ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຮືອບິນລີເບຍໂຈມຕີເມືອງ Brega ອີກ


ເຮືອບິນລົບ ຂອງກອງທັບອາກາດລີເບຍ ທີ່ຈົງຮັກພັກດີຕໍ່ທ່ານ Moammar Gadhafi ຖິ້ມລະເບີດລົງໃສ່ ໃກ້ໆເມືອງ Brega ເມືອງທ່າກຳປັ່ນທີ່ສຳຄັນ ໃນພາກຕາເວັນອອກຂອງລີເບຍ ( 2 ມີນາ 2011)
ເຮືອບິນລົບ ຂອງກອງທັບອາກາດລີເບຍ ທີ່ຈົງຮັກພັກດີຕໍ່ທ່ານ Moammar Gadhafi ຖິ້ມລະເບີດລົງໃສ່ ໃກ້ໆເມືອງ Brega ເມືອງທ່າກຳປັ່ນທີ່ສຳຄັນ ໃນພາກຕາເວັນອອກຂອງລີເບຍ ( 2 ມີນາ 2011)

ພວກທີ່ເຫັນເຫດການກ່າວວ່າ ເຮືອບິນຂອງລີເບຍໄດ້ທຳ
ການໂຈມຕີຮອບໃໝ່ຕໍ່ເມືອງ Brega ຊຶ່ງເປັນທ່າສົ່ງອອກ
ນໍ້າມັນທີ່ສຳຄັນໃນພາກຕາເວັນອອກຂອງລີເບຍ ນຶ່ງມື້ຫຼັງ
ຈາກພວກຕໍ່ຕ້ານລັດຖະບານໄດ້ຂັບໄລ່ກຳລັງທີ່ຈົງຮັກພັກ
ດີຕໍ່ຜູ້ນຳລີເບຍ ທ່ານ Moammar Gadhafi ອອກໄປ
ຈາກເມືອງດັ່ງກ່າວ.

ກຳລັງຕໍ່ຕ້ານລັດຖະບານ ໄດ້ຕ້ານຢັນຂັບໄລ່ການໂຈມຕີ
ຢ່າງໜັກທາງພາກພື້ນດິນແລະທາງອາກາດ ໃນມື້ວັນພຸດ
ວານນີ້ຂະນະທີ່ພວກຈົງຮັກພັກດີຕໍ່ທ່ານ Gadhafi ເລີ້ມ
ການບຸກໂຈມຕີເປັນເທື່ອທຳອິດຕໍ່ເຂດຄວບຄຸມຂອງພວກຕໍ່
ຕ້ານ ໃນພາກຕາເວັນອອກຂອງລີເບຍ.

ພວກທີ່ເຫັນເຫດການເວົ້າວ່າກຳລັງທີ່ຈົງຮັກພັກດີຕໍ່ Gadhafi ໃນຂະບວນລົດປະກອບ
ອາວຸດຫຼາຍກວ່າ 50 ຄັນໄດ້ບຸກໂຈມຕີເມືອງ Brega ຊຶ່ງຕັ້ງຢູ່ໃນບໍລິ ເວນອ່າວ Sirte
ປະມານ 800 ຫຼັກກິໂລແມັດ ຫ່າງຈາກນະຄອນຫຼວງຕຣີໂປລີ ໄປທາງກໍ້າຕາເວັນອອກ.
ກຳລັງຂອງ Gadhafi ໄດ້ເຂົ້າຢຶດເອົາໂຮງງານນໍ້າມັນ ສະໜາມບິນແລະທ່າກຳປັ່ນຂອງ
ເມືອງດັ່ງກ່າວໃນທັນທີ.

ຂ່າວກ່ຽວກັບການໂຈມຕີດັ່ງກ່າວ ໄດ້ກະຕຸກຊຸກຍູ້ໃຫ້ກຳລັງທະຫານບ້ານປະຊາຊົນ ຈາກ
ເມືອງ Ajdabiya ແລະເມືອງ Benghazi ທີ່ຢູ່ໃກ້ຄຽງເລັ່ງມາຍັງເຂດແນວໜ້າໂດຍມີປືນ
AK-47 ປືນຍິງຈະຫຼວດໝາກປີ RPG ແລະປືນຍິງລົດຖັງເກົ່າໆເປັນອາວຸດ.

ກຳລັງຂອງພວກຕໍ່ຕ້ານ ໄດ້ທຳການໂຈມຕີຕອບໂຕ້ຄືນ ໃນຕອນທ່ຽງ ຂັບໄລ່ພວກທີ່ຈົງ
ຮັກພັກດີຕໍ່ Gadhafi ອອກໄປຈາກເມືອງດັ່ງກ່າວ. ພວກທ່ານໝໍລາຍງານວ່າມີຢ່າງນ້ອຍ
12 ຄົນເສຍຊີວິດໃນການສູ້ລົບກັນ. ໃນລະຫວ່າງທີ່ເກີດການປະທະກັນນັ້ນ ເຮືອບິນລົບ
ອາຍພົ່ນຂອງລີເບຍກໍໄດ້ທຳການໂຈມຕີທີ່ຕັ້ງຂອງກຳລັງຝ່າຍຕໍ່ຕ້ານທີ່ເມືອງ Brega ແລະ
ໃນເຂດຊານເມືອງຂອງເມືອງ Ajdabiya ຊຶ່ງເປັນທີ່ຕັ້ງຄັງອາວຸດຂະໜາດໃຫຍ່ຂອງພວກ
ກຳລັງຕໍ່ຕ້ານ.

ການສູ້ລົບກັນທີ່ເມືອງ Brega ມີຂຶ້ນໃນຂະນະທີ່ “ສະພາປົກຄອງໃນໄລຍະຂ້າມຜ່ານ”
ທີ່ໄດ້ປະກາດຕັ້ງໂຕເອງຂຶ້ນມາ ຂອງພວກຝ່າຍຄ້ານນັ້ນ ຮຽກຮ້ອງ ໃຫ້ບັນດາປະເທດ
ມະຫາອຳນາດພາຍນອກທຳການໂຈມຕີຕໍ່ພວກທະຫານຮັບຈ້າງອາຟຣິກາທີ່ບໍ່ແມ່ນຄົນ
ລີເບຍທີ່ບັນດາຜູ້ນຳຂອງພວກຕໍ່ຕ້ານເວົ້າວ່າ ທ່ານ Gadhafi ໃຊ້ເປັນກຳລັງປາບປາມ
ການລຸກຮືຂຶ້ນຂອງປະຊາຊົນນັ້ນ.

XS
SM
MD
LG