ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນຂໍໃຫ້ ສະຫະປະຊາຊາດ ນໍາພາການປ່ຽນແປງ ໃນລີເບຍ


ມວມມາ ກາດດາຟີ ຜູ້ນໍາລີເບຍ
ມວມມາ ກາດດາຟີ ຜູ້ນໍາລີເບຍ

ລັດຖະບານຈີນໄດ້ຮ້ອງຂໍໃຫ້ອົງການສະຫະປະຊາຊາດເປັນຜູ້ນໍາພາໃນການດຳເນີນຄວາມ ພະຍາຍາມຕ່າງໆຫລັງສົງຄາມຢູ່ໃນລີເບຍຂະນະທີ່ ຈີນຮຽກຮ້ອງໃຫ້ມີການປ່ຽນແປງທາງ ການເມືອງ ຢ່າງລາບລື່ນ ຢູ່ໃນລີ ເບຍທີ່ເກີດເສິກສົງຄາມນັ້ນ.

ຖະແຫລງການສະບັບນຶ່ງ ທີ່ພິມເຜີຍແຜ່ຢູ່ໃນເວບໄຊ້ຂອງກະຊວງຕ່າງ ປະເທດຈີນເວົ້າວ່າ ທ່ານ Yang Jiechi ລັດຖະມົນຕີຕ່າງປະເທດຈີນໄດ້ຮຽກຮ້ອງໃຫ້ທ່ານ ພັນ ຄີມູນ ເລຂາ ທິການໃຫຍ່ອົງການ ສະຫະປະ ຊາຊາດເມື່ອຕອນແລງຂອງວັນອັງຄານວານນີ້ ທີ່ຮຽກຮ້ອງ ໃຫ້ທ່ານພັນ ຄີມູນ ເອົາບົດບາດຜູ້ນໍາພາ ແລະປະຕິບັດງານຮ່ວມກັບພວກອົງການພູມີພາກ ອື່ນໆເພື່ອຟື້ນຟູຄວາມເປັນລະບຽບ ຮຽບຮ້ອຍ ຢູ່ໃນປະເທດດັ່ງກ່າວ.

ນອກນີ້ ທ່ານນາງ Jiang Yu ໂຄສົກກະຊວງຕ່າງປະເທດຈີນຍັງໄດ້ ກ່າວໃນວັນພຸດມື້ນີ້ ວ່າ ຈີນຈະສືບຕໍ່ຮັກສາການຕິດຕໍ່ພົວພັນກັບພວກກະບົດລີເບຍ ໂດຍເວົ້າຕື່ມວ່າ ລັດຖະບານ ປັກກິ່ງແມ່ນຍາມໃດກໍເວົ້າເຖິງ ຄວາມສໍາຄັນ ກ່ຽວກັບບົດບາດ ຂອງສະພາໄລຍະຂ້າມຜ່ານ ແຫ່ງຊາດ ຂອງພວກກະບົດລີເບຍ ໃນອະນາຄົດຂອງປະເທດນັ້ນ.

ເຈົ້າໜ້າທີ່ຈີນທ່ານນີ້ກ່າວຕື່ມວ່າ ຈີນຫວັງວ່າໃນອະນາຄົດ ລັດຖະບານຊຸດໃໝ່ຂອງລີເບຍ ແມ່ນຈະເອົາມາດຕະການຕ່າງໆ ທີ່ມີປະສິດທິຜົນ ເພື່ອເຕົ້າໂຮມປະເທດຊາດ ຟື້ນຟູ ຄວາມ ເປັນລະບຽບຮຽບຮ້ອຍຢ່າງໄວ ແລະເລີ່ມບູລະນະສ້າງສາທາງດ້ານການເມືອງ ແລະເສດຖະ ກິດຂອງປະ ເທດຄືນໃໝ່.

ຄໍາຮ້ອງຂໍຂອງຈີນຕໍ່ພວກກະບົດລີເບຍມີຂື້ນໃນເວລາທີ່ກໍາລັງຕໍ່ຕ້ານລັດຖະບານພາກັນ ສະເຫລີມສະຫລອງຢູ່ຕາມຖະນົນຫົນທາງໃນນະຄອນຫຼວງ Tripoli ແລະພ້ອມດຽວກັນ ກໍຍັງສືບຕໍ່ຕາມລ່າຫາຕົວທ່ານມວມມາ ກາດ ດາຟີນັ້ນຢູ່.

ຈີນ ຊຶ່ງເປັນປະເທດທີ່ມີສັນຍາການຄ້າກັບລີເບຍ ໃນມູນຄ່າຫລາຍພັນ ລ້ານໂດລານັ້ນ ໃນເບຶ້ອງຕົ້ນ ໄດ້ດຳເນີນນະໂຍບາຍ ແບບບໍ່ເຂົ້າແຊກແຊງໃດໆໃນການປະຕິວັດຂອງລີເບຍ ແລະປະຕິເສດບໍ່ຍອມປະຕິບັດ ຕາມການນໍາພາຂອງປະເທດອື່ນໆທີ່ໄດ້ໃຫ້ການຮັບຮູ້ພວກ ກະບົດລີເບຍ ໃນຖານະລັດຖະບານຊຸດໃໝ່ ຂອງປະເທດນັ້ນ.

XS
SM
MD
LG