ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະພາລີເບຍ ທີ່ຖືກຮັບຮູ້ ຈາກສາກົນ ຕໍ່​ຄຳ​ສັ່ງ ກາຍວັນ​ທີ 20 ​ຕຸລາ


ຜູ້ຕາງໜ້າລີເບຍ ໃນ ສະຫະປະຊາຊາດ ທ່ານ Bernardino Leon (ກາງ) ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ ບັນດາສະມາຊິກສະພາ ພາກັນຟັງ.
ຜູ້ຕາງໜ້າລີເບຍ ໃນ ສະຫະປະຊາຊາດ ທ່ານ Bernardino Leon (ກາງ) ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ ບັນດາສະມາຊິກສະພາ ພາກັນຟັງ.

ສະພາ​ລີ​ເບ​ຍທີ່​ຖືກ​ຮັບ​ຮູ້​ຈາກ​ສາກົນ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ຕໍ່​ຄຳ​
ສັ່ງຂອງ​ຕົນ​ໄປ ກາຍ​ກຳນົດວັນ​ທີ 20 ​ເດືອນຕຸລາ ຊຶ່ງ​ເປັນ​ການ​
ເຄື່ອນ​ໄຫວ​ ທີ່​ອາດ​ຈະສ້າງຄວາມສັບສົນ ​ຕໍ່ການດຳເນີນຄວາມ
​ພະ​ຍາ​ຍາມເພື່ອສ້າງສັນ​ຕິພາບຂອງສະຫະ​ປະຊາ​ຊາດ.

​ໂຄສົກ​ສະພາ ຮ້ອງ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ຈັນ​ວານ​ນີ້​ວ່າ
“ເປັນມາດຕະ ການລະມັດລະວັງ ໃນກໍລະນີທີ່ການເຈລະຈາ
ທາງການດ້ານເມືອງເພື່ອຫຼີກຫຼ່ຽງບໍ່ປ່ອຍໃຫ້ເກີດຊ່ອງຫວ່າງ
ດ້ານການເມືອງປະສົບກັບຄວາມລົ້ມແຫລວ.

ບັນດາເຈົ້າໜ້າທີ່ສະຫະປະຊາຊາດພວມພະຍາຍາມຕໍ່ລອງເພື່ອໃຫ້ມີການສ້າງລັດຖະ
ບານສາມັກຄີຊາດໃນລີເບຍທີ່ໄດ້ຕັ້ງກຳນົດໄວ້ບໍ່ໃຫ້ກາຍວັນທີ 20 ຕຸລາ ຊຶ່ງເປັນວັນ
ທີ່ສະພາຄວນທີ່ຈະຖືກຍຸບ ໃນຖານະທີ່ເປັນເສັ້ນຕາຍຂອງຂໍ້ຕົກລົງ.

ຍັງບໍ່ເປັນທີ່ແຈງຂາວເທື່ອວ່າ ບັດນີ້ຈະມີຫຍັງເກີດຂື້ນ.

ລີເບຍ ໄດ້ຖືກແບ່ງແຍກກັນ ລະຫວ່າງສະພາທີ່ຖືກຮັບຮູ້ ແລະພວກຫົວຮຸນແຮງ ອິສລາມ ທີ່ໄດ້ເຂົ້າຍຶດເອົານະຄອນຫລວງ Tripoli ແລະໄດ້ຕັ້ງສະພາຂອງຕົນ ເອງຂື້ນ. ການດຳ
ເນີນຄວາມພະຍາຍາມຂອງສະຫະປະຊາຊາດທີ່ຈະນຳທັງສອງຝ່າຍເຂົ້າມາເປັນລັດຖະ
ບານນຶ່ງດຽວ ມາຮອດປັດຈຸບັນນີ້ ຍັງບໍ່ທັນປະສົບກັບ ຄວາມສຳເລັດເທື່ອ.

ລີເບຍ ໄດ້ເກີດຄວາມວຸ້ນວາຍນັບແຕ່ ຈອມຜະເດັດການທີ່ປົກຄອງປະເທດມາເປັນເວລາ
ດົນນານ Moammar Gadhafi ໄດ້ຖືກໂຄ່ນລົ້ມ ແລະສັງຫານໃນປີ 2011.

XS
SM
MD
LG