ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງໃຫ້ ກາດດາຟີ ສະລະອໍານາດ (ເບິ່ງຮູບສະລາຍດ໌)


Плакат у Північній Кореї обіцяє "покарати імперіалістів".
Плакат у Північній Кореї обіцяє "покарати імперіалістів".

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ​ໄດ້ອອກ​ມາ​ຮຽກຮ້ອງ​ໃຫ້​ຜູ້​ນໍາ​ລີ​ເບຍ​ ທ່ານມວມມາ ​ກາດ​
ດາ​ຟີ ສະລະ​ອໍານາດດຽວ​ນີ້ຊະ​ ໂດຍ​ກ່າວ​ວ່າພະລັງເຄື່ອນ​ໄຫວ​ທີ່​ຕໍ່ຕ້ານ​ທ່ານ​ນັ້ນ ​ໄດ້​ມາ​ເຖິງ​
ຈຸດ​ທີ່ຈະ​ເຮັດ​ໃຫ້​ທ່ານ​ລົ້ມ​ລົງ​ແລ້ວ.

ໃນ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ທີ່​ອອກໃນ​ແລງ​ວັນ​ອາທິດ​ວານ​ນີ້ ຫລັງຈາກພວກ​ກະບົດ​ໄດ້​ທໍາ​
ຄວາມ​ຄືບ​ໜ້າ​ເຂົ້າ​ໄປ​ໃນ​ນະຄອນຫລວງ​ຕຣີ​ໂປ​ລີແລ້ວນັ້ນ​ ທ່ານ​ ໂອ​ບາ​ມາ​ກ່າວ​ວ່າ ທ່ານ​
ກາດດາ​ຟີ​ຈະ​ຕ້ອງ​ຍອມຮັບ​ຮູ້​ວ່າ ທ່ານ​ບໍ່​ໄດ້​ຄວບ​ຄຸມປະ​ເທດ​ຕໍ່​ໄປອີກ​ແລ້ວ.

ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ອີກວ່າ ສະຫະລັດ​ຈະ​ສືບ​ຕໍ່​ດໍາ​ເນີນ​ງານກັບປະຊາ​ຄົມນາ​ໆ​ຊາດ​ ​ເພື່ອ
ສະໜັບ​ສະ​ໜຸນ​ການ​ຫັນປ່ຽນ​ຢ່າງ​ສັນຕິ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ໃນ​ລີ​ເບຍນັ້ນ ​ແລະ​ຮຽກ
ຮ້ອງ​ສະພາ​ປົກ​ຄອງ​ຊາດ​ລະຍະ​ຂ້າມ​ຜ່ານ​ຂອງ​ຝ່າຍ​ຄ້ານ ​ໃຫ້​ຮວມເອົາ​ຜົນ​ປະ​ໂຫຍ​ດຕ່າງໆ
ຂອງ​ປະຊາຊົນ​ລີ​ເບຍ​ທັງ​ໝົດ.

ໃນ​ເຊົ້າ​ວັນ​ອາທິດ​ວານ​ນີ້ ທ່ານ Anders Fogh Rasmussen ເລຂາທິການ​ໃຫຍ່​ອົງ
ການເນ​ໂຕ້ກ່າວ​ວ່າ ​ຍິ່ງ​ທ່ານ​ກາດ​ດາ​ຟີ​ຮູ້​ສຶກສໍານຶກວ່າ ​ຕົນ​ບໍ່​ສາມາດເອົາຊະນະ​ການ​ຕໍ່ສູ້​
ໄດ້​ໄວ​ເທົ່າ​ໃດ ກໍຍິ່ງ​ເປັນ​ການ​ດີ​ເທົ່າ​ນັ້ນ.

XS
SM
MD
LG