ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະເທດມະຫາ​ອໍານາດ ວາງ​ແຜນ​ອະນາຄົດ ທາງ​ການ​ເມືອງຂອງ Libya


ກອງປະຊຸມຂອງບັນດາປະເທດມະຫາ​ອໍານາດ​ຂອງໂລກທີ່ນະຄອນ
ລອນດອນ
ກອງປະຊຸມຂອງບັນດາປະເທດມະຫາ​ອໍານາດ​ຂອງໂລກທີ່ນະຄອນ ລອນດອນ

ບັນດາປະເທດມະຫາ​ອໍານາດ​ຂອງໂລກພົບ​ກັນ​ໃນ​ວັນ​ອັງ
ຄານ ມື້ນີ້​ທີ່ກຸງລອນ​ດອນ ​ໃນ​ຄວາມ​ພະຍາຍາມ​ເພື່ອຈະ​
ວາງ​ແຜນການກ່ຽວ​ກັບ​ອະນາຄົດທາງ​ການ​ເມືອງ ຂອງ
Libya ທີ່ປາດສະ​ຈາກ​ຜູ້​ນໍາ​ພະ​ເດັດ​ການ Moammar Gadhafi.

ພວກ​ຄະນະ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈາກ 40 ປະ​ເທດ
ຈະເຂົ້າຮ່ວມກອງ​ປະ​ຊຸມໃນມື້ນີ້ ​ທີ່ແນໃສ່​ເພື່ອຊອກຫາຊ່ອງ
ທາງໃຫ້ທ່ານ Gadhafi ລົງ​ຈາກ​ອໍານາດ. ບັນດາ​ພວກ
ປະ​ເທດ Arab ຈຳນວນນຶ່ງກໍຈະເຂົ້າຮ່ວມ ແລະເປັນຕົວ
ແທນຂອງກຸ່ມສັນນິບາດອາຣັບແລະສະຫະພັນອາຟຣິກາ.

ລາຍງານຂ່າວແຈ້ງວ່າ ຜູ້ນຳຂອງພວກກະບົດ Libya
ທ່ານ Mahmoud Jibril ອາດຈະໄປຮ່ວມກອງປະຊຸມ
ນີ້ທີ່ນະຄອນລອນ​ດອນເຊັ່ນກັນ ແຕ່ວ່າທາງອົງການ
ຂ່າວ Reuters ໄດ້ອ້າງເອົາຄໍາເວົ້າຈາກແຫຼ່ງຂ່າວທາງ
ດ້ານການທູດຂອງ ອັງກິດກ່າວວ່າ ທ່ານ Jibril ແມ່ນບໍ່ໄດ້ຖືກເຊື້ອເຊີນເຂົ້າຮ່ວມໃນກອງປະຊຸມນີ້.

ອັງກິດຫວັງວ່າການປະຊຸມນີ້ຈະເສີມຂະຫຍາຍຄວາມໝາຍໝັ້ນຕັ້ງໃຈຂອງນາໆຊາດ
ການປະຕິບັດງານທາງທະຫານໃນລີເບຍທີ່ໄດ້ຮັບການອະນຸມັດຈາກອົງ ການສະຫະ
ປະຊາຊາດ. ນອກນັ້ນການປະຊຸມໃນເທື່ອນີ້ ຍັງຈະເພັ່ງເລັງໃສ່ການ ປະສານງານຂອງ
ການໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດສະທໍາຕໍ່ລີເບຍ.

ໃນວັນຈັນວານນີ້ ນາຍົກລັດຖະມົນຕີອັງກິດທ່ານ David Cameron ທ່ານ Nicolas
Sarkozy ປະທານາທິບໍດີຝຣັ່ງ ໄດ້ຮຽກຮ້ອງໃຫ້ທ່ານ Moammar Gadhafi ອອກ
ຈາກຕໍາແໜ່ງ ແລະຂໍຮ້ອງໃຫ້ພວກທີ່ຕິດຕາມທ່ານນັ້ນ ໂຕນໜີໄປຈາກທ່ານ Gadhafi
ເສຍ ກ່ອນທີ່ມັນ "ຈະຊ້າເກີນໄປ". ໃນຖະແຫຼງການຮ່ວມນັ້ນ ພວກຜູ້ນຳທັງສອງ
ໄດ້ຮຽກຮ້ອງໃຫ້ຊາວ Libya ທັງມວນທີ່ເຊື່ອວ່າ ທ່ານ Gadhafi ຈະນໍາປະເທດໄປສູ່
ຄວາມຫາຍຍະນະນັ້ນ ໃຫ້ພາກັນຈັດຕັ້ງຂັ້ນຕອນຂອງໄລຍະຂ້າມຜ່ານ.

ລັດຖະມົນຕີການຕ່າງປະເທດອິຕາລີ ທ່ານ Franco Frattini ໄດ້ສະເໜີແຜນການ
ອັນນຶ່ງທີ່ຮວມທັງການຢຸດຍິງ ການໄປລີ້ໄພຂອງທ່ານ Gadhafi ແລະຂອບຂອງການ
ເຈລະຈາລະຫວ່າງພວກກະບົດແລະພວກຜູ້ນໍາຊົນເຜົ່າຕ່າງໆໃນລີເບຍ.





XS
SM
MD
LG