ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະລັດເລ່ງ​ລັດ​ EU ​ໃຫ້​ຮັບ​ຜ່ານ​ເອົາ ການລົງ​ໂທດ​ຢ່າງ​ໜັກຕໍ່ ​ລີ​ເບຍ


ທ່ານນາງ Clinton ພົບກັບບັນດາລັດຖະມົນຕີການ​ຕ່າງປະເທດຂອງສະຫະພາບຢູໂຣບ ເພື່ອປຶກສາກ່ຽວກັບການລົງໂທດລີເບຍ
ທ່ານນາງ Clinton ພົບກັບບັນດາລັດຖະມົນຕີການ​ຕ່າງປະເທດຂອງສະຫະພາບຢູໂຣບ ເພື່ອປຶກສາກ່ຽວກັບການລົງໂທດລີເບຍ

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານນາງ
Hillary Clinton ມີກໍານົດຈະພົບປະກັບບັນດາລັດຖະ
ມົນຕີການ​ຕ່າງປະ​ເທດຂອງສະຫະພາບຢູໂຣບ ໃນ​ວັນ​
ຈັນ​ມື້​ນີ້ ຢູ່​ນະຄອນ​ເຈ​ນີວາ ​ເພື່ອ​ເລ່ງ​ລັດ​ EU ​ໃຫ້​ຮັບ​ຜ່ານ
ເອົາການລົງ​ໂທດ​ຢ່າງ​ໜັກ ຕໍ່​ລີ​ເບຍ ເພື່ອ​ຕອບ​ໂຕ້​ຕໍ່​ການ​
ທີ່​ລີ​ເບຍ​ໄດ້​ທໍາ​ການ​ປາບ​ປາມ​ຢ່າງ​ຮຸນ​ແຮງ​ເຖິງ​ຕາຍ ຕໍ່
ການ​ລຸກ​ຮື​ຂຶ້ນຕໍ່ຕ້ານລັດຖະບານນັ້ນ.


ພວກເຈົ້າໜ້າທີ່ທາງການຂອງສະຫະລັດກ່າວວ່າ Wash-
ington ຄາດໝາຍວ່າສະຫະພາບຢູໂຣບ ຈະຮັບຜ່ານເອົາ
ການລົງໂທດດັ່ງກ່າວໃນຕອນແລງວັນຈັນມື້ນີ້. ພວກເຂົາ
ເຈົ້າກ່າວວ່າ ການລົງໂທດຈາກສະຫະພາບຢູໂຣບນັ້ນຈະ
ສົ່ງຜົນກະທົບຕໍ່ຜູ້ນໍາລີເບຍ Moammar Gadhafi ຫຼາຍ
ກວ່າການລົງໂທດຂອງສະຫະລັດ ເພາະວ່າລີເບຍມີການພົວ
ພັນທາງການຄ້າ ກັບຢູໂຣບ ຫຼາຍກວ່າກັບສະຫະລັດ.

ນອກນີ້ ທ່ານນາງ Clinton ມີໝາຍກໍານົດທີ່ຈະກ່າວຄໍາປາໃສຕໍ່ສະພາວ່າດ້ວຍສິດທິ
ນຸດຂອງອົງການສະຫະປະຊາຊາດທີ່ Geneva ເຊັ່ນກັນ. ກ່ອນອອກເດີນທາງໄປຍັງ
Geneva ໃນວັນອາທິດວານນີ້ ທ່ານນາງ Clinton ກ່າວວ່າ ສະຫະລັດໄດ້ຕິດຕໍ່ກັບບັນ
ດາກຸ່ມຝ່າຍຄ້ານຂອງປະເທດນີ້ ແລະສະເໜີຄວາມຊ່ອຍເຫຼືອໃດໆກໍຕາມທີ່ຈໍາເປັນໃ ນ
ການໂຄ່ນລົ້ມທ່ານ Gadhafi ນັ້ນ.

ທ່ານນາງຍັງກ່າວຕື່ມວ່າ ທາງ Washington ຕ້ອງການໃຫ້ຜູ້ນໍາຂອງລີເບຍ ກ້າວລົງ
ຈາກຕໍາແໜ່ງແລະຍຸດຕິການປົກຄອງຂອງຕົນ ພ້ອມທັງບອກໃຫ້ພວກທີ່ຈົງຣັກພັກດີ
ຕໍ່ຕົນນັ້ນ ຢຸດເຊົາເຊັ່ນກັນ ແລະທ່ານນາງຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດເພື່ອນບ້ານ
ຂອງລີເບຍໃນອັຟຣິກາເໜືອນັ້ນ ຢຸດເຊົາການລໍາລຽງອາວຸດໄປໃຫ້ລີເບຍ ແລະການສົ່ງ
ພວກທະຫານຮັບຈ້າງ ເຂົ້າໄປຍັງລີເບຍຕາມຄໍາຮ້ອງຂໍຂອງ Gadhafi ນັ້ນເສຍ.

XS
SM
MD
LG