ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ທ່ານໂອບາມາກ່າວວ່າ ສະຫະລັດສາມາດໂອນ ການປະຕິບັດງານຕ້ານລີເບຍ ໃຫ້ເນໂຕ້ໄດ້


ປະທານາທິບໍດີໂອບາມາຢຸດຄິດ ຂະນະທີ່ຕອບຄໍາຖາມພວກນັກຂ່າວ ກ່ຽວກັບລີເບຍ ໃນກອງປະຊຸມ ໃຫ້ສໍາພາດຂ່າວຮ່ວມກັບປະທານາທິບໍດີແອລ ຊາລວາດໍ ທ່ານ Mauricio Funes ທີ່ນະຄອນຫລວງ San Salvador, ວັນທີ 22 ມີນາ 2011.
ປະທານາທິບໍດີໂອບາມາຢຸດຄິດ ຂະນະທີ່ຕອບຄໍາຖາມພວກນັກຂ່າວ ກ່ຽວກັບລີເບຍ ໃນກອງປະຊຸມ ໃຫ້ສໍາພາດຂ່າວຮ່ວມກັບປະທານາທິບໍດີແອລ ຊາລວາດໍ ທ່ານ Mauricio Funes ທີ່ນະຄອນຫລວງ San Salvador, ວັນທີ 22 ມີນາ 2011.

ປະທານາທິບໍດີບາຣັກ ໂອບາມາ ກ່າວວ່າ ທ່ານບໍ່ມີ
ຄວາມສົງໄສຫຍັງເລີຍວ່າ ສະຫະລັດຈະບໍ່ສາມາດໂອນ
ການຄວບຄຸມ ການປະຕິບັດການທາງທະຫານໃນລີເບຍ
ໃຫ້ແກ່ກໍາລັງປະສົມຂອງນານາຊາດ.

ທ່ານໂອບາມາ ກ່າວຢູ່ທີ່ປະເທດ El Salvador ເມື່ອ
ວັນອັງຄານວານນີ້ວ່າ ອົງການເນໂຕ້ກໍາລັງທໍາການປະ
ຊຸມກັນ ເພື່ອຕົກລົງກັນເລື່ອງລາຍລະອຽດຕ່າງໆຂອງ
ການບັງຄັບບັນຊາແລະການຄວບຄຸມການປະຕິບັດງານ.
ທ່ານໂອບາມາກ່າວຕື່ມວ່າ ລາຍລະອຽດເຫລົ່ານັ້ນຈະສໍາ
ເລັດ ແລະແຈ້ງຂາວ ໃນຫລາຍມື້ຕໍ່ໜ້ານີ້.

ປະທານາທິບໍດີໂອບາມາ ກ່າວຕໍ່ໄປວ່າ ສະມັດຖະພາບພິເສດຕ່າງໆຂອງກອງທັບສະຫະລັດ ແມ່ນໄດ້ຊ່ວຍຊີວິດຊີວິດຜູ້ຄົນຢູ່ໃນລີເບຍ ແຕ່ທ່ານກໍກ່າວວ່າ ບໍ່ມີການປະຕິບັດການທາງທະ
ຫານໃດໆທີ່ປາດສະຈາກຄວາມສ່ຽງໄດ້. ສ່ວນຜູ້ນໍາລີເບຍ ທ່ານມວມມາ ກາດດາຟີ ກໍໄດ້
ໃຫ້ຄໍາໝັ້ນສັນຍາໄວ້ວ່າ ທ່ານຈະບໍ່ມີການຜ່ອນຜັນປານີໃດໆຕໍ່ພວກກະບົດທີ່ພະຍາຍາມຈະ ໂຄ່ນລົ້ມທ່ານນັ້ນ.

ທໍານຽບຂາວກ່າວວ່າ ໃນວັນອັງຄານມື້ວານນີ້ ທ່ານໂອບາມາ ໄດ້ໂອ້ລົມກັບພວກຜູ້ນໍາຝລັ່ງ
ແລະອັງກິດ ທີ່ທຳນຽບຂາວເວົ້າວ່າ ເຫັນດີໃຫ້ອົງການເນໂຕ້ ຄວນເປັນເປັນຜູ້ມີບົດບາດ
ອັນສໍາຄັນ ໃນການບັງຄັບບັນຊາການປະຕິບັດການທາງທະຫານ ໃນລີເບຍນັ້ນ.

XS
SM
MD
LG