ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາລັງນິຍົມກາດດາຟີ ໂຈມຕີ 2 ຫົວເມືອງໃນພາກຕາເວັນ ອອກ ຂອງລີເບຍ


ພວກນິຍົມກາດດາຟີ ພາກັນຮ້ອງໂຮໃຫ້ການສະໜັບສະໜຸນຜູ້ນໍາ
ລີເບຍ ໃນກຸງຕຣີໂປລີ ວັນທີ 2 ມີນາ, 2011
ພວກນິຍົມກາດດາຟີ ພາກັນຮ້ອງໂຮໃຫ້ການສະໜັບສະໜຸນຜູ້ນໍາ ລີເບຍ ໃນກຸງຕຣີໂປລີ ວັນທີ 2 ມີນາ, 2011

ພວກ​ທີ່​ເຫັນ​ເຫດການ​ກ່າວ​ວ່າ ​ພວກ​ກໍາລັງ​ທີ່ຈົງ​ຮັກ​ພັກດີ​ຕໍ່​ທ່ານ Moammar Gadhafi ຜູ້​ນຳລີເບຍ ​ໄດ້​ທໍາ​ການ​ໂຈມ​ຕີ 2 ຫົວ​ເມືອງ​ໃນ​ຄວາມ​ພະຍາຍາມ​ຄັ້ງ​ສໍາຄັນ​ທໍາ​ອິດ​
ຂອງ​ທ່ານ​ ເພື່ອ​ຈະ​ຍຶດ​ເອົາດິນ​ແດນ​ໃນ​ພາກ​ຕາ​ເວັນ​ອອກ
ຂອງ​ປະ​ເທດຄືນ ​ຊຶ່ງ​ສ່ວນ​ຫລາຍ​ຢູ່​ໃນ​ຄວາມ​ຄອບຄອງ​
ຂອງ​ພວກ​ກະບົດ​ນັ້ນ.

ພວກ​ທີ່​ເຫັນ​ເຫດການ​ກ່າວ​ຕໍ່​ພວກ​ອົງການ​ຂ່າວ​ຝ່າຍ​ຕາ​ເວັນຕົກໃນ​ວັນ​ພຸດ​ມື້​ນີ້​ວ່າ ພວກ​ທະຫານ​ນິຍົມ​ທ່ານ​ກາດ​ດາ​ຟີ ​ໄດ້​ທໍາ​ການ​ໂຈມ​ຕີ​ກໍາລັງ​ຝ່າຍ​ກະບົດ​ໃນ​ເມືອງ Brega ​ແລະ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ເມືອງ Ajdabiya ທີ່​ຕັ້ງ​ຢູ່​ໃກ້ໆ​ກັນ​ນັ້ນ. ມີ​ລາຍ​ງານ​ຂ່າວ​ທີ່​ຂັດແຍ່ງ​ກັນກ່ຽວ​ກັບ​ວ່າ ພວກ​ທະຫານ​ທີ່​ຈົງ​ຮັກ​ພັກດີ​ຕໍ່​ທ່ານ​ກາດ​ດາ​ຟີ ​ໄດ້​ຍຶດ​ເອົາ​ເມືອງ Brega ນັ້ນ​ໄດ້​ຫລື​ບໍ່ ຊຶ່ງ​ເປັນ​ເຂດ​ທີ່ມີ​ສະຖານ​ທີ່​ຜະລິດ​ນໍ້າມັນສົ່ງ​ອອກລາຍ​ສໍາຄັນຂອງ​ປະ​ເທດ​ນັ້ນ.

ເມືອງ Brega ​ແລະ​ເມືອງ Ajdabiya ແມ່ນ​ຕັ້ງ​ຢູ່​ໃນ​ທາງຕາ​ເວັນ​ຕົກ​ສຸດຂອງ​ຂົງ​ເຂດ​ພາກຕາ​ເວັນອອກ​ຂອງ​ປະ​ເທດ ຊຶ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ພວກ​ກະບົດ​ ນັບ​ແຕ່​ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແລະ​ພວກ​ທະຫານ​ທີ່​ໂຕນ​ໜີ​ເລີ້ມ​ທໍາ​ການ​ລຸກ​ຮື​ຂຶ້ນໃນ​ເດືອນ​ຜ່ານ​ມາ​ເພື່ອ​ຢາກ​ຍຸດຕິ​ການ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ 42 ປີ​ຂອງ​ທ່ານ​ກາດ​ດາ​ຟີ​ນັ້ນ.

ບັນດາ​ຜູ້​ດາ​ຝ່າຍ​ຄ້ານ​ຂອງ​ລີ​ເບຍ​ໃນເມືອງ Benghazi ທີ່​ໜັ້ນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ກໍາລັງ​ໂຕ້​ວາທີ​ກັນ​ວ່າຈະ​ຂໍ​ຮ້ອງ​ໃຫ້​ຕ່າງປະ​ເທດ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ຕໍ່​ສະຖານ​ທີ່ທາງທະຫານແລະ​ສະຖານ​ທີ່​ສໍາຄັນໆ​ແຫ່ງ​ອື່ນໆຂອງ​ກາດ​ດາ​ຟີຫລື​ບໍ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ບາງ​ຄົນ​ໃນ​ສະພາ​ປົກຄອງ​ເມືອງ Benghazi ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ສະພາບການ​ທີ່​ບໍ່​ໄປ​ບໍ່​ມາ​ຂອງ​ຝ່າຍ​ກະບົດ​ກັບ​ກໍາລັງ​ນິຍົມ​ກາດ​ດາ​ຟີ​ອາດ​ຈະ​ບໍ່​ຍຸດຕິ​ລົງ​ຈັກ​ເທື່ອ ຖ້າ​ບໍ່​ມີ​ການໂຈມ​ຕີ​ທາງ​ອາກາດ​ຈາກ​ຕ່າງ​ຊາດ​ນັ້ນ.

ນາຍ Saif al-Islam ລູກ​ຊາຍ​ຄົນ​ນຶ່ງ​ຂອງ​ທ່ານ​ກາດ​ດາ​ຟີ ກ່າວ​ເຕືອນ​ພວກ​ລັດຖະບານ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ບໍ່​ໃຫ້​ທໍາ​ການ​ເຄື່ອນ​ໄຫວ​ທາງ​ທະຫານ ​ໂດຍ​ກ່າວ​ວ່າ ຖ້າ​ພວກ​ເຂົາ​ເຈົ້າ​ທໍາ​ການ​ໂຈມ​ຕີ ພວກ​ເຮົາ​ກໍ​ຕຽມ​ພ້ອມແລ້ວ.

XS
SM
MD
LG