ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງຮອບໃໝ່ ທີ່ປະເທດລີເບຍ


Kostim koji je jednom prilikom nosio čuveni David Bowie jedan je od eksponata izložbe "David Bowie is" u muzeju Victoria and Albert u  London.
Kostim koji je jednom prilikom nosio čuveni David Bowie jedan je od eksponata izložbe "David Bowie is" u muzeju Victoria and Albert u  London.

ພວກປະທ້ວງຕໍ່ຕ້ານລັດຖະບານ ຈຳນວນຫຼາຍພັນຄົນໄດ້
ພາກັນໂຮມຊຸມນຸມຄັ້ງໃໝ່ ໃນມື້ວັນສຸກ ວານນີ້ ເພື່ອຂັບ
ໄລ່ຜູ້ນຳຂອງລີເບຍທ່ານ Moammar Gadhafi ໃຫ້ລົງ
ຈາກອຳນາດ ໂດຍທີ່ມີລາຍງານວ່າກຳລັງຂອງລັດຖະບານ
ໄດ້ຍິງພວກປະທ້ວງ ທີ່ນະຄອນຫຼວງຕຣີໂປລີ.

ພວກປະທ້ວງ ໄດ້ໄປໂຮມຊຸມນຸມກັນຢູ່ຕາມເມືອງຕ່າງໆ
ຮວມທັງເມືອງ Benghazi ບ່ອນທີ່ປາກົດວ່າ ກຳລັງຕໍ່
ຕ້ານທ່ານ Gadhafi ໄດ້ເປັນຜູ້ຄວບຄຸມ. ອົງການຂ່າວ
ຕ່າງໆໄດ້ອ້າງຄຳເວົ້າຂອງປະຊາຊົນທີ່ກ່າວວ່າ ກຳລັງທີ່
ຈົງຮັກພັກດີຕໍ່ທ່ານ Gadhafi ໄດ້ລະດົມຍິງເຂົ້າໃສ່ພວກ
ປະທ້ວງໃນຫຼາຍໆເຂດຂອງນະຄອນ ຫຼວງຕຣີໂປລີ ຫຼັງຈາກພວກປະທ້ວງ ເລີ້ມພາກັນ
ໂຮມຊຸມນຸມເດີນຂະບວນລຸນ ຫຼັງ ພິທີສວດມົນພາວະນາໃນມື້ວັນສຸກວານນີ້.

ໃນຕອນແລງໃກ້ຈະຄໍ່າຂອງມື້ວານນີ້ ໂທລະພາບຂອງທາງການລີເບຍໄດ້ອອກຂ່າວທ່ານ
Gadhafi ກ່າວຄຳປາໄສຕໍ່ພວກສະໜັບສະໜຸນທີ່ນະຄອນຫຼວງຕຣີໂປລີ.

ຄຳປາໄສແບບຮ້ອນແຮງດັ່ງກ່າວແມ່ນແນໃສ່ພວກຊາວໜຸ່ມຂອງລີເບຍທີ່ທ່ານ Gadhafi
ໄດ້ຮຽກຮ້ອງໃຫ້ພວກເຂົາເຈົ້າ ທຳການປົກປ້ອງປະເທດຊາດບ້ານເມືອງ. ທ່ານ Gadhafi
ກ່າວຄຳປາໄສທີ່ວ່ານີ້ຈາກບ່ອນທີ່ປອດໄພສູງໆໃນບໍລິເວນຈະຕຸລັດຂຽວໃນນະຄອນຫຼວງ
ຕຣີໂປລີ ໂດຍກ່າວຕໍ່ພວກສະໜັບສະໜຸນວ່າ “ຂ້າພະເຈົ້າແມ່ນນຶ່ງໃນພວກທ່ານ.

ຄຳປາໄສດັ່ງກ່າວ ແມ່ນເທື່ອທີ 3 ໃນອາທິດນີ້. ໃນຄຳປາໄສທີ່ມີແຕ່ສຽງ ທີ່ອອກອາກາດ
ໂດຍໂທລະພາບທາງການລີເບຍໃນມື້ວັນພະຫັດຜ່ານມານີ້ທ່ານໄດ້ກ່າວຫາກຸ່ມກໍ່ການຮ້າຍ
ອາລກາຍດາວ່າ ມີບົດບາດໃນການກໍ່ຄວາມວຸ້ນວາຍຢູ່ໃນລີເບຍ.

ລູກຊາຍຂອງທ່ານ Gadhafi ທ້າວ Saif al-Islam ໄດ້ຖະແຫຼງຕໍ່ພວກນັກຂ່າວຕ່າງປະ
ເທດທີ່ຖືກເຊື້ອເຊີນ ໄປຢ້ຽມນະຄອນຫຼວງຕຣີໂປລີ ໂດຍລັດຖະບານລີເບຍ ໃນມື້ວັນສຸກ
ວານນີ້. ໃນການເວົ້າເປັນພາສາອັງກິດນັ້ນລູກຊາຍຜູ້ນ້ອຍຂອງທ່ານ Gadhafi ທີ່ໄດ້ຮັບ
ການສຶກສາຈາກປະເທດອັງກິດກ່າວວ່າ ບໍ່ມີການບາດເຈັບລົ້ມຕາຍໃດໆເກີດຂຶ້ນທີ່ຕຣີໂປ
ລີແລະນະຄອນຫຼວງ ຂອງລີເບຍ ມີແຕ່ຄວາມງຽບສະຫງົບ. ນອກນັ້ນລາວຍັງເວົ້າວ່າລັດ
ຖະບານພວມເຈລະຈາກັບພວກຝ່າຍຄ້ານ ແລະບັນຫາທຸກຢ່າງຈະໄດ້ຮັບການແກ້ໄຂພາຍ
ໃນວັນເສົາມື້ນີ້.

XS
SM
MD
LG