ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງຝ່າຍຄ້ານລໍຖ້າ ການໂຈມຕີໂຕ້ຕອບຈາກ ກໍາລັງທນີຍົມກາດດາຟີ


ພວກຄັດຄ້ານລັດຖະບານລີເບຍຫລາຍຮ້ອຍຄົນ ສະແດງອາວຸດຂອງເຂົາເຈົ້າ ໃນເມືອງ Zawiya ຕຽມຕໍ່ສູ້ກັບກໍາລັງຂອງ Moammar Gadhafi, ວັນທີ 27 ກຸມພາ 2011.
ພວກຄັດຄ້ານລັດຖະບານລີເບຍຫລາຍຮ້ອຍຄົນ ສະແດງອາວຸດຂອງເຂົາເຈົ້າ ໃນເມືອງ Zawiya ຕຽມຕໍ່ສູ້ກັບກໍາລັງຂອງ Moammar Gadhafi, ວັນທີ 27 ກຸມພາ 2011.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ລີ​ເບຍ​ໃນ​ເມືອງ Zawiya ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ ກໍາລັງ​ກຽມ​ຕົວ​ພາກັນ​ລໍຖ້າການ​ໂຈມ​ຕີ​ໂຕ້​ຕອບຄືນ ​ໂດຍ​ພວກ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ໃນ​ວັນ​ຈັນ​ມື້​ນີ້ ໃນ​ຂະນະ​ທີ່​ພວກ​ກະບົດ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ ປະກາດ​ຈັດຕັ້ງ​ຄະນະ​ລັດຖະບານ​ຊົ່ວຄາວ​ຂຶ້ນ​ແລະ​ອະນຸຍາດ​ໃຫ້ຮື້ຟືນການ​ສົ່ງ​ນໍ້າມັນອອກ​ຂາຍ​ຕ່າງປະ​ເທດ​ ​ຈາກ​ເຂດ​ແດນ​ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ຕົນ.

ພວກ​ຊາວ​ເມືອງ Zawiya ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະຄອນ
ຫລວງ​ Tripoli ​ໄປ​ທາງ​ກໍ້າ​ຕາ​ເວັນ​ຕົກ​ ປະມານ 50
ຫລັກ​ກິ​ໂລ​ແມັດ ກ່າວ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ທະຫານ​ນິຍົມ​ທ່ານ​ກາດ​ດາ​ຟີ​
ປະມານ 2 ພັນ​ຄົນ​ໄດ້​ອ້ອມ​ເມືອງ​ດັ່ງກ່າວ​ໄວ້.

ບັນດາ​ນັກ​ຂ່າວ​ຝ່າຍ​ຕາ​ເວັນ​ຕົກ​ໃນ​ເມືອງ Zawiya ​ໄດ້​ພົບ​ເຫັນ​ວ່າ ​ເມືອງ​ Zawiya ​ຢູ່​ໃນ​ກໍາມື​ຢ່າງ​ຮັດ​ແໜ້ນ​ຂອງ​ພວກ​ກະບົດ ຊຶ່ງ​ພວກ​ນາຍ​ທະຫານ​ທີ່ໂຕນໜີ​ຈາກ​ລັດຖະບານ​ ໄດ້​ພາກັນ​ສະ​ແດງ​ພວກ​ລົດ​ຖັງ​ຂອງກອງທັບ​ ແລະ​ຫ້າງປືນ​ຕໍ່ຕ້ານອາກາດ​ສະຍານ​ຂອງ​ເຂົາ​ເຈົ້າ​ໃສ່​ລົດກະບະ ​ຕຽມ​ພ້ອມ​ສໍາລັບ​ການ​ໂຈມ​ຕີ​ທີ່ຄາດ​ວ່າ​ຈະ​ມີ​ຂຶ້ນ​ນັ້ນ. ພວກ​ນັກ​ຂ່າວ​ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ເຫັນ​ປະຊາຊົນຫລາຍ​ຮ້ອຍ​ຄົນ​ໂຮມ​ຊຸມນຸມ​ແລະ​ຮ້ອງ​ໂຮ​ຄໍາ​ຂວັນ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ຕ່າງໆ​ ຕະຫລອດ​ທັງ​ຄວາມ​ເສັຍ​ຫາຍຢ່າງ​ຫລວງ​ລຫາຍ​ ຈາກ​ການ​ສູ້​ລົບ​ກັນໃນ​ຫວ່າງ​ໄວໆ​ມາ​ນີ້. ​ເມືອງ Zawiya ​ຊຶ່ງ​ເປັນ​ເມືອງອຸດສາຫະກໍາທີ່​ສໍາຄັນ​ທີ່ຕັ້ງຢູ່​ໃກ້ໆ​ກັບ​ທ່າ​ເຮືອແຫ່ງ​ນຶ່ງ​ແລະ​ໂຮງ​ກັ່ນ​ນໍ້າມັນ​ຫລາຍ​ແຫ່ງ ​ເປັນ​ສູ​ນກາງ​ສໍາລັບທໍ່​ລໍາລຽງ​ນໍ້າມັນ​ແລະແກສ ທີ່​ໃຫຍ່​ທີ່​ສຸດ​ຂອງ​ລີ​ເບຍ.

ໃນ​ຂະນະ​ດຽວ​ກັນ ​ເຈົ້າ​ໜ້າ​ທີ່ີລີ​ເບຍ​ທ່ານ​ນຶ່ງ​ທີ່​ເປັນ​ຕົວ​ແທນ​ຂອງ​ບໍ​ລີ​ສັດນໍ້າມັນອ່າວ​ອາ​ເຣບຽນ ອັນ​ເປັນ​ຜູ້​ຜະລິດ​ນໍ້າມັນ​ລາຍ​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ແລະ​ເປັນ​ແຫ່ງ​ດຽວ​ເທົ່າ​ນັ້ນ​ທີ່​ຕົກ​ຢູ່​ໃນ​ຄວາມ​ຄອບ​ຄອງ​ຂອງ​ຝ່າຍ​ຄ້ານ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ​ ກ່າວ​ວ່າ ທາງບໍລິ​ສັດ​ໄດ້ເລີ້ມ​ສົ່ງນໍ້າມັນອອກ​ຄືນ​ໃນ​ວັນ​ອາທິດ​ວານ​ນີ້ ​ໂດຍໄດ້​ຂົນ​ນໍ້າມັນ​ໃສ່​ກໍາ​ປັ່ນ​ບັນທຸກ​ນໍ້າມັນ 2 ລໍາ​ໃນ​ທ່າ​ເຮືອ Tobruk ນັ້ນ.

ທ່ານ Hassan Bulifa ຊຶ່ງ​ເປັນ​ສະມາຊິກ​ຄົນ​ນຶ່ງ​ໃນຄະນະ​ກໍາມະການບໍລິຫານ​ງານ​ຂອງ​ບໍລິສັດ​ນໍ້າມັນ​ໃນ​ອ່າວ​ອາເຣບຽນ ກ່າວ​ວ່າ ທ່ານ​ຄາດ​ວ່າ ​ກໍາ​ປັ່ນ​ບັນທຸກ​ນໍ້າມັນ​ລໍາ​ນຶ່ງ​ໃນ​ຈໍານວນ​ກໍາ​ປັ່ນ​ສອງ​ລໍາ​ນີ້​ຈະ​ແລ່ນອອກ​ຈາກ​ທ່າ​ເຮືອ Tobruk ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້ ຊຶ່ງ​ບັນຈຸ​ນໍ້າມັນ 7 ​ແສນ​ຖັງ ​ແລະ​ກ່າວ​ຕື່ມ​ວ່າ ພວກ​ກໍາ​ປັ່ນ​ບັນທຸກ​ນໍ້າມັນ​ເຫລົ່າ​ນີ້​ມຸ້ງ​ໜ້າ​ໄປ​ສູ່ Austria ​ແລະ​ຈີນ ຊຶ່ງເປັນການ​ສົ່ງ​ນໍ້າມັນ​ອອກ​ຖ້ຽວ​ທໍາ​ອິດຂອງ​ບໍລິສັດ​ນັບ​ແຕ່​ວັນ​ທີ 10 ກຸມພາ​ເປັນ​ຕົ້ນ​ມາ.

ໜັງສືພິມ New York Times ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Bulifa ວ່າ ​ເວລາ​ນີ້​ພວກ​ກະບົດ ​ໄດ້​ຄວບ​ຄຸມ​ຊັບ​ສິນ​ນໍ້າມັນ​ຂອງ​ປະ​ເທດ​ຢ່າງ​ນ້ອຍ 80 ສ່ວນ​ຮ້ອຍ ​ແລະ​ວ່າ ບໍລິສັດ​ຂອງ​ທ່ານ​ທີ່​ຕັ້ງ​ຢູ່​ໃນ​ເມືອງ Benghazi ທີ່ຢູ່​ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ຝ່າຍ​ຄ້ານ ກໍາລັງ​ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ພວກ​ເຂົາ​ເຈົ້າ.

XS
SM
MD
LG