ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວິກິດການໃນລີເບຍ ບໍ່ສາມາດແກ້ໄຂ ດ້ວຍການທະຫານ


ລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານ Guido Westerwelle ພົບກັບສື່ມວນຊົນຢູ່ກະຊວງ ການຕ່າງປະເທດຈີນ ທີ່ນະຄອນຫຼວງປັກກິ່ງ (1 ເມສາ 2011)
ລັດຖະມົນຕີການຕ່າງປະເທດເຢຍຣະມັນ ທ່ານ Guido Westerwelle ພົບກັບສື່ມວນຊົນຢູ່ກະຊວງ ການຕ່າງປະເທດຈີນ ທີ່ນະຄອນຫຼວງປັກກິ່ງ (1 ເມສາ 2011)

ລັດຖະມົນຕີການຕ່າງປະເທດເຢຍຣະມັນກ່າວວ່າສະຖາ
ນະການໃນລີເບຍບໍ່ສາມາດແກ້ໄຂໄດ້ໂດຍວິທີການທາງ
ທະຫານ.

ທ່ານ Guido Westerwelle ກ່າວໃນວັນສຸກມື້ນີ້ວ່າວິ
ກິດການດັ່ງກ່າວສາມາດໄດ້ຮັບການແກ້ໄຂໂດຍທາງການ
ເມືອງທໍ່ນັ້ນແລະຮຽກຮ້ອງໃຫ້ທຸກພັກຝ່າຍ ເລີ້ມຂັ້ນຕອນ
ທາງດ້ານການເມືອງ ດ້ວຍການຢຸດຍິງ. ທ່ານໃຫ້ທັດສະ
ນະດັ່ງກ່າວ ລຸນຫຼັງການພົບປະ ກັບຄູ່ຕຳແໜ່ງຝ່າຍຈີນຄື
ທ່ານ Yang Jiechi ທີ່ນະຄອນຫຼວງ ປັກກິ່ງ.

ນອກນັ້ນແລ້ວ ທ່ານ Yang ຍັງໄດ້ສະແດງຄວາມສະໜັບ
ສະໜຸນຕໍ່ການແກ້ໄຂທາງດ້ານການທູດ. ຈີນແລະເຢຍຣະ
ມັນບໍ່ໄດ້ອອກສຽງ ໃນການລົງຄະແນນສຽງກ່ຽວກັບມະ
ຕິສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ທີ່ອະ
ນຸມັດໃຫ້ມີການສ້າງຕັ້ງເຂດຫ້າມບິນ ເໜືອລີເບຍ ແລະ
ໃຫ້ການປົກປ້ອງພົນລະເຮືອນ ດ້ວຍການໂຈມຕີທາງອາກາດ.

ໃນມື້ວານນີ້ ບັນດາປະເທດພັນທະມິດຂອງອົງການເນໂຕ້ເຕືອນພວກຕໍ່ຕ້ານລັດຖະບານ
ໃນລີເບຍວ່າພວກເຂົາເຈົ້າຈະຖືກຖິ້ມລະເບີດໃສ່ຖ້າພວກເຂົາເຈົ້າຫາກໂຈມຕີພົນລະເຮືອນ.
ຜູ້ບັນຊາການ ການປະຕິບັດງານຂອງອົງການເນໂຕ້ ເໜືອເຂດນ່ານຟ້າລີເບຍ ພົນໂທ
Charles Bouchard ຈາກການາດາເຕືອນໃນມື້ວັນພະຫັດວານນີ້ວ່າ ຜູ້ໃດກໍຕາມທີ່ທຳ
ການໂຈມຕີພວກທີ່ບໍ່ແມ່ນກຳລັງສູ້ລົບ ກໍບໍ່ສົມຄວນທີ່ຈະສືບຕໍ່ການກະທຳດັ່ງກ່າວ.

ທ່ານນາງ Oana Lungescu ໂຄສົກອະວຸໂສຂອງອົງການເນໂຕ້ກ່າວວ່າ ມະຕິຂອງສະ
ພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ອະນຸຍາດໃຫ້ທຳການປົກປ້ອງພົນລະເຮືອນ ຊາວລີເບຍນັ້ນແມ່ນຈະນຳໃຊ້ຕໍ່ທັງສອງຝ່າຍງໃນບັນຫາຂັດແຍ້ງ.

XS
SM
MD
LG