ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮຽກຮ້ອງໃຫ້ Gadhafi ລາອອກ


ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ແລະປະທານາທິບໍດີເມັກຊິໂກ ທ່ານ Felipe Calderon ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ (3 ມີນາ 2011)
ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາມາ ແລະປະທານາທິບໍດີເມັກຊິໂກ ທ່ານ Felipe Calderon ໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ທຳນຽບຂາວ (3 ມີນາ 2011)

ປະທານາທິບໍດີສະຫະລັດ ທ່ານບາຣັກໂອບາ ໄດ້ຮຽກຮ້ອງ
ອີກຄັ້ງນຶ່ງໃຫ້ຜູ້ນຳຂອງລີເບຍທ່ານ Moammar
Gadhafi ລາອອກໃນທັນທີໂດຍເວົ້າວ່າ ທ່ານ Gadhafi ໄດ້
ສູນເສຍຄວາມຖືກຕ້ອງຊອບທຳຕາມກົດໝາຍ ໃນການປົກ
ຄອງປະເທດ ແລະຕ້ອງໄດ້ລາອອກ.

ປະທານາທິບໍດີໂອບາມາໃຫ້ຄວາມເຫັນດັ່ງກ່າວໃນລະຫວ່າງ
ກອງປະຊຸມຖະແຫຼງຂ່າວ ຮ່ວມກັບປະທານາທິບໍດີເມັກຊິໂກ
ທ່ານ Felipe Calderon. ປະທານາທິບໍດີໂອບາມາບໍ່ໄດ້
ປະຕິເສດເຖິງຄວາມເປັນໄປໄດ້ກ່ຽວກັບການສ້າງຕັ້ງ “ເຂດ
ຫ້າມບິນ” ເໜືອລີເບຍ ຊຶ່ງເປັນການເຄື່ອນໄຫວທີ່ລັດຖະມົນຕີກະຊວງປ້ອງກັນປະເທດ
ສະຫະລັດທ່ານ Robert Gates ກ່າວນຶ່ງມື້ກ່ອນນັ້ນວ່າຈະທໍ່ກັນກັບເປັນການເຮັດສົງ
ຄາມ ຍ້ອນວ່າມັນຈະຈຳເປັນຕ້ອງໄດ້ທຳການໂຈມຕີຕໍ່ລະບົບປ້ອງກັນທາງອາກາດຂອງ
ລີເບຍ.

ນອກນັ້ນໃນວັນພະຫັດວານນີ້ກະຊວງປ້ອງກັນປະເທດສະຫະລັດ ໄດ້ອ້າງເອົາລາຍງານ
ຂ່າວໂທລະພາບຈາກລີເບຍເປັນຫຼັກຖານທີ່ວ່າລັດຖະບານທ່ານ Gadhafi ໄດ້ໃຊ້ກຳລັງ
ທາງອາກາດໃນການສູ້ລົບກັບພວກຕໍ່ຕ້ານລັດຖະບານ. ໂຄສົກກະຊວງປ້ອງກັນປະເທດ
ສະຫະລັດທ່ານ David Lapan ກ່າວວ່າໃນຂະນະທີ່ຍັງບໍ່ທັນເປັນການຈະແຈ້ງເທື່ອວ່າ ການໂຈມຕີເຫຼົ່ານີ້ແມ່ນແນເປົ້າໝາຍໃສ່ພວກກະບົດຫຼືບໍ່ ແຕ່ຫຼັກຖານມີຢູ່ວ່າລີເບຍໄດ້ໃຊ້
ກຳລັງທາງອາກາດ ແລະໄດ້ທຳການຖິ້ມລະເບີດ.

ທ່ານໂອບາມາເວົ້າວ່າທ່ານພວມພິຈາລະນາເບິ່ງທາງເລືອກຕ່າງໆທຸກຢ່າງເພື່ອຮັບມືກັບ
ສະຖານະການ ໃນລີເບຍ. ທ່ານໄດ້ກ່າວຢໍ້າວ່າ ບົດບາດຂອງສະຫະລັດ ກໍແມ່ນເພື່ອໃຫ້
ການຊ່ອຍເຫຼືອແກ່ພວກອົບພະຍົບແລະປ້ອງກັນບໍ່ໃຫ້ເກີດວິກິດການທາງດ້ານມະນຸດສະ
ທຳໂດຍໃຫ້ຂໍ້ສັງເກດວ່າ ທ່ານໄດ້ອະນຸມັດໃຫ້ມີການນຳໃຊ້ເຮືອບິນທະຫານເພື່ອຊ່ອຍໃນ
ການຍົກຍ້າຍຊາວອີຈິບຢູ່ໃນຂົງເຂດ. ນອກນັ້ນປະທານາທິບໍດີສະຫະລັດຍັງເວົ້າວ່າທ່ານ
ມີຄວາມວິຕົກກັງວົນ ກ່ຽວກັບສະພາບການນອງເລືອດແບບບໍ່ໄປບໍ່ມາເກີດຂຶ້ນລະຫວ່າງ
ກຳລັງຂອງທ່ານ Gadhafi ແລະກຳລັງຕໍ່ຕ້ານລັດຖະບານ ໂດຍທີ່ຜູ້ນຳຂອງລີເບຍຍັງຢູ່
ຢ່າງມີຄວາມສຸກທີ່ນະຄອນຫຼວງຕຣີໂປລີ ຂະນະທີ່ປະຊາຊົນຊາວລີເບຍປະເຊີນກັບການ
ຂາດແຄນອາຫານ.

ນອກນັ້ນປະທານາທິບໍດີ Calderon ກໍໄດ້ປະນາມຄວາມຮຸນແຮງ ໃນລີເບຍໂດຍເວົ້າວ່າ
ມັນເປັນໄປບໍ່ໄດ້ ທີ່ພົນລະເຮືອນຕ້ອງຖືກສັງຫານໝູ່ ແລະຜູ້ກະທຳ ຜິດບໍ່ໄດ້ຖືກລົງໂທດ.
ຂະນະດຽວກັນ ອົງການຈັດຕັ້ງຕ່າງໆຂອງໂລກກໍເພີ່ມທະວີການຕອບຮັບຕໍ່ສະຖານະການ
ໃນປະເທດລີເບຍ.

XS
SM
MD
LG