ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ແລະ EU ປະນາມລີເບຍ ທີ່​ປາບປາມ ພວກປະທ້ວງ ຢ່າງຮຸນແຮງ


ພວກປະທ້ວງຕໍ່ຕ້ານລັດຖະບານລີເບຍ ທີ່ຕ້ອງການຢາກເຫັນການ
ປ່ຽນແປງ
ພວກປະທ້ວງຕໍ່ຕ້ານລັດຖະບານລີເບຍ ທີ່ຕ້ອງການຢາກເຫັນການ ປ່ຽນແປງ

ສະຫະລັດແລະສະຫະພາບຢູ​ໂຣບໄດ້ປະນາມລັດຖະບານ
ລີເບຍ ທີ່​ໄດ້​ທໍາ​ການ​ປາບ​ປາມພວກປະທ້ວງຕໍ່ຕ້ານລັດຖະ
ບານຢ່າງ​ຮຸນ​ແຮງ ທີ່ພາໃຫ້ມີການເສຍ ເລືອດເນື້ອນັ້ນ
ແລະຮຽກຮ້ອງ​ໄປ​ຍັງປະເທດ​ໃນອາ​ຟຣິກາເໝືອ​ແຫ່ງ​ນັ້ນ
ບໍ່​ໃຫ້ ໃຊ້ຄວາມຮຸນແຮງ ຕໍ່​ພວກ​ທີ່​ທໍາ​ການປະທ້ວງຢ່າງ
ສັນຕິນັ້ນ.

ເອກອັກຄະລັດຖະທູດສະຫະລັດປະຈໍາອົງການສະຫ
ປະຊາຊາດ ທ່ານນາງ Susan Rice ໄດ້ປະນາມການ
ກວາດ​ລ້າງພວກປະທ້ວງຂອງລັດຖະບານລີເບຍ ໃນວັນ
ອາທິດວານ​ນີ້ ໃນການໃຫ້ສໍາພາດກັບຕານ່າງຂ່າວໂທລະ
ພາບ NBC ຂອງສະຫະລັດ. ທ່ານນາງຍັງຂໍຮ້ອງໃຫ້ມີ​ການເຄົາລົບ​ ຕໍ່ການປະທ້ວງຢ່າງສັນຕິນັ້ນ.

ທາງໂຄສົກກະຊວງການຕ່າງປະເທດ ທ່ານ Philip
Crowley ກໍກ່າວວ່າ ທາງ Washington ໄດ້ສະ​ແດງ
ການ​ຄັດຄ້ານ​ຂອງ​ຕົນຕໍ່​ການໃຊ້​ກໍາລັງຕໍ່ພວກປະທ້ວງຢ່າງ​ຮຸນແຮງ​ເຖິງ​ຕາຍ​ນັ້ນ ກັບລັດຖະ ມົນຕີການຕ່າງປະເທດລີເບຍ ທ່ານ Musa Kusa ແລະເຈົ້າໜ້າທີ່ຄົນ​ອື່ນໆຂອງລີເບຍນໍາ.

ບັນດາລັດຖະມົນຕີການຕ່າງປະເທດຂອງ EU ຫລື​ສະຫະພາບ​ຢູ​ໂຣບ ທີ່ພົບປະກັນຢູ່
Brussels ກໍໄດ້ອອກຖະແຫລງການໃນວັນອາທິດວານນີ້ ປະນາມອັນທີ່ພວກ​ເຂົາ​ເຈົ້າ
ເອີ້ນວ່າ ການປາບປາມຕໍ່ພວກທີ່​ທໍາ​ການປະທ້ວງຢ່າງ​ສັນຕິນັ້ນ ​ພ້ອມ​ກັບສະ​ແດງ​ຄວາມ
ເສຍໃຈຢ່າງ​ເລິກ​ເຊິ່ງ ນໍາ​ການ​ເສຍ​ຊີວິດ​ຂອງພົນລະ​ເຮືອ​ນ.

ພວກລັດຖະມົນຕີການຕ່າງປະເທດ EU ໄດ້ຮຽກຮ້ອງໃຫ້ລັດຖະບານລີເບຍໃຊ້​ຄວາ​ມຍັບ
ຍັ່ງ​ຊັ່ງ​ໃຈ ລະ​ເວ້ນ​ຈາກການໃຊ້ຄວາມ​ຮຸນ​ແຮງ​ຕື່ມ​ອີກ​ໂດຍ​ທັນທີ ແລະ​ເລີ້ມ​ຕົ້ນການສົນທະ
ນາ ທີ່ເປີດ​ກ້ວາງ​ແລະມີຄວາມໝາຍ ເພື່ອແກ້ໄຂບັນຫາຄວາມ​ໄຝ່ຝັນ​ແລະ​ມຸ່ງ​ມາດ​ປາດຖະ
ໜາຂອງປະຊາຊົນນັ້ນ.

ໃນຄໍາຖະແຫລງສະບັບນຶ່ງໃນວັນອາທິດວານນີ້ ເລຂາທິການໃຫຍ່ອົງການສະຫະປະຊາ
ຊາດທ່ານ Ban Ki-moon ກ່າວວ່າ ທ່ານມີຄວາມຕັ້ງໃຈທີ່ຈະຍົກ​ເອົາອັນທີ່ທ່ານເອີ້ນວ່າ
“ລາຍງານທີ່ໜ້າ​ຮ້ອນ​ໃຈ” ທີ່ອອກມາຈາກລີ​ເບຍ​ນັ້ນ ຂຶ້ນ​ມາ​ສົນທະນາ​ກັບພວກຜູ້ນໍາຂອງ
ລີເບຍ.

XS
SM
MD
LG