ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສະຫະລັດແລະອັງກິດກຽມແຜນການ ຮັບມືຢ່າງເຕັມອັດຕາ ກັບລີເບຍ


ຜູ້ນໍາລີເບຍ ມວມມາ ກັດດາຟີ ທີ່ຕ້ອງສະຫລະອໍານາດໂດຍທັນທີ
ຜູ້ນໍາລີເບຍ ມວມມາ ກັດດາຟີ ທີ່ຕ້ອງສະຫລະອໍານາດໂດຍທັນທີ

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ແລະ
ນາຍົກລັດຖະມົນຕີອັງກິດ ທ່ານ ເດວິດ ແຄມມາຣັນ ໄດ້
ຕົກລົງກັນກ່ຽວກັບແຜນການຮັບມືຢ່າງເຕັມອັດຕາທີ່ອາດ
ມີຂື້ນໄດ້ຕໍ່ປະເທດລີເບຍ ໂຮມທັງການຫ້າມນໍາເຂົ້າອາວຸດ
ການຕັ້ງເຂດຫ້າມບິນ, ການບັນເທົາດ້ານມະນຸດສະທໍາ
ແລະການສອດແນມ.

ທໍານຽບຂາວກ່າວວ່າ ຜູ້ນໍາທັງສອງໄດ້ໂອ້ລົມກັນທາງໂທລະ
ສັບເມື່ອວັນອັງຄານວານນີ້ ໂດຍເຫັນພ້ອມນຳກັນວ່າ ວັດ
ຖຸປະສົງທີ່ມີຮ່ວມກັນຂອງທັງສອງປະເທດໃນລີເບຍນັ້ນ
ແມ່ນຈະຕ້ອງຢຸດເຊົາຄວາມຮຸນແຮງແລະການສະຫລະອໍານາດ
ຂອງທ່ານ ມວມມາ ກັດດາຟີ ໃຫ້ໄວທີ່ສຸດເທົ່າທີຈະໄວໄດ້.

ການຮຽກຮ້ອງຂອງປະຊາຄົມນານາຊາດໃຫ້ຕັ້ງເຂດຫ້າມບິນນັ້ນ ໄດ້ມີເພີ່ມຂື້ນເລື້ອຍໆ ໃນຂະນະທີ່ພວກກໍາລັງສະໜັບສະໜຸນ ຫລືຈົງຮັກພັກດີຕໍ່ກັດດາຟີ ໂຈມຕີພວກກະບົດ
ດ້ວຍເຮືອບິນລົບນັ້ນ. ຈຳນວນຜູ້ເສຍຊີວິດຍ້ອນການໂຈມຕີເຫຼົ່ານີ້ແມ່ນປະມານກັນວ່າ
ມີແຕ່ຈໍານວນຫລາຍຮ້ອຍຄົນເຖິງຫລາຍພັນຄົນແລ້ວ. ສະຫະລັດມີຄວາມກະຕືລືລົ້ນ
ໜ້ອຍກວ່າບາງປະເທດພັນທະມິດຂອງຕົນ ກ່ຽວກັບການເຄື່ອນໄຫວດັ່ງກ່າວ ໂດຍທີ່
ພວກເຈົ້າໜ້າທີ່ທະຫານອາວຸໂສສະຫະລັດໃຫ້ຂໍ້ສັງເກດວ່າ ເຂດຫ້າມບິນນັ້ນແມ່ນມີທ່າ
ທາງວ່າ ຈະຕ້ອງທໍາການໂຈມຕີຖິ້ມລະເບີດໃສ່ລະບົບປ້ອງກັນທາງອາກາດຂອງລີເບຍ.

ອັງກິດ ແລະຝຣັ່ງ ໄດ້ຮ່າງຍັດຕິສະບັບນຶ່ງທີ່ອາດຖືກນຳສະເໜີຕໍ່ສະພາຄວາມໝັ້ນຄົງ
ອົງການສະຫະປະຊາຊາດ ພາຍໃນອາທິດນີ້ກໍເປັນໄດ້.

XS
SM
MD
LG