ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມີການປະທ້ວງຕໍ່ຕ້ານ ລັດຖະບານ ໃນຫຼາຍໆເມືອງ ຂອງລີເບຍ


ພວກປະທ້ວງນິຍົມລັດຖະບານ ຊູຮູບຂອງທ່ານ Moammar Gadhafi ຜູ້ນຳຂອງລີເບຍ ໃນລະຫວ່າງການໂຮມຊຸມ ທີ່ນະຄອນຫຼວງຕຣີໂປ (16 ກຸມພາ 2011)
ພວກປະທ້ວງນິຍົມລັດຖະບານ ຊູຮູບຂອງທ່ານ Moammar Gadhafi ຜູ້ນຳຂອງລີເບຍ ໃນລະຫວ່າງການໂຮມຊຸມ ທີ່ນະຄອນຫຼວງຕຣີໂປ (16 ກຸມພາ 2011)

ພວກນັກເຄື່ອນໄຫວຊາວລີເບຍ ຮຽກຮ້ອງໃຫ້ມີການປະ
ທ້ວງຢູ່ໃນທົ່ວປະເທດໃນວັນພະຫັດມື້ນີ້ລຸນຫຼັງທີ່ໄດ້ເກີດ
ການປະທະກັນ ລະຫວ່າງພວກເດີນຂະບວນຕໍ່ຕ້ານລັດ
ຖະບານແລະກຳລັງຮັກສາຄວາມສະຫງົບ.

ພວກຜູ້ນຳຝ່າຍຄ້ານ ທີ່ໜີໄປຢູ່ຕ່າງປະເທດ ບັນດາກຸ່ມ
ປົກປ້ອງສິດທິມະນຸດ ແລະພວກນັກເຄື່ອນໄຫວທາງອິນ
ເຕີແນັດໄດ້ໃຊ້ຕາໜ່າງສັງຄົມ Facebook ຮຽກຮ້ອງໃຫ້
ມີການໂຮມຊຸມນຸມປະທ້ວງ “ວັນແຫ່ງຄວາມໂກດແຄ້ນ”
ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງການຮຽກຮ້ອງໃຫ້ດຳເນີນການດັ່ງ
ກ່າວ ແມ່ນໄດ້ຮັບກຳລັງໃຈຈາກການລຸກຮືຂຶ້ນຂັບໄລ່ພວກປົກຄອງຜະເດັດການຢູ່ໃນ
ອີຈິບແລະຕູນີເຊຍ ​ເມື່ອບໍ່ເທົ່າໃດອາທິດຜ່ານມານີ້.

ເວັບໄຊທ໌ຝ່າຍຄ້ານທີ່ມີຊື່ວ່າ Libya Al-Youm ກ່າວໃນວັນພະຫັດມື້ນີ້ວ່າ ມີ 4 ຄົນ
ເສຍຊີວິດໃນການປະທະກັນກັບກຳລັງຮັກສາຄວາມສະງົບທີ່ເມືອງ Beyida ໃນມື້ວານ
ນີ້ ຂະນະທີ່ພວກປະທ້ວງໂຮມຊຸມນຸມກັນ​ ຕໍ່ຕ້ານທ່ານ Moammar Gadhafi ຜູ້ນຳ
ເປັນເວລາດົນນານຂອງລີເບຍນັ້ນ.

ໃນວັນພຸດວານນີ້ ພວກປະທ້ວງຫຼາຍຮ້ອຍຄົນ ກໍໄດ້ປະທະກັບຕຳຫຼວດທີ່ເມືອງ Ben-
ghazi ຫົວເມືອງໃຫຍ່ອັນດັບ 2 ຂອງລີເບຍ. ພວກປະທ້ວງໄດ້ທວງໃຫ້ທາງການລີເບຍ ປ່ອຍນັກເຄື່ອນໄຫວເພື່ອສິດທິມະນຸດທີ່ເປັນຜູ້ຕາງໜ້າໃຫ້ແກ່ພວກເຄາະຮ້າຍໃນການສັງ
ຫານໝູ່ຢູ່ທີ່ຄຸກ Abu Salim ຊຶ່ງເປັນຄຸກທີ່ມີຊື່ສຽງບໍ່ດີຂອງລີເບຍໃນປີ 1996. ພວກປະ
ທ້ວງຈຳນວນນຶ່ງ ແມ່ນເປັນຍາດພີ່ນ້ອງຂອງຜູ້ເຄາະຮ້າຍ.

ສື່ມວນຊົນທ້ອງຖິ່ນລາຍງານວ່າ ພວກປະທ້ວງໄດ້ແກວ່ງລະເບີດໄຟແລະກ້ອນຫີນເຂົ້າ
ໃສ່ຕຳຫຼວດແລະກໍຈູດເຜົາລົດ ໃນການປະທະກັນ ທີ່ເຮັດໃຫ້ມີຜູ້ບາດເຈັບຫຼາຍສິບຄົນ
ນັ້ນ. ຕຳຫຼວດໄດ້ຍິງລູກປືນຢາງ ເຂົ້າໃສ່ພວກປະທ້ວງ.

ອົງການຂ່າວເອພີ ລາຍງານວ່າ ທີ່ເມືອງ Zentan ໃນພາກໃຕ້ຂອງລີເບຍ ພວກປະ
ທ້ວງຫຼາຍຮ້ອຍຄົນໄດ້ພາກັນເດີນຂະບວນຢູ່ຕາມຖະໜົນຫົນທາງສາຍຕ່າງໆ ແລະ
ກໍພາກັນຈູດເຜົາ ກອງບັນຊາການກຳລັງຮັກສາຄວາມສະຫງົບ ແລະປ້ອມຕຳຫຼວດ
ຫຼາຍໆແຫ່ງ.

ໂທລະພາບຂອງທາງການລີເບຍ ບໍ່ໄດ້ເອົາຫົວຊາ ຫລື​ຖ່າ​ຍທອດການປະທ້ວງເຫຼົ່ານີ້ ​
ແຕ່ໄດ້ຖ່າຍ​ທອດ​ຂ່າວການປະທ້ວງນິຍົມລັດຖະບານ 12 ແຫ່ງ ທີ່ເມືອງ Benghazi,
ນະຄອນຫຼວງຕຣີໂປລີ ແລະຫົວເມືອງອື່ນໆອີກ.

XS
SM
MD
LG