ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລູກຊາຍ ມື້ລາງກາດດາຟີ ໂອ້ລົມກັບ ສານອາຍາ ນາໆຊາດ


ລູກຊາຍຂອງມື້ລາງຜູ້ນຳມວມມາກາດດາຟີ ທ້າວ Seif al-Islam Gadhafi
ລູກຊາຍຂອງມື້ລາງຜູ້ນຳມວມມາກາດດາຟີ ທ້າວ Seif al-Islam Gadhafi

ພວມມີການໂອ້ລົມແບບບໍ່ເປັນທາງການລະຫວ່າງລູກຊາຍຂອງມື້ລາງຜູ້ນຳມວມມາກາດດາຟີ
ທີ່ພວມຫຼົບລີ້ໜີການຈັບກຸມຢູ່ໃນເວລານີ້ແລະສານອາຍານາໆຊາດ.

ທ້າວ Seif al-Islam ແມ່ນເປັນທີ່ຕ້ອງການໂຕ ໂດຍສານອາຍານາໆຊາດໃນຂໍ້ຫາກໍ່ໂທດ
ກຳຕ້ານມະນຸດຊາດ. ລາວຖືກກ່າວຫາວ່າໄດ້ສັງຫານພວກພົນລະເຮືອນທີ່ທຳການປະທ້ວງ
ໃນລະຫວ່າງການລຸກຮືຂຶນຕໍ່ຕ້ານອຳນາດການປົກຄອງຂອງບິດາຂອງລາວນັ້ນ.

ໄອຍະການຂອງສານອາຍານາໆຊາດທ່ານ Luis Moreno-Ocampo ກ່າວວ່າໄດ້ມີການ
ຕິດຕໍ່ຜ່ານຄົນກາງຫາທ້າວ Seif al-Islam Gadhafi ເພື່ອໃຫ້ເປັນທີ່ແນ່ໃຈວ່າ ຜູ້ກ່ຽວຈະ
ໄດ້ຮັບການດຳເນີນຄະດີແບບຍຸຕິທຳ. ໃນວັນເສົາມື້ນີ້ ອົງການຂ່າວຣອຍເຕີ້ໄດ້ອ້າງຄຳເວົ້າ
ຂອງໄອຍະການທີ່ກ່າວວ່າທ້າວ Seif al-Islam ໄດ້ກ່າວຜ່ານຄົນກາງວ່າລາວບໍ່ມີຄວາມ
ຜິດໃດໆໃນຂໍ້ຫາເຫຼົ່ານີ້.

ເປັນທີ່ເຊື່ອກັນວ່າ ທ້າວ Seif al-Islam ໄດ້ເດີນທາງຜ່ານທະເລຊາຍຊາຮາຣາໄປຍັງປະ
ເທດເພື່ອນບ້ານໃນອາຟຣິກາແລ້ວ.

ຂະນະດຽວກັນ ອົງການເນໂຕ້ພວມກະກຽມຍຸຕິການປະຕິບັດງານທີ່ດຳເນີນມາເປັນເວລາ
7 ເດືອນຢູ່ໃນລີເບຍໃນມື້ວັນຈັນຈະມານີ້.

ບັນດາລັດຖະມົນຕີຂອງອົງການເນໂຕ້ໄດ້ໃຫ້ການອະນຸມັດຕໍ່ມະຕິທີ່ຈະຢຸດເຊົາການປະຕິ
ບັດງານໃນການໂຈມຕີທາງອາກາດຂ ອງກຸ່ມພັນທະມິດເນໂຕ້ໃນມື້ວັນສຸກວານນີ້. ຜູ້ນຳ
ຂອງອົງການເນໂຕ້ທ່ານ Anders Fogh Rasmussen ກ່າວວ່າການປະຕິບັດງານທາງ
ທະຫານຂອງກຸ່ມພັນທະມິດໄດ້ສິ້ນສຸດລົງແລ້ວໃນເວລານີ້ແລະອົງການເນໂຕ້ຈະມ້ວນທ້າຍ
ການປະຕິບັດງານຂອງຕົນໃນວິທີທີ່ເໝາະສົມແລະມີການຄວບຄຸມ.

ອົງການເນໂຕ້ໄດ້ທຳການຕັດສິນໃຈດັ່ງກ່າວນຶ່ງມື້ຫຼັງຈາກສະພາຄວາມໝັ້ນຄົງຂອງອົງການ
ສະຫະປະຊາຊາດ ໄດ້ລົງຄະແນນສຽງຍົກເລີກ ການມອບໝາຍສິດອຳນາດໃນການສ້າງຕັ້ງ ການປະຕິບັດງານຂອງອົງການເນໂຕ້.

XS
SM
MD
LG