ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄາດວ່າຈະມີການປະທ້ວງຕື່ມອີກ ຢູ່ລີເບຍໃນວັນສຸກມື້ນີ້


ລູກກະສຸນຊະນິດຕ່າງໆ ຢູ່ຕຶກສຳນັກງານ ຮັກສາຄວາມປອດໄພຂອງລີເບຍ ທີ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຂົ້າຢຶດຢູ່ເມືອງ Benghazi (23 ກຸມພາ 2011)
ລູກກະສຸນຊະນິດຕ່າງໆ ຢູ່ຕຶກສຳນັກງານ ຮັກສາຄວາມປອດໄພຂອງລີເບຍ ທີ່ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຂົ້າຢຶດຢູ່ເມືອງ Benghazi (23 ກຸມພາ 2011)

ເປັນທີ່ຄາດກັນວ່າຈະມີການປະທ້ວງຕື່ມອີກໃນວັນສຸກມື້ນີ້
ຊຶ່ງພວກຕໍ່ຕ້ານລັດ ຖະບານ ໄດ້ຮຽກຮ້ອງໃຫ້ມີການໂຮມ
ຊຸມນຸມຮອບໃໝ່ເພື່ອຂັບໄລ່ທ່ານ Moammar Gadhafi
ຜູ້ນຳທີ່ກຳອຳນາດມາເປັນເວລາດົນນານຂອງລີເບຍ.

ກຳລັງຂອງພວກກະບົດຢູ່ໃນພາກຕາເວັນອອກຂອງລີເບຍ
ກ່າວວ່າ ຕົນໄດ້ຄວບຄຸມດິນແດນແລະໃຫ້ການສະໜັບສະ
ໜຸນ ຕໍ່ຂະບວນການຕໍ່ຕ້ານລັດຖະບານ ທີ່ພວມເພີ່ມທະວີ
ຂຶ້ນໃນເຂດພາກຕາເວັນຕົກຂອງປະເທດຊຶ່ງເຄີຍເປັນທີ່ໝັ້ນ
ອັນແຂ່ງແກ່ນຂອງທ່ານ Gadhafi ນັ້ນ. ພວກຈັດການປະ
ທ້ວງໄດ້ຮຽກຮ້ອງໃຫ້ປະຊາຊົນໄປໂຮມຊຸມນຸມກັນທີ່ນະຄອນຫຼວງຕຣີໂປລີຫຼັງຈາກການ
ສວດມົນພາວະນາ ໃນວັນສຸກມື້ນີ້.

ໃນວັນພະຫັດວານນີ້ ມີຜູ້ເສຍຊີວິດປະມານ 23 ຄົນຂະນະທີ່ຄວາມຮຸນແຮງລະເບີດຂຶ້ນທີ່
ເມືອງ Zawiya ຕັ້ງຢູ່ພຽງ 50 ຫຼັກກິໂລແມັດ ຫ່າງຈາກນະຄອນຫຼວງຕຣີໂປລີໄປທາງທິດ
ຕາເວັນຕົກ. ນອກນັ້ນຍັງມີລາຍງານວ່າໄດ້ເກີດການສູ້ລົບກັນຢ່າງໜັກທີ່ເມືອງ Misurata.

ໃນວັນພະຫັດວານນີ້ທ່ານ Gadhafi ໄດ້ກ່າວຫາພວກຝ່າຍຄ້ານວ່າ ດຳເນີນການພາຍໃຕ້
ອິດທິພົນຂອງນາຍ Osama Bin Laden ຜູ້ນຳກຸ່ມກໍ່ການຮ້າຍອາລກາຍດາ.

ໃນການໂທລະສັບໄປຫາໂທລະພາບຂອງທາງການລີເບຍນັ້ນ ທ່ານ Gadhafi ແມ່ນໄດ້ແນ
ຄຳຖະແຫຼງຂອງທ່ານໃສ່ປະຊາຊົນທີ່ເມືອງ Zawiya. ໃນການຖະແຫຼງແບບນໍ້າຖ້ວມທົ່ງນັ້ນ
ທ່ານເວົ້າວ່າ ກຳລັງຂອງກຸ່ມກໍ່ການຮ້າຍອາລກາຍດາ ໄດ້ມອມຢາເຮັດໃຫ້ປະສາດຫຼອນແກ່
ພວກຊາວໜຸ່ມ ແລະຍຸແຍ່ໃຫ້ເກີດຄວາມຮຸນແຮງຂຶ້ນ. ລາຍງານຂອງບັນດາອົງການຂ່າວທີ່
ເປັນອິດສະຫຼະບໍ່ໄດ້ລະບຸວ່າກຸ່ມກໍ່ການຮ້າຍອາລກາຍດາ ມີການພົວພັນແຕ່ຢ່າງໃດ ກັບການ
ລຸກຮືຂຶ້ນຂອງປະຊາຊົນ.

XS
SM
MD
LG