ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Gadhafi ຮັດແໜ້ນອໍານາດຂອງຕົນ ໃນກຸງຕຣີໂປລີ


ຊາວລີເບຍຄົນນຶ່ງ ຍົກປືນ AK-47 ຂອງລາວຢູ່ຕໍ່ໜ້າ ລູກສອນໄຟຕໍ່ຕ້ານອາກາດສະຍານ ໃນຖານທັບແຫ່ງນຶ່ງ ໃກ້ກັບ ເມືອງ Tobruk, ວັນທີ 23, ກຸມພາ 2011
ຊາວລີເບຍຄົນນຶ່ງ ຍົກປືນ AK-47 ຂອງລາວຢູ່ຕໍ່ໜ້າ ລູກສອນໄຟຕໍ່ຕ້ານອາກາດສະຍານ ໃນຖານທັບແຫ່ງນຶ່ງ ໃກ້ກັບ ເມືອງ Tobruk, ວັນທີ 23, ກຸມພາ 2011

ທ່ານ Moammar Gadhafi ຜູ້​ນໍາ​ລີ​ເບຍ​ໄດ້​ຮັດ​ແໜ້ນ​ອໍານາດ​ຂອງ​ຕົນ​ໃນ​ນະຄອນຫລວງ Tripoli ​ໃນ​ຂະນະ​ທີ່​ກໍາລັງ​ຕໍ່ຕ້ານ​ລັດຖະບານ​ໄດ້ເຂົ້າ​ຄວບ​ຄຸມ​ເກືອບ​ວ່າ​ໝົດ​ທຸກ​ບ່ອນ​ໃນ​ເຄິ່ງນຶ່ງ​ຂອງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ.

ໃນ​ເຊົ້າ​ວັນ​ພຸດ​ມື້​ນີ້ ການ​ປາບ​ປາມ​ຢ່າງ​ຮຸນແຮງ​ໄດ້​ຂັບ​ໄລ່​ພວກ​ປະ​ທ້ວງອອກ​ໄປ​ຈາກ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ໃນ​ກຸງ Tripoli ບ່ອນ​ທີ່ພວກ​ຊາວ​ເມືອງ​ບັນ​ລະ​ຍາຍ​ວ່າ ໄດ້ມີ​ການ​ຍິງ​ກັນ​ຢ່າງ​ປ່າ​ເຖື່ອນ​ແລະ​ມີ​ຊາກ​ສົບ​ຄົນ​ຕາຍ​ຢາຍຢູ່​ຕາມ​ຖະໜົນຫົນທາງ​ສາຍ​ຕ່າງໆ​ນັ້ນ. ຫລັງ​ຈາກ​ການ​ກ່າວ​ປາສ​ໄທາງ​ທ​ໂລະ​ພາບ​ໃນ​ວັນ​ອັງຄານ​ມື້ວານ​ນີ້​ແລ້ວ ພັນ​ເອກ​ Gadhafi ພ້ອມ​ດ້ວຍ​ພວກ​ສະໜັບສະໜຸນ​ຫລາຍ​ພັນ​ຄົນ​ພາກັນ​ໄປ​ໂຮມ​ຊຸມນຸມກັນ​ທີ່​ຈະຕຸ​ລັດ Green ​ໃນ​ໃຈກາງ​ເມືອງ ​ໃສ່​ເສື້ອ​ລາຍ​ສີຂຽວ​ແລະ​ແກ່ວ​ງພ້າ​ອີ່​ໂຕ້ຂອງ​ເຂົາ​ເຈົ້າ. ພວກ​ຊາວ​ເມືອງ​ກ່າວ​ວ່າ ບໍ່​ມີ​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ຄົນ​ໃດກ້າ​ອອກໄປ​ນອກ​ເຮືອນ​ຂອງ​ເຂົາ​ເຈົ້າຫລັງ​ຈາກ​ຄໍ່າ​ມືດແລ້ວ.

ພວກ​ຊາວ​ເມືອງ​ໃນ​ກຸງ Tripoli ບັນ​ລະ​ຍາຍ​ການ​ກະທໍາ​ແບບ​ປ່ວງ​ບ້າ​ຂອງ​ພວກ​ທະຫານ​ບ້ານ​ນິຍົມ​ທ່ານ Gadhafi ຊຶ່ງ​ເປັນ​ກໍາລັງ​ປະສົມ​ລະຫວ່າງ​ຊາວ​ລີ​ເບຍ​ກັບ​ພວກ​ກໍາລັງ​ຮັບ​ຈ້າງ​ຈາກ​ຕ່າງປະ​ເທດ ທີ່​ພາກັນຍິງ​ຜູ້​ຄົນ​ໃດ​ກໍ​ຕາມ​ທີ່​ເຫັນຢູ່​ຕາມ​ຖະໜົນ​ຫົນທາງ​ນັ້ນ ​ໂດຍ​ຍິງ​ປືນ​ກົນ​ສາດ​ໃສ່​ພວກ​ຝູງ​ຊົນ​ຈາກ​ຍວດ​ຍານພາຫະນະ​ທີ່ພວກ​ເຂົາ​ຂັບ​ໄປ​ໄວໆ​ນັ້ນ.

ອົງການ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ຕົນ​ໄດ້​ຮັບ​ລາຍ​ງານ​ຫລາຍ​ສະ​ບັບທີ່​ວ່າ​ມີ​ປະຊາຊົນ​ຢ່າງ​ນ້ອຍ 62 ຄົນເສຍ​ຊີວິດ​ໄປໃນ​ກຸງ Tripoli ນັບ​ແຕ່​ວັນ​ອາທິດ​ຜ່ານ​ມາ ນອກຈາກ​ພວກ​ທີ່​ເສຍ​ຊີວິດ​ໄປ​ແລ້ວ 233 ຄົນ​ນັ້ນ ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ຢູ່​ໃນແຂວງ​ຕ່າງໆ​ໃນ​ພາກ​ຕາ​ເອອກ​ຂອງ​ປະ​ເທດ. ບັນດາ​ກຸ່ມ​ຝ່າຍ​ຄ້ານ​ກ່າວ​ວ່າ ຈໍານວນ​ຜູ້​ເສຍ​ຊີວິດ​ແມ່ນ​ຫລາຍ​ກວ່າ​ນັ້ນ.

XS
SM
MD
LG