ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຄວາມໝັ້ນຄົງ ປະນາມຜູ້ນໍາ Libya


ພວກປະທ້ວງຕໍ່ຕ້ານລັດຖະບານໃນ Libya
ພວກປະທ້ວງຕໍ່ຕ້ານລັດຖະບານໃນ Libya

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້
ປະນາມການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານ
ຂອງຜູ້ນໍາ Libya ທ່ານ Moammar Gadhafi
ແລະຮຽກຮ້ອງໃຫ້ຢຸດເຊົາການປາບປາມແບບ ຮຸນແຮງ
ດັ່ງກ່າວ ໃນທັນທີ.


ໃນວັນອັງຄານວານນີ້ສະພາຄວາມໝັ້ນຄົງຂອງສະຫະປະຊາ
ຊາດໄດ້ ສະແດງຄວາມວິຕົກກັງວົນເປັນທີ່ສຸດ ຕໍ່ເຫດ
ການທີ່ພວມເກີດຂຶ້ນໃນ Libya ແລະຮຽກຮ້ອງໃຫ້ພວກ
ເຈົ້າໜ້າທີ່ໃນປະເທດດັ່ງກ່າວສະໜອງຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ
ຊາວລີເບຍ. ບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ
ໄດ້ຮຽກຮ້ອງໃຫ້ລີເບຍ ອະນຸຍາດໃຫ້ກຸ່ມຕິດຕາມຊີ້ງຊອມທາງດ້ານສິດທິມະນຸດຂອງນາໆ
ຊາດແລະອົງການຈັດຕັ້ງທາງດ້ານມະນຸດສະທຳຕ່າງໆເຂົ້າໄປໃນປະເທດດັ່ງກ່າວ.
ນອກນັ້ນແລ້ວ ສະພາຄວາມໝັ້ນຄົງສະຫະປະຊາຊາດຍັງກ່າວວ່າ ພວກທີ່ຮັບຜິດຊອບ
ໃນການໂຈມຕີພົນລະເຮືອນ ຄວນຈະຖືກນຳໂຕມາດຳເນີນຄະດີ.


ການເຄື່ອນໄຫວດັ່ງກ່າວນີ້ໄດ້ເກີດຂຶ້ນຫຼັງຈາກທີ່ ສັນນິບາດ Arab ໄດ້ໂຈະບໍ່ໃຫ້ Libya
ເຂົ້າຮ່ວມການປະຊຸມ ຫຼັງຈາກມີລາຍງານວ່າ ກຳລັງຮັກສາຄວາມສະຫງົບຂອງລີເບຍ
ໄດ້ທຳການປາບປາມພວກປະທ້ວງຕໍ່ຕ້ານລັດຖະບານຢ່າງຂຸ້ນຂ້ຽວ. ທ່ານ Amr
Moussa ຜູ້ນຳ ຂອງສັນນິບາດ Arab ໄດ້ເປີດກອງປະຊຸມສຸກເສີນໃນວັນອັງຄານວານນີ້
ທີ່ກຸງ Cairo ເພື່ອປຶກສາຫາລືກ່ຽວກັບເຫດການໃນ Libya ແລະທ່ານຍັງກ່າວວ່າການໃຊ້
ຄວາມຮຸນແຮງຕໍ່ພວກປະທ້ວງ ຕ້ອງຍຸດຕິທັນທີ.

XS
SM
MD
LG