ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງລີເບຍ ຂັບໄລ່ພວກຫົວຮຸນແຮງ ອອກຈາກ ສໍານັກງານໃຫຍ່ ຂອງເຂົາເຈົ້າ


ພວກເດີນຂະບວນປະທ້ວງຊາວລີເບຍ ພາກັນຮ້ອງໂຮດີໃຈ ລຸນຫລັງ ໄດ້ຂັບໄລ່ກຳລັງປະກອບອາວຸດຫົວຮຸນແຮງອິສລາມ Ansar al-Shariah ອອກຈາກ ສໍານັກງານໃຫຍ່ຂອງເຂົາເຈົ້າ ຢູ່ເມືອງ Benghazi ຂອງລີເບຍ.
ພວກເດີນຂະບວນປະທ້ວງຊາວລີເບຍ ພາກັນຮ້ອງໂຮດີໃຈ ລຸນຫລັງ ໄດ້ຂັບໄລ່ກຳລັງປະກອບອາວຸດຫົວຮຸນແຮງອິສລາມ Ansar al-Shariah ອອກຈາກ ສໍານັກງານໃຫຍ່ຂອງເຂົາເຈົ້າ ຢູ່ເມືອງ Benghazi ຂອງລີເບຍ.
ພວກປະທ້ວງຊາວລີເບຍ ໄດ້ຂັບໄລ່ກຳລັງປະກອບອາວຸດຫົວ
ຮຸນແຮງຈີຮາດ ອອກຈາກ ສໍານັກງານໃຫຍ່ຂອງເຂົາເຈົ້າ ແລະ
ກໍໄດ້ເຂົ້າຍຶດເອົາຄ້າຍຂອງກຸ່ມດັ່ງກ່າວອີກສອງສາມ ແຫ່ງຢູ່
ໃນເມືອງ Benghazi ໃນຕອນເຊົ້າມືດຂອງວັນເສົາມື້ນີ້ ໃນ
ການປະທະກັນທີ່ເຮັດ ໃຫ້ສອງຄົນເສຍຊີວິດ.

ການຍຶດເອົາສຳນັກງານໃຫຍ່ຂອງກຸ່ມຫົວຮຸນແຮງ Ansar al-
Shariah ແລະຄ້າຍອື່ນໆ ຂອງກຸ່ມກຳລັງປະກອບອາວຸດຫົວ
ຮຸນແຮງຈັດອື່ນໆ ໄດ້ມີຂຶ້ນລຸນຫລັງທີ່ຊາວລີເບຍຫລາຍສິບພັນ
ຄົນ ພາກັນເດີນຂະບວນປະທ້ວງຢູ່ທີ່ເມືອງ Benghazi ໃນວັນ
ສຸກວານນີ້ ຊຶ່ງໄດ້ຮຽກຮ້ອງໃຫ້ທັບມ້າງກຸ່ມກຳລັງປະກອບອາວຸດ
ທີ່ມີອິດທິພົນເຫຼົ່ານີ້.

ກຸ່ມຫົວຮຸນແຮງ Ansar al-Shariah ໄດ້ມີສ່ວນພົວພັນກັບການໂຈມຕີ ທີ່ໄດ້ສັງຫານ ເອກ
ອັກຄະລັດຖະທູດສະຫະລັດ ແລະຊາວອາເມຣິກັນອີກ 3 ຄົນຢູ່ໃນລີເບຍ ໃນອາທິດແລ້ວນີ້
ຊຶ່ງເປັນການກ່າວຫາ ທີ່ກຸ່ມດັ່ງກ່າວໄດ້ປະຕິເສດ.

ນອກນັ້ນ ພວກເດີນຂະບວນປະທ້ວງຕໍ່ຕ້ານກຸ່ມຫົວຮຸນແຮງຍັງໄດ້ຮຽກຮ້ອງໃຫ້ລັດຖະ
ບານ ສ້າງຕັ້ງກໍາລັງຕໍາຫຼວດແລະທະຫານຂຶ້ນ ເພື່ອປ້ອງກັນຄວາມປອດໄພ. ການປະ ທ້ວງທີ່ວ່າ ນີ້ ໄດ້ສະແດງໃຫ້ຜົນສະທ້ອນກັບທີ່ສ້າງຄວາມເສຍຫາຍ ທີ່ນັບມື້ນັບເພີ້ມ ທະວີຂຶ້ນໃນການ ຕໍ່ຕ້ານກຳລັງປະກອບອາວຸດເຫຼົ່ານີ້.

ນັບແຕ່ມີການໂຄ່ນລົ້ມ ທ່ານ Moammar Gadhafi ອອກຈາກຕໍາແໜ່ງ ກຸ່ມກຳລັງປະ ກອບອາວຸດເຫຼົ່ານີ້ ແມ່ນນັບມື້ນັບເຂັ້ມແຂງຂຶ້ນ ໂດຍໄດ້ກ່າວອ້າງວ່າ ພວກເຂົາຄັງມີອາ ວຸດອັດຕະໂນມັດ, ຈະຫຼວດ RPG ແລະ ລົດກະບະທີ່ຕິດປືນກົນຫລາຍຄັນ.
XS
SM
MD
LG