ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຈະມີການປະກາດ ການປົດປ່ອຍລີເບຍ ໃນມື້ອື່ນນີ້


ພວກເດັກນ້ອຍລີເບຍ ພາກັນສະຫຼອງທີ່ຄຸ້ມ Souk el-Juma ໃນນະຄອນຫຼວງຕຣີໂປລີ (21 ຕຸລາ 2011)
ພວກເດັກນ້ອຍລີເບຍ ພາກັນສະຫຼອງທີ່ຄຸ້ມ Souk el-Juma ໃນນະຄອນຫຼວງຕຣີໂປລີ (21 ຕຸລາ 2011)

ພວກຜູ້ນຳຂອງລັດຖະບານຊົ່ວຄາວລີເບຍ ວາງແຜນທີ່ຈະປະກາດກ່ຽວກັບການປົດປອ່ຍປະ
ເທດຢ່າງສົມບູນໃນວັນອາທິດມື້ອື່ນ ຊຶ່ງເປັນການເຄື່ອນໄຫວທີ່ຈະເປັນການແຜ້ວທາງສຳລັບ ຂັ້ນຕອນໃນການຈັດຕັ້ງລັດຖະບານໃໝ່.

ເຈົ້າໜ້າທີ່ຂອງສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດ ກ່າວໃນວັນເສົາມື້ນີ້ວ່າ ການປະ
ກາດດັ່ງກ່າວ ຈະມີຂຶ້ນທີ່ເມືອງ Banghazi ຫົວເມືອງໃນພາກຕາເວັນອອກ ທີ່ໄດ້ກາຍເປັນ
ສູນກາງຂອງຂະບວນການຕໍ່ຕ້ານລັດຖະບານ.

ລາຍງານໃນຂັ້ນຕົ້ນແຈ້ງວ່າ ສະພາປົກຄອງໃນໄລຍະຂ້າມຜ່ານຈະປະກາດກ່ຽວກັບການປົດ
ປອ່ຍປະເທດໃນວັນເສົາມື້ນີ້ແຕ່ຍັງບໍ່ມີລາຍງານຂ່າວໃດໆແຈ້ງໃຫ້ຊາບວ່າແມ່ນຫຍັງຄືສາເຫດ
ທີ່ພາໃຫ້ມີການຊັກຊ້າ.

ນອກນັ້ນແລ້ວໃນວັນເສົາມື້ນີ້ອົງການຂ່າວຣອຍເຕີ້ຍັງໄດ້ອ້າງຄຳເວົ້າຂອງນາຍົກລັດຖະມົນ
ຕີຊົ່ວຄາວລີເບຍທ່ານ Mahmoud Jibril ທີ່ກ່າວວ່າ ການເລືອກຕັ້ງເທື່ອທຳອິດຄວນຈະມີ
ຂຶ້ນພາຍໃນເວລາ 8 ເດືອນຊຶ່ງບັນດາຜູ້ມີສິດປ່ອນບັດຈະພາກັນເລືອກເອົາສະມາຊິກສະພາ ແຫ່ງຊາດທີ່ຈະເປັນຜູ້ຮ່າງລັດຖະທຳມະນູນສະບັບໃໝ່ຂອງປະເທດ. ທ່ານໃຫ້ຄວາມເຫັນດັ່ງ
ກ່າວໃນວັນເສົາມື້ນີ້ ຂະນະທີ່ໄປຮ່ວມກອງປະຊຸມເສດຖະກິດໂລກທີ່ປະເທດຈໍແດັນ.

ຂະນະດຽວກັນສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດກໍກຳລັງພິຈາລະນາເບິ່ງວ່າຈະຝັງ
ສົບອະດີດຜູ້ນຳມວມມາກາດດາຟີຍາມໃດແລະຢູ່ບ່ອນໃດ. ຜູ້ກ່ຽວໄດ້ເສຍຊີວິດໃນມື້ວັນພະ
ຫັດຜ່ານມາຫຼັງຈາກພວກນັກລົບປະຕິວັດໄດ້ບຸກເຂົ້າໄປໃນເມືອງ Sirte ຊຶ່ງເປັນບ້ານເກີດ
ຂອງຜູ້ກ່ຽວນັ້ນ.

ສົບຂອງກາດດາຟີໄດ້ຖືກ ນຳໄປວາງສະແດງຢູ່ເທິງເສື້ອນອນໃນໂຮງເຢັນທີ່ເຄີຍໃຊ້ເປັນ
ບ່ອນເກັບຊີ້ນແຫ່ງນຶ່ງທີ່ເມືອງ Misrata.

ໃນມື້ວານນີ້ ພວກທີ່ໄປຢ້ຽມສົບບາງຄົນໄດ້ໃຊ້ໂທລະສັບມືຖືຂອງພວກເຂົາເຈົ້າຖ່າຍເອົາ
ຮູບຂອງກາດດາຟີ. ຮູບວີດີໂອຂອງສົບກາດດາຟີສະແດງໃຫ້ເຫັນວ່າ ມີຮູລູກປືນຢູ່ທາງ
ຂ້າງຊ້າຍຫົວຂອງທ່ານແລະອີກລູກນຶ່ງຢູ່ທີ່ໜ້າເອິກ.

XS
SM
MD
LG