຈາລະນາການລົງໂທດ ເຊ່ນດຽວກັນ.

ໃນວັນພະຫັດວານນີ້ ປະທານາທິບໍດີສະຫະລັດທ່ານບາຣັກໂອບາມາກ່າວວ່າ ທ່ານມີ
ຄວາມວິຕົກກັງວົນເປັນທີ່ສຸດ ກ່ຽວກັບການໃຊ້ກຳລັງຂອງລັດຖະບານລີເບຍ ຊຶ່ງທ່ານ
ເວົ້າວ່າເປັນການລ່ວງລະເມີດ ຕໍ່ທຸກມາດຕະຖານຂອງຫຼັກປະຕິບັດ ທີ່ເຄີຍເຮັດກັນມາ
ຂອງມະນຸດ. ຖະແຫຼງການຂອງທຳນຽບຂາວເວົ້າວ່າ ທ່ານໂອບາມາໄດ້ສະແດງຄວາມ
ວິຕົກກັງວົນຂອງທ່ານ ໃນລະຫວ່າງການໂທລະສັບໄປຫາພວກຜູ້ນຳຂອງປະເທດອັງ
ກິດ ຝຣັ່ງ ແລະອີຕາລີ.

XS
SM
MD
LG