ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອບາມາ ກໍາລັງພິຈາລະນາ ມາດຕະການ ຕໍ່ລີເບຍ


ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດທີ່ກຸງວໍຊິງຕັນ ດີຊີ
ວັນທີ 7 ມີນາ 2011
ປະທານາທິບໍດີບາຣັກ ໂອບາມາແຫ່ງສະຫະລັດທີ່ກຸງວໍຊິງຕັນ ດີຊີ ວັນທີ 7 ມີນາ 2011

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ວ່າ ທາງ​ເລືອກ​ຕ່າງໆ​ໃນຂອບເຂດ
ກວ້າງຂວາງ ຮວມທັງ​ການ​ປະຕິບັດງານທາງ​ທະຫານກໍາລັງ​ຢູ່​ໃນ​ການ​ພິຈາລະນາ​ ເພື່ອ
ຮັບມືກັບອັນ​ທີ່​ທ່ານ​ເອີ້ນ​ວ່າ ຄວາມຮຸນ​ແຮງທີ່​ຮັບ​ເອົາ​ບໍ່​ໄດ້​ ທີ່ພວກກໍາລັງ​ນິຍົມ​ກາດ​ດາ
ຟີ​ພວມກະທຳໄປໃນ​ລີ​ເບຍ​ນັ້ນ.

ໃນ​ການ​ຖະ​ແຫລ​ງ​ທີ່​ທໍານຽບຂາວ​ໃນ​ວັນ​ຈັນ​ວານ​ນີ້ ປະທານາທິບໍດີ​ໂອ​ບາ​ມາ ຍັງ​ໄດ້​
ເຕືອນ​ພວກທີ່​ສືບ​ຕໍ່​ໃຫ້ການສະໜັບສະໜຸນ​ຕໍ່​ຜູ້​ນໍາ​ລີ​ເບຍ​ວ່າ ພວກ​ເຂົາ​ຈະ​ເປັນ​ຜູ້​ຮັບຜິດ
ຊອບ​ໃນ​ຄວາມ​ຮຸນ​ແຮງ​ໃດໆ​ກໍຕາມທີ່​ຍັງ ດຳເນີນຢູ່ຕໍ່ມາໃນລີເບຍນັ້ນ.

ໃນ​ຕອນ​ແລງ​ວັນ​ຈັນ​ວານ​ນີ້ ​ໂຄສົກ​ປະ​ຈໍາ​ທໍານຽບຂາວ​ກ່າວ​ວ່າ ທາງເລືອກ​ຕ່າງໆ​ທີ່ກໍາ​
ລັງ​ພິຈາລະນາ​ຢູ່​ນີ້ ​ແມ່ນ​ຮວມທັງ​ການ​ຕັ້ງ​ເຂດ​ຫ້າມ​ການບິນ​ຂຶ້ນ​ແລະ​ຈັດ​ຕັ້ງ​ປະຕິບັດການ
ຫ້າມ​ສົ່ງອາວຸດ​ຂອງ​ສະຫະ​ປະຊາ​ຊາດ​ນັ້ນ. ​ໂຄສົກ​ທ່ານນີ້​ຍັງກ່າວ​ເຊ່ນ​ກັນ​ວ່າການໃຫ້ອາ
ວຸດແກ່​ກໍາລັງ​ຝ່າຍ​ກະບົດ​ແມ່ນ​ນຶ່ງ​ໃນ​ບັນ​ດາ​ທາງ​ເລືອກ​ຕ່າງໆທີ່ເປັນ​ໄປ​ໄດ້ ​ແຕ່​ຢ່າງ​ໃດ​ກໍ
ດີ ທ່ານ​ເອີ້​ນການ​ເອົາ​ບາດກ້າວ​ດັ່ງກ່າວນີ້ວ່າ ເປັນ​ການ​ບາດກ້າວ​ທີ່​ຍັງໄວ​ເກີນ​ໄປ.

ທ່ານ​ໂອ​ບາ​ມາ​ໄດ້​ເພ່ງ​ເລັງ​ໃສ່​ການເອົາບົດບາດ​ຂອງ​ກຸ່​ມ​ເນ​ໂຕ ​ເພື່ອ​ຮັບ​ມື​ກັບຄວາມ​ຮຸນ​ແຮງ​ໃນ​ລີ​ເບຍ​ ​ແຕ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກຸ່ມ​ເນ​ໂຕ ກ່າວ​ວ່າ ທາງ​ກຸ່ມ​ພັນທະ​ມິດ​ບໍ່​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຂົ້າ​ແຊກ​ແຊງ​ໃນ​ການ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ​ຂອງ​ລີ​ເບຍ​ໃນ​ເວລາ​ນີ້.

XS
SM
MD
LG