ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສັນນິບາດຊາດອາຣັບ ສະໜັບສະໜຸນ ການຈັດຕັ້ງເຂດຫ້າມບິນ


ກອງປະຊຸມສັນນິບາດຊາດອາຣັບ ທີ່ກຸງໄຄໂຣ ປະເທດອີຈິບ,
ວັນທີ 12 ມີນາ 2011
ກອງປະຊຸມສັນນິບາດຊາດອາຣັບ ທີ່ກຸງໄຄໂຣ ປະເທດອີຈິບ, ວັນທີ 12 ມີນາ 2011

ສັນນິບາດ​ຊາດ​ອາຣັບ ກ່າວ​ວ່າ ຕົນ​ສະໜັບສະໜຸນ​ການ​ຈັດ​ຕັ້ງ​ເຂດຫ້າມ​ບິນ​ເໜືອ ​ລີ​ເບຍ​ນັ້ນ.

ບັນດາ​ລັດຖະມົນຕີຕ່າງປະ​ເທດ​ຂອງ​ກຸ່ມ​ສັນນິບາດ​ຊາດ​ອາຣັບ ທີ່​ມີ​ສະມຊິກ 22 ປະ​ເທດນັ້ນ ​ໄດ້ປະກາດ​ການ​ຕັດສິນ​ໃຈ​ຂອງ​ພວກ​ຕົນ​ໃຫ້​ຮູ້​ໃນ​ວັນ​ເສົາ​ວານ​ນີ້ ຫລັງ​ຈາກ​ການ​ພົບ​ປະ​ຫາລື​ກັນ​ທີ່​ກຸງ​ໄຄ​ໂຣ ນະຄອນຫລວງ​ຂອງ​ອີ​ຈິບ. ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ພວກ​ຕົນ​ຈະ​ຮຽກ​ຮອງ​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ວາງ​ຂໍ້​ຫ້າມ​ດັ່ງກ່າວ.

ພວກລັດຖະມົນຕີ​ເຫລົ່າ​ນີ້ ກ່າວວ່າ ຜູ້​ນໍາ​ລັດຖະບານ​ລີ​ເບຍ ທ່ານ Moammar Gadhafi ສູນ​ເສຍຄວາມ​ຖືກຕ້ອງ​ຊອບ​ທໍາ​ຕາມ​ກົດໝາຍ​ຂອງ​ຕົນ​ແລ້ວ. ນອກ​ນັ້ນ​ສັນນິບາດ​ຊາດ​ອາຣັບຍັງ​ປະກາດ​ໃຫ້​ຮູ້​ອີກ​ວ່າ ຕົນ​ຈະ​ເປີດ​ການໂອ້​ລົມ​ສົນທະນາ​ກັບກຸ່ມ​ສະພາແຫ່ງ​ຊາດ​ຂອງ​ລີ​ເບຍ ອັນ​ເປັນ​ກຸ່ມ​ຝ່າຍ​ຄ້ານຢູ່​ໃນ​ເມືອງ Benghazi ​ທາງ​ພາກ​ຕາ​ເວັນອອກ​ຂອງ​ປະ​ເທດ​ນັ້ນ.

ທໍານຽບຂາວ​ກ່າວ​ວ່າ ຕົນຍິນ​ດີ​ນໍາ​ທ່າ​ທີ​ດັ່ງກ່າວຂອງ​ສັນນິບາດຊາດ​ອາຣັບ ​ໂດຍ​ກ່າວ​ວ່າ ປະຊາ​ຄົມນາໆ​ຊາດ​ເປັນ​ເອກະ​ພາບ​ກັນ​ໃນ​ການ​ສົ່ງ​ສານ​ທີ່​ຈະ​ແຈ້ງ ​ບອກວ່າ ຄວາມ​ຮຸນ​ແຮງ​ໃນ​ລີ​ເບຍ​ຈະ​ຕ້ອງ​ຢຸດ​ຕິ​ລົງ.

ທ່ານ Mustafa Abdel-Jalil ຜູ້​ນໍາ​ກຸ່ມຝ່າຍ​ຄ້ານ​ ສະພາ​ແຫ່ງ​ຊາດລີ​ເບຍນັ້ນ ​ໄດ້​ສະ​ແດງ​ຄວາມເຫັນ​ດີ​ນໍາ​ການ​ຈັດ​ຕັ້ງເຂດການຫ້າມບິນ​ດັ່ງກ່າວ ໃນ​ການ​ໃຫ້​ສໍາພາດ​ກັບ​ພວກ​ອົງການ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກໃນ​ເຊົ້າ​ວັນ​ເສົາ​ວານ​ນີ້.

XS
SM
MD
LG