ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອະດີດ ລມຕ ຍຸຕິທໍາລີເບຍ ຈັດຕັ້ງລັດຖະບານໃໝ່ຂຶ້ນ ໃນເມືອງ Benghazi


ທ່ານ Mustafa Abdel-Jalil, ອະດີດລັດຖະມຸນຕີຍຸຕິທໍາຂອງລີເບຍ (ຮູບຖາຍເມື່ອວັນທີ 23 ກຸມພາ 2011)
ທ່ານ Mustafa Abdel-Jalil, ອະດີດລັດຖະມຸນຕີຍຸຕິທໍາຂອງລີເບຍ (ຮູບຖາຍເມື່ອວັນທີ 23 ກຸມພາ 2011)


















ອະດີດ​ລັດຖະມຸນຕີ​ຍຸຕິ​ທໍາ​ຂອງ​ລີ​ເບຍ​ກ່າວ​ວ່າ ທ່ານ​ໄດ້​ປະ​ກອບ​ຄະນະ​ລັດຖະບານ​ໄລຍະ​ຂ້າມ​ຜ່ານ​ຂຶ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ອັນ​ເປັນ​ຈຸດ​ລວມຂອງ​ການ​ລຸກ​ຮື​ຂຶ້ນ​ຕໍ່​ຕ້ານທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ນັ້ນ.

ທ່ານ Mustafa Abdel Jalil ປະກາດ​ຂ່າວ​ນີ້​ໃຫ້​ຮູ້​ໃນ​ການ​ໃຫ້​ສໍາພາດ​ກັບ​ຕາໜ່າງ​ໂທລະພາບ Al-Jazeera ທີ່​ຕັ້ງ​ຢູ່​ໃນ​ປະ​ເທດ Quatar ​ໃນ​ຄືນ​ວັນ​ເສົາ​ວານ​ນີ້.

ທ່ານ Abdel Jalil ກ່າ​ວ່າ​ຄະນະ​ລັດຖະບານໄລຍະຂ້າມ​ຜ່ານ​ດັ່ງກ່າວ​ແມ່ນ​ຕັ້ງ​ຢູ່​ໃນ​ເມືອງ Benghazi ​ເມືອງ​ໃຫຍ່ອັນ​ດັບ​ສອງ​ຂອງລີ​ເບຍ ​ແລະປະກອບ​ດ້ວຍ​ບຸກຄົນ​ສໍາຄັນ​ໃນ​ກອງທັບ​ແລະ​ພົນລະ​ເຮືອນ. ທ່ານ​ກ່າວ​ຕໍ່ໄປ​ວ່າ ມັນ​ຈະ​ໃຊ້​ເວລາ​ບໍ່​ເກີນ 3 ​ເດືອນ​ເພື່ອ​ກະກຽມ​ໃຫ້​ມີ​ການ​ເລືອກ​ຕັ້ງ​ທີ່​ຍຸຕິ​ທໍາ ຊຶ່ງ​ຈະ​ເອື້ອ​ອໍານວຍ​ໃຫ້​ປະຊາຊົນ​ລີ​ເບຍ​ເລືອກ​ເອົາ​ຜູ້​ນໍາ​ຂອງ​ຕົນ​ເອງ​ໄດ້ນັ້ນ.

ທ່ານ Abdel Jalil ​ໄດ້​ລາ​ອອກ​ຈາກ​ຕໍາ​ແໜ່​ງລັດຖະມຸນຕີ​ກະຊວງ​ຍຸຕິ​ທໍາ​ໃນ​ສັບປະດາ​ແລ້ວ​ນີ້ ​ແລະ​ເຂົ້າ​ຮ່ວມ​ໃນ​ການ​ປະຕິວັດ​ທີ່​ໄດ້​ເລີ້ມ​ຕົ້ນຂຶ້ນ​ໃນ​ຕົ້ນ​ເດືອນ​ນີ້ ຕໍ່​ຕ້ານ​ການ​ປົກຄອງປະ​ເທດ​ມາ​ເປັນ​ເວລາ 42 ປີຂອງ​ຜູ້​ນໍາ​ລີ​ເບຍ​ນັ້ນ.

ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ລັດຖະບານ​ຊົ່ວຄາວ​ຂອງ​ທ່ານ Jalil ​ໄດ້​ຮັບ​ການ​ສະໜັບສະໜຸນ​ໜ້ອຍ​ຫລາຍ​ສໍ່າ​ໃດ​ໃນ​ພວກ​ປະຊາ​ຄົມ​ຕ່າງໆ​ ທີ່​ມີ​ການ​ຄັດຄ້ານ​ຜູ້​ນໍາ​ລີ​ເບຍ​ນັ້ນ. ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ໄດ້​ຮັບການ​ໜຸນ​ຫລັງ​ຈາກ​ພວກ​ໜ່ວຍ​ທະຫານ​ທີ່​ຫລົບ​ໜີ​ຈາກ​ກອງທັບ​ລັດຖະບານ ໄດ້​ເຂົ້າ​ຄວບ​ຄຸມ​ໃນພາກ​ຕາ​ເວັນອອກ​ຂອງ​ລີ​ເບຍ​ແລະຫລາຍໆ​ເຂດ​ໃນ​ພາກ​ຕາ​ເວັນ​ຕົກ​ ຫລັງ​ຈາກ​ທໍາ​ການ​ຕໍ່ສູ້​ກັບ​ກໍາລັງ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ Moammar Gadhafi ນັ້ນ​ແລ້ວ.

ທ່ານ Ali Aujali ​ເອກ​ອັກຄະ​ລັດຖະທູດ​ລີ​ເບຍ​ປະ​ຈໍາ​ສະຫະລັດ ​ກ່າວໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​ສະໜັບສະໜຸນ​ລັດຖະບານ​ຊົ່ວຄາວ​ທີ່ທ່ານ Abdel Jalil ຈັດ​ຕັ້ງ​ຂຶ້ນ​ນັ້ນ. ທ່ານ Aujali ​ເປັນ​ນຶ່ງ​ໃນ​ບັນດາ​ນັກ​ການ​ທູດ​ລີ​ເບຍ​ຫລາຍ​ຄົນ​ໃນ​ທົ່ວ​ໂລກ​ທີ່​ໄດ້​ຕັດ​ສາຍ​ພົວພັນ​ຂອງ​ຕົນ​ກັບທ່ານ Gadhafi ນັບ​ແຕ່​ການລຸກ​ຮື​ຂຶ້ນ​ໄດ້​ເລີ້ມ​ຂຶ້ນ​ມາ.

ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ບໍ່ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ​ໃດໆ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ Abdel Jalil ນີ້.

ທ່ານ Gadhafi ຍັງ​ຄວບ​ຄຸມ​ຢູ່​ໃນ​ນະຄອນຫລວງ​ Tripoli ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ ຂອງ​ລີ​ເບຍຢູ່. ພວກກໍາລັງ​ປະກອບ​ອາ​ວຸດ​ທີ່​ຈົງຮັກພັກດີ​ຕໍ່​ທ່ານກັດ​ດາ​ຟີ ພາກັນ​ທໍາ​ການ​ລາດ​ຕາ​ເວນ​ໃນ​ຕົວ​ເມືອງ​ ໂດຍ​ໃຊ້ຍານພາຫະນະ​ທີ່ ​ແລ່​ນ​ໄດ້​ໃນ​ທຸກ​ພື້ນ​ທີ່ໃນ​ວັນ​ເສົາ​ວານ​ນີ້ ນຶ່ງ​ມື້​ຫລັງ​ຈາກ​ທ່ານ​ໃຫ້​ຄໍາ​ໜັ້ນສັນຍາທີ່​ສົ່ງ​ອາ​ວຸດຍຸດ​ໂທ ປະກອນ​ໃຫ້​ແກ່​ພວກ​ສະໜັບສະໜຸນ​ທ່ານ​ເພື່ອ​ປ້ອງ​ກັນ​ການ​ນໍາພາ​ຂອງ​ທ່ານ​ນັ້ນ.

XS
SM
MD
LG