ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

24 ຄົນເສຍຊີວິດ ໃນການປະທ້ວງ ຢູ່ລີເບຍ


ພວກເດີນຂະບວນ ສະໜັບສະໜຸນລັດຖະບານລີເບຍ ຖືຮູບທ່ານ Moamma Gadhafi ໃນລະຫວ່າງ ການໂຮມຊຸມ ທີ່ນະຄອນຫຼວງ ຕຣີໂປລີ (17 ກຸມພາ 2011)
ພວກເດີນຂະບວນ ສະໜັບສະໜຸນລັດຖະບານລີເບຍ ຖືຮູບທ່ານ Moamma Gadhafi ໃນລະຫວ່າງ ການໂຮມຊຸມ ທີ່ນະຄອນຫຼວງ ຕຣີໂປລີ (17 ກຸມພາ 2011)

ກຸ່ມປົກປ້ອງສິດທິມະນຸດນາໆຊາດກຸ່ມນຶ່ງ ກ່າວວ່າ ກຳລັງ
ຮັກສາຄວາມສະຫງົບຂອງລີເບຍໄດ້ສັງຫານພວກປະທ້ວງ
24 ຄົນໃນລະຫວ່າງການປາບປາມພວກເດີນຂະບວນປະ
ທ້ວງຕໍ່ຕ້ານລັດຖະບານໃນວັນພະຫັດວານນີ້.

ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກ່າວ
ວ່າ ພວກທີ່ເຫັນເຫດການ ເວົ້າວ່າ ກຳລັງຮັກສາຄວາມສະ
ຫງົບຂອງລີເບຍໄດ້ຍິງສັງຫານພວກປະທ້ວງ ໃນຄວາມພະ
ຍາຍາມເພື່ອຢາກທັບມ້າງການເດີນຂະບວນປະທ້ວງທີ່ມີຂຶ້ນ
ໃນທົ່ວປະເທດ.

ກຸ່ມປົກປ້ອງສິດທິມະນຸດທີ່ມີສຳນັກງານຢູ່ນະຄອນນິວຢອກກຸ່ມນີ້ຮຽກຮ້ອງໃຫ້ລີເບຍຢຸດເຊົາ
ການໃຊ້ກຳລັງຮ້າຍແຮງເຖິງຕາຍຕໍ່ພວກເດີນຂະບວນນອກຈາກວ່າມີຄວາມຈຳເປັນເພື່ອປົກ
ປ້ອງຊີວິດທໍ່ນັ້ນ. ນອກນັ້ນກຸ່ມປົກປ້ອງສິດທິມະນຸດດັ່ງກ່າວ ຍັງຮຽກຮ້ອງໃຫ້ລັດຖະບານລີ
ເບຍສືບສວນເບິ່ງການຍິງພວກປະທ້ວງຕາຍຢູ່ຕາມຫົວເມືອງທີ່ສຳຄັນໆຈຳນວນນຶ່ງ.

ການປະທະກັນ ລະຫວ່າງພວກປະທ້ວງຕໍ່ຕ້ານລັດຖະບານແລະກຳລັງຮັກສາຄວາມສະຫງົບ ໄດ້ລະເບີດຂຶ້ນໃນທົ່ວປະເທດລີເບຍໃນວັນພະຫັດວານນີ້ ຫຼັງຈາກບັນດາກຸ່ມຝ່າຍຄ້ານຕໍ່ຕ້ານ
ຜູ້ນຳຂອງລີເບຍທ່ານ Moammar Gadhafi ຮຽກຮ້ອງໃຫ້ທຳການໂຮມຊຸມນຸມປະທ້ວງໃນ
ທົ່ວປະເທດ ທີ່ຮູ້ກັນໃນນາມວັນແຫ່ງຄວາມໂກດແຄ້ນ ຊຶ່ງໄດ້ຮັບແຮງກະຕຸກຊຸກຍູ້ຈາກການ
ລຸກຮືຂຶ້ນຂອງປະຊາຊົນຢູ່ໃນປະເທດອາຣັບອື່ນໆນັ້ນ.

XS
SM
MD
LG