ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຖານະການໃນລີເບຍ ທະວີຄວາມຮ້າຍແຮງຂຶ້ນ


ຜູ້ຊາຍຄົນນຶ່ງຍິງປືນຂຶ້ນຟ້າ ຂະນະທີ່ລາວສະເຫຼີມສະຫຼອງຮ່ວມກັບຄົນອື່ນໆ ຢູ່ເທິງລົດຫຸ້ມເກາະ ຂອງກອງທັບ ລີເບຍ ທີ່ເມືອງ Shahat (24 ກຸມພາ 2011)
ຜູ້ຊາຍຄົນນຶ່ງຍິງປືນຂຶ້ນຟ້າ ຂະນະທີ່ລາວສະເຫຼີມສະຫຼອງຮ່ວມກັບຄົນອື່ນໆ ຢູ່ເທິງລົດຫຸ້ມເກາະ ຂອງກອງທັບ ລີເບຍ ທີ່ເມືອງ Shahat (24 ກຸມພາ 2011)

ພວກນັກລົບທີ່ຈົງຮັກພັກດີຕໍ່ຜູ້ນຳຂອງລີເບຍທ່ານ Moam-
mar Gadhafi ໄດ້ເສີມຂະຫຍາຍການຄວບຄຸມຢູ່ໃນເຂດ
ນະຄອນຫຼວງຕຣີໂປລີໃນຂະນະທີ່ການລຸກຮືຂຶ້ນຂອງປະຊາ
ຊົນ ໄດ້ແຜ່ລາມອອກໄປທົ່ວເຂດພາກຕາເວັນອອກຂອງປະ
ເທດ.

ກຳລັງຕໍ່ຕ້ານລັດຖະບານໄດ້ຂະຫຍາຍການເຂົ້າຄວບຄຸມຫົວ
ເມືອງສໍາຄັນຫລາຍ​ແຫ່ງແລະໄດ້ປະກາດວ່າຈະ “ປົດປ່ອຍ”
ນະຄອນຫຼວງຕຣີໂປລີ.

ພວກຈັດການໂຮມຊຸມນຸມປະທ້ວງ ໃນເຂດນະຄອນຫຼວງ
ຊຶ່ງເປັນທີ່ໝັ້ນ ຂອງທ່ານ Gadhafi ນັ້ນໄດ້ຮຽກຮ້ອງໃຫ້
ມີການໂຮມຊຸມນຸມປະທ້ວງຄັ້ງໃໝ່ ໃນວັນພະຫັດມື້ນີ້ ແລະວັນສຸກມື້ອື່ນ ຊຶ່ງພາໃຫ້ມີ
ຄວາມຢ້ານກົວວ່າ ອາດຈະເກີດການປະເຊີນໜ້າແບບນອງເລືອດຂຶ້ນທີ່ນັ້ນ.

ປະຊາຊົນໃນນະຄອນຫຼວງຕຣີໂປລີກ່າວວ່າ ຖະໜົນຫົນທາງແມ່ນເປົ່າແປນໃນມື້ວານນີ້ ໂດຍທີ່ປະຊາຊົນມີຄວາມຢ້ານກົວບໍ່ກ້າອອກນອກເຮືອນ. ມີລາຍງານ ວ່າພວກທະຫານ
ບ້ານປະກອບອາວຸດ ແລະພວກທີ່ຈົງຮັກພັກດີຕໍ່ທ່ານ Gadhafi ຊຶ່ງເປັກຳລັງຮັບຈ້າງປະ
ສົມລະຫວ່າງຊາວລີເບຍແລະຊາວອາຟຣິການັ້ນ ໄດ້ລາດຕະເວນໄປມາໃນນະຄອນຫຼວງ
ລີເບຍແລະເສີມຂະຫຍາຍການປ້ອງກັນຢູ່ນອກເມືອງດັ່ງກ່າວ. ມີລາຍງານວ່າ ກຳລັງຮັກ
ສາຄວາມສະຫງົບຂອງລີເບຍໄດ້ຊອກຄົ້ນຫາປະຊາຊົນທີ່ພວກເຂົາເຈົ້າຖືວ່າບໍ່ມີຄວາມຈົງ ຮັກພັກດີຕໍ່ອໍານາດການປົກຄອງຂອງລີເບຍ.

ກຳລັງຕໍ່ຕ້ານລັດຖະບານກ່າວອ້າງວ່າ ຕົນໄດ້ເຂົ້າຢຶດເອົາເມືອງ Misurata ຫົວ ເມືອງ
ໃຫຍ່ອັນດັບ 3 ຂອງລີເບຍ ທີ່ຕັ້ງຫ່າງຈາກນະຄອນຫຼວງຕຣີໂປລີປະມານ 200 ຫຼັກກິ
ໂລແມັດຊຶ່ງເປັນຂີດໝາຍໃນການບຸກຄືບໜ້າເລິກທີ່ສຸດ ເຂົ້າໄປໃນພາກຕາເວັນຕົກຂອງ
ພວກຕໍ່ຕ້ານ. ປະຊາຊົນຈຳນວນນຶ່ງທີ່ໄດ້ພາກັນຫຼົບໜີຂ້າມຊາຍແດນເຂົ້າໄປໃນຕູນີເຊຍ
ລາຍງານວ່າ ມີການສູ້ລົບກັນຢ່າງໜັກ ທີ່ເມືອງ Sabratha 80 ຫຼັກກິໂລແມັດຫ່າງຈາກ
ນະຄອນຫຼວງໄປທາງທິດຕາເວັນຕົກ.

ຂະນະດຽວກັນ ພວກປະທ້ວງແລະທະຫານຫຼາຍກົມກອງທີ່ກໍ່ກະບົດ ​ໄດ້ສືບຕໍ່ເສີມຂະ
ຫຍາຍ ການເຂົ້າຄວບຄຸມເຂດພາກຕາເວັນອອກເກືອບທັງໝົດຂອງລີເບຍຊຶ່ງມີແຄມຝັ່ງ
ທະເລຍາວ 1,600 ຫຼັກກິໂລແມັດ ​ແລະໄດ້ຈັດຕັ້ງການປົກຄອງ ​ໃນ​ລະດັບພື້ນຖານຂຶ້ນ
ແລະຕັ້ງດ່ານກວດຕ່າງໆຢູ່ຕາມຖະໜົນຫົນທາງ ທີ່ສຳຄັນສາຍຕ່າງໆ.

XS
SM
MD
LG