ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງຍັງບໍ່ສາມາດຊັກຊວນໃຫ້ ກຸ່ມພາຄີ 8 ປະເທດ ສະໜັບສະໜຸນເຂດຫ້າມບິນ


ກອງປະຊຸມບັນດາລັດຖະມຸນຕີຕ່າງປະເທດ ກຸ່ມພາຄີ 8 ປະເທດທີ່ກຸງປາຣີ ວັນທີ 15 ມີນາ 2011
ກອງປະຊຸມບັນດາລັດຖະມຸນຕີຕ່າງປະເທດ ກຸ່ມພາຄີ 8 ປະເທດທີ່ກຸງປາຣີ ວັນທີ 15 ມີນາ 2011

ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຍັງ​
ບໍ່​ສາມາດສ້າງຄວາມໝັ້ນ​ໃຈ​ຫຼືຊັກຊວນກຸ່ມ​ພາຄີ 8 ປະ​ເທດ
ເພື່ອໃຫ້ການ​ສະໜັບສະໜຸນ​ຕໍ່ການ​ຊຸກຍູ້​ຂອງຝຣັ່ງ ທີ່ຢາກ
ຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ເໜືອ​ລີ​ເບຍ​ໃນ​ຄວາມ​ພະຍາຍາມ​ບໍ່​ໃຫ້
ພວກ​ເຮືອບິນ​ລົບຂອງ​ລີ​ເບຍ​ບິນ​ຂຶ້ນ​ຈາກ​ເດີ່ນໄດ້​ນັ້ນ.

ທ່ານ Alain Juppe ລັດຖະມົນຕີ​ຕ່າງປະ​ເທດ​ຝຣັ່ງກ່າວ​ຖ້ອຍ​ຖະແຫລ​ງດັ່ງກ່າວ​ນີ້​ຕໍ່​ວິທະຍຸ Europe 1 ​ໃນ​ວັນ​ອັງ
ຄານ​ມື້​ນີ້. ພວກ​ລັດຖະມົນຕີ​ຕ່າງປະ​ເທດ​ຈາກ​ 8 ​ປະ​ເທດ​ທີ່ຈະເລີນທາງດ້ານ​ອຸດສາ ຫະກໍາຂອງ​ໂລກ​ໄດ້​ເລີ້ມພົບ​ປະ
ກັນ​ຢູ່​ທີ່​ກຸງ​ປາຣີ ມາ​ຕັ້ງ​ແຕ່​ວັນ​ຈັນວານ​ນີ້ ​ເພື່ອ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບວ່າຈະ​ເຮັດວິທີ​ໃດ​ດີ​ເພື່ອ​ຮັບມືກັບການ​ສູ້​ລົບ​ກັນ​ໃນ​ລີ​ເບຍ​ນັ້ນ.

ກຸ່ມ 8 ປະ​ເທດ​ທີ່ຈະເລີນອຸດສາຫະກຳ ແມ່ນມີຮວມທັງ​ສະຫະລັດ ຣັດ​ເຊຍ ​ເຢຍຣະມັນ ຝຣັ່ງ ອີ​ຕາ​ລີ ອັງກິດ ກາ​ນາ​ດາ​ແລະ​ຍີ່ປຸ່ນ.

ຝຣັ່ງ​ແລະ​ອັງກິດ​ເປັນ​ຜູ້​ນໍາພາ​ຮຽກຮ້ອງ​ໃຫ້​ຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ນີ້​ຂຶ້ນ ​ແລະ​ໄດ້​ນໍາ​ສະ​ເໜີ​ຕໍ່​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເພື່ອ​ໃຫ້ໄດ້​ຮັບ​ການ​ສະໜັບສະໜຸນ​ນັ້ນ.

ສັນນິບາດ​ຊາດ​ອາຣັບ ທີ່​ມີສະມາຊິກ 22 ປະ​ເທດນັ້ນ ກໍ​ໄດ້​ຮຽກຮ້ອງໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ເຊ່ນກັນ​ໃຫ້​ອະນຸມັດ​ການຈັດ​ຕັ້ງ​ເຂດ​ຫ້າມ​ບິນ​ຂຶ້ນ ​ແຕ່​ຈີນທີ່​ມີ​ສິດ​ຍັບ​ຍັ້ງ​ໃນ​ສະພາ​ຄວາມ​ໜັ້ນຄົງ​ນັ້ນ​ຄັດຄ້ານ​ຕໍ່​ຄວາມ​ຄິດ​ທີ່​ວ່າ​ນີ້.

XS
SM
MD
LG