ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະພິຈາລະນາ ຍັດຕິໃຫ້ເນໂຕ້ ຢຸດເຊົາ ການປະຕິບັດງານ ຢູ່ລີເບຍ


ປະທານສະພາໄລຍະຂ້າມຜ່ານແຫ່ງຊາດລີເບຍ ຖ່າຍຮູບຮ່ວມກັບພວກນັກລົບ (26 ຕຸລາ 2011)
ປະທານສະພາໄລຍະຂ້າມຜ່ານແຫ່ງຊາດລີເບຍ ຖ່າຍຮູບຮ່ວມກັບພວກນັກລົບ (26 ຕຸລາ 2011)

ເປັນທີ່ຄາດກັນວ່າ ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດຈະພິຈາລະນາຮ່າງ
ຍັດຕິສະບັບນຶ່ງທີ່ຈະຍັງຜົນໃຫ້ການອະນຸມັດກ່ຽວກັບການປະຕິບັດງານຂອງອົງການເນໂຕ້
ຢູ່ໃນລີເບຍສິ້ນສຸດລົງທັງໆທີ່ໄດ້ມີການຮຽກຮ້ອງຈາກພວກເຈົ້າໜ້າທີ່ລີເບຍໃຫ້ຕໍ່ການປະຕິ
ບັດງານດັ່ງກ່າວອອກໄປຕື່ມອີກ.

ພວກນັກການທູດເວົ້າວ່າ ສະພາຄວາມໝັ້ນຄົງ ອາດຈະພິຈາລະນາຮ່າງຍັດຕິດັ່ງກ່າວໃນ
ວັນພະຫັດມື້ນີ້.

ໃນສັບປະດາແລ້ວ ອົງການເນໂຕ້ໄດ້ປະກາດກ່ຽວກັບແຜນການໃນຂັ້ນຕົ້ນທີ່ຈະຍຸຕິການປະ
ຕິບັດງານໂຈມຕີທາງອາກາດ ທີ່ໄດ້ດຳເນີນມາເປັນເວລາ 6 ເດືອນໃນວັນທີ 31 ຕຸລານີ້. ແຕ່ການປະຊຸມຂອງລັດຖະມົນຕີເນໂຕ້ທີ່ນະຄອນ Brussels ໃນມື້ວານນີ້ ໄດ້ຕັດສິນໃຈທີ່
ຈະເລື່ອນລົງຄວາມເຫັນຂອງຕົນອອກໄປໃສ່ວັນສຸກມື້ອື່ນ.

ຂະນະດຽວກັນ ພວກຜູ້ນຳຊົ່ວຄາວຂອງລີເບຍໄດ້ຮຽກຮ້ອງໃຫ້ອົງການເນໂຕ້ສືບຕໍ່ການປະຕິ
ບັດງານໄປຈົນເຖິງຢ່າງນ້ອຍທ້າຍປີນີ້. ຜູ້ນຳສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍ
ທ່ານ Mustafa Abdel Jalil ກ່າວວ່າການເຄື່ອນໄຫວທີ່ວ່ານີ້ຈະຊ່ອຍປ້ອງກັນບໍ່ໃຫ້ພວກ
ນັກລົບ ທີ່ຈົງຮັກພັກດີຕໍ່ມື້ລາງຜູ້ນຳລີເບຍມວມມາກາດດາຟີ ເຕົ້າໂຮມກັນຄືນອີກແລະຂົ່ມຂູ່
ຕໍ່ຄວາມໝັ້ນຄົງຂອງລີເບຍ.

ຄວາມເປັນໄປໄດ້ກ່ຽວກັບການຕັດສິນໃຈທີ່ຈະຍຸຕິການປະຕິບັດງານມີຂຶ້ນລຸນຫຼັງການເສຍຊີ
ວິດຂອງກາດດາຟີໃນສັບປະດາແລ້ວ. ຜູ້ກ່ຽວໄດ້ຮັບບາດເຈັບສາຫັດ ຂະນະທີ່ກຳລັງຂອງ ລັດຖະບານຊົ່ວຄາວບຸກເຂົ້າໄປໃນເມືອງ Sirte ບ້ານເກີດຂອງຜູ້ກ່ຽວ.

ການປະຕິບັດງານຂອງອົງການເນໂຕ້ຢູ່ໃນລີເບຍໄດ້ເລີ່ມຂຶ້ນພາຍໃຕ້ມະຕິຂອງສະພາຄວາມ ໝັ້ນຄົງອົງການສະຫະປະຊາຊາດ ເພື່ອປົກປ້ອງຄຸ້ມຄອງພົນລະເຮືອນຈາກການໂຈມຕີຂອງ
ກຳລັງທະຫານກາດດາຟີໃນລະຫວ່າງທີ່ເກີດບັນຫາຂັດແຍ້ງ.

XS
SM
MD
LG