ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດ ຂອງກະບົດລີເບຍ ຢ້ຽມຢາມອີຕາລີ


ນາຍົກລັດຖະມົນຕີອີຕາລີ ທ່ານ Silvio Berlusconi
ຈັບມືກັບທ່ານ Mahmoud Jibri ຮອງປະທານສະພາ ໄລຍະຂ້າມຜ່ານແຫ່ງຊາດ ຂອງພວກກະບົດລີເບຍ ທີ່ນະຄອນມີລານ ປະເທດອີຕາລີ (25 ສິງຫາ 2011)
ນາຍົກລັດຖະມົນຕີອີຕາລີ ທ່ານ Silvio Berlusconi ຈັບມືກັບທ່ານ Mahmoud Jibri ຮອງປະທານສະພາ ໄລຍະຂ້າມຜ່ານແຫ່ງຊາດ ຂອງພວກກະບົດລີເບຍ ທີ່ນະຄອນມີລານ ປະເທດອີຕາລີ (25 ສິງຫາ 2011)

ຫົວໜ້າສະພາໄລຍະຂ້າມຜ່ານແຫ່ງຊາດຫຼື TNC ຂອງພວກກະບົດລີເບຍຍັງສືບຕໍ່ການຢ້ຽມ
ຢາມປະເທດຕ່າງໆໃນຢູໂຣບໃນວັນພະຫັດມື້ນີ້ ໃນຄວາມຫວັງເພື່ອຈະໄດ້ຮັບການປ່ອຍເງິນ
ໃນມູນຄ່າຫຼາຍໆພັນລ້ານໂດລາຈາກຊັບສິນຂອງລີເບຍທີ່ຖືກກັກໄວ້ນັ້ນ.

ທ່ານ Mahmoud Jibril ມີກຳນົດທີ່ຈະພົບປະກັບນາຍົກລັດຖະມົນຕີອີຕາລີ ທ່ານ Silvio
Berlusconi ນຶ່ງມື້ຫຼັງຈາກໄດ້ພົບປະກັບປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy.

ຂະນະທີ່ຢ້ຽມຢາມປະເທດຝຣັ່ງໃນມື້ວານນີ້ທ່ານ Jibril ກ່າວວ່າ ການສູ້ລົບທີ່ໃຫຍ່ກວ່າແລະ ໜັກໜ່ວງກວ່າໃນການບູລະນະສ້າງສາປະເທດລີເບຍຍັງບໍ່ ທັນໄດ້ເລີ່ມຕົ້ນຂຶ້ນເທື່ອ. ທ່ານໄດ້ ຮຽກຮ້ອງໃຫ້ລັດຖະບານຝຣັ່ງ ປ່ອຍຊັບສິນຂອງລີເບຍທີ່ຖືກກັກໄວ້ນັ້ນຢ່າງໄວເທົ່າທີ່ຈະໄວໄດ້
ໂດຍກ່າວວ່າ ວິກິດການໃນຄັ້ງນີ້ອາດຈະເປັນການເລີ່ມຕົ້ນ ໃນການເປັນພາຄີຍຸດທະສາດກັບ
ຝຣັ່ງ.

ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy ໃຫ້ຄຳໝັ້ນສັນຍາວ່າທ່ານຈະໃຫ້ການສະໜັບ ສະໜຸນຕໍ່ການປະຕິບັດງານຂອງອົງການເນໂຕ້ ໃນລີເບຍເພື່ອປົກປ້ອງຄຸ້ມຄອງພົນລະເຮືອນ ຕາບໃດທີ່ຍັງມີຄວາມຈຳເປັນຢູ່. ກ່ອນນີ້ທ່ານ Sar kozy ເວົ້າວ່າ ທ່ານໄດ້ເຊື້ອເຊີນພວກຜູ້
ນຳຂອງປະເທດຕ່າງໆໃນໂລກທີ່ຖືວ່າ ເປັນເພື່ອນມິດຂອງລີເບຍ ໃຫ້ໄປປະຊຸມກັນທີ່ກຸງປາຣີ
ໃນເດືອນໜ້ານີ້ ເພື່ອປຶກ ສາຫາລືກ່ຽວກັບອະນາຄົດຂອງລີເບຍ.

ໃນອີກດ້ານນຶ່ງນັ້ນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດພວມກະກຽມທີ່ຈະລົງ ຄະແນນສຽງກ່ຽວກັບຍັດຕິສະບັບນຶ່ງ ທີ່ຈະປ່ອຍເງິນປະມານ 1 ພັນ 500 ລ້ານໂດລາຈາກ
ຊັບສິນຂອງລີເບຍທີ່ຖືກກັກໄວ້ ຍ້ອນຄວາມຈຳເປັນຢ່າງຮີບດ່ວນທາງດ້ານມະນຸດສະທຳ.

XS
SM
MD
LG