ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຝັງສົບ ທ່ານກາດດາຟີ ອາດຈະຊັກຊ້າ (ເບິ່ງວີດີໂອ)


ຮູບຈາກມືກ້ອງວີດີໂອສະມັກຫຼິ້ນທີ່ພິມເຜີຍແຜ່ໂດຍສື່ສັງຄົມ ແລະອົງການຂ່າວຣອຍເຕີ້ໄດ້ຮັບມາສະແດງໃຫ້ເຫັນ ວ່າ ທ່ານມວມມາກາດດາຟີ ມີເລືອດອາບໂຕ ຫຼັງຈາກນັກພວກນັກລົບ ຂອງລັດຖະບານຊົ່ວຄາວລີເບຍຈັບໄດ້ທີ່ ເມືອງ Sirte (21 ຕຸລາ 2011)
ຮູບຈາກມືກ້ອງວີດີໂອສະມັກຫຼິ້ນທີ່ພິມເຜີຍແຜ່ໂດຍສື່ສັງຄົມ ແລະອົງການຂ່າວຣອຍເຕີ້ໄດ້ຮັບມາສະແດງໃຫ້ເຫັນ ວ່າ ທ່ານມວມມາກາດດາຟີ ມີເລືອດອາບໂຕ ຫຼັງຈາກນັກພວກນັກລົບ ຂອງລັດຖະບານຊົ່ວຄາວລີເບຍຈັບໄດ້ທີ່ ເມືອງ Sirte (21 ຕຸລາ 2011)

ເຈົ້າໜ້າທີ່ຂອງລັດຖະບານຊົ່ວຄາວລີເບຍໄດ້ເລື່ອນແຜນການທີ່ຈະຝັງສົບອະດີດຜູ້ນຳມວມມາ
ກາດດາຟີໃນວັນສຸກມື້ນີ້ ນຶ່ງມື້ຫຼັງຈາກຜູ້ກ່ຽວຖືກຂ້າຕາຍ ໃນຂະນະທີ່ພວກນັກລົບ ຂອງລັດ ຖະບານຊົ່ວຄາວບຸກເຂົ້າໄປໃນເມືອງ Sirte ບ້ານເກີດຂອງຜູ້ກ່ຽວ.

ໃນຂັ້ນຕົ້ນ ເຈົ້າໜ້າທີ່ກ່າວວ່າ ສົບຂອງກາດດາຟີຈະຖືກນຳໄປຝັງໃນວັນສຸກມື້ນີ້ທີ່ສະຖານທີ່
ປິດລັບແຫ່ງນຶ່ງ. ແຕ່ແນວໃດກໍຕາມ ອົງການຂ່າວຕ່າງໆໄດ້ອ້າງຄຳເວົ້າຂອງພວກເຈົ້າໜ້າທີ່ ສະພາປົກຄອງໃນໄລຍະຂ້າມຜ່ານແຫ່ງຊາດຫຼື NTC ທີ່ກ່າວວ່າການຝັງສົບຂອງທ່ານກາດ
ດາຟີອາດຈະມີການຊັກຊ້າເປັນເວລາສອງສາມມື້ ຍ້ອນຄວາມບໍ່ແນ່ນອນ ກ່ຽວກັບສະຖານທີ່
ຝັງສົບແລະຄວາມເປັນໄປໄດ້ກ່ຽວກັບການສືບສວນທີ່ອາດມີຂຶ້ນຂອງສານອາຍານາໆຊາດ.

ຂະນະດຽວກັນເຈົ້າໜ້າທີ່ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ທຳການ ສືບສວນກ່ຽວກັບການເສຍຊີວິດຂອງກາດດາຟີ. ໂຄສົກຂອງສະພາສິດທິມະນຸດ ທ່ານ Ru-
pert Colville ກ່າວໃນວັນສຸກມື້ນີ້ວ່າ ສະພາບການທີ່ຫ້ອມລ້ອມການເສຍຊີວິດຂອງອະດີດ
ຜູ້ນຳລີເບຍແມ່ນບໍ່ຈະແຈ້ງ ແລະຮູບວີດີໂອສະແດງໃຫ້ເຫັນວ່າການຕາຍຂອງຜູ້ກ່ຽວແມ່ນເປັນ
ທີ່ລົບກວນໃຈ.

ຮູບວີດີໂອທີ່ຖ່າຍໂດຍໂທລະສັບມືຖືຈາກເມືອງ Sirte ສະແດງໃຫ້ເຫັນວ່າພວກນັກລົບຂອງ
ລັດຖະບານຊົ່ວຄາວໄດ້ຫາມທ່ານກາດດາຟີທີ່ໄດ້ຮັບບາດເຈັບ ແລະມີເລືອດໄຫຼອອກມານັ້ນ ບໍ່ດົນກ່ອນທີ່ຜູ້ກ່ຽວເສຍຊີວິດ. ຮູບພາບໃນເວລາຕໍ່ມາສະແດງໃຫ້ເຫັນວ່າຜູ້ກ່ຽວປາກົດວ່າໄດ້
ເສຍຊີວິດແລ້ວ.

ມີລາຍງານທີ່ຂັດແຍ້ງກັນ ກ່ຽວກັບວ່າຜູ້ກ່ຽວເສຍຊີວິດແບບໃດ. ນາຍົກລັດຖະມົນຕີຮັກສາ
ການຂອງລີເບຍທ່ານ Mahmoud Jibril ເວົ້າວ່າ ກາດດາຟີຖືກນຳໂຕອອກມາຈາກບ່ອນ ຫຼົບລີ້ໃນທໍ່ລະບາຍນໍ້າແຫ່ງນຶ່ງແລະຕໍ່ມາໄດ້ຮັບບາດເຈັບສາຫັດໃນການຍິງຕໍ່ສູ້ກັນລະຫວ່າງ ພວກນັກລົບທີ່ຈົງຮັກພັກດີແລະພວກຕໍ່ຕ້ານກາດດາຟີ.

ແຕ່ພວກເຈົ້າໜ້າທີ່ຄົນອື່ນໆກ່າວວ່າຜູ້ກ່ຽວໄດ້ຖືກທຸບຕີແລະຖືກຂ້າໃນເວລາຕໍ່ມາ.

ໃນອີກດ້ານນຶ່ງນັ້ນ ຊາວລີເບຍຍັງສືບຕໍ່ພາກັນສະເຫຼີມສະຫຼອງ ໃນການສິ້ນສຸດລົງຂອງຍຸກ
ສະໄໝກາດດາຟີ. ປະຊາຊົນຊາວລີເບຍ ທີ່ມີຄວາມຊື່ນຊົມຍິນດີໄດ້ພາກັນລົງສູ່ຖະໜົນຫົນ
ທາງຊຶ່ງບາງຄົນໄດ້ພາກັນຍິງປືນຂຶ້ນຟ້າ ແລະໂບກທຸງຊາດໃໝ່ຂອງລີເບຍເພື່ອເປັນການສະ
ເຫຼີມສະຫຼອງ.

ເຈົ້າໜ້າທີ່ຂອງສະພາປົກຄອງໄລຍະຂ້າມຜ່ານກ່າວວ່າ ລັດຖະບານຊົ່ວຄາວຂອງລີເບຍຈະ
ປະກາດຢ່າງເປັນທາງການກ່ຽວກັບການປົດປ່ອຍປະເທດຊາດຈາກການປົກຄອງຂອງກາດ
ດາຟີໃນວັນເສົາມື້ອື່ນນີ້ ແລະຈະເລີ້ມເຈລະຈາກ່ຽວກັບການໂອນລັດຖະບານ.

ໃນອີກດ້ານນຶ່ງນັ້ນ ຜູ້ຕາງໜ້າຂອງອົງການເນໂຕ້ກຳລັງປະຊຸມກັນ ທີ່ນະຄອນ Brussels
ໃນວັນສຸກມື້ນີ້ ເພື່ອປຶກສາຫາລືກ່ຽວກັບການຍຸຕິການປະຕິບັດງານເໜືອເຂດນ່ານຟ້າລີເບຍ
ທີ່ດຳເນີນມາໄດ້ 6 ເດືອນກວ່າແລ້ວນັ້ນ. ປະທານາທິບໍດີຝຣັ່ງທ່ານ Nicolas Sarkozy
ກ່າວວ່າ ການເສຍຊີວິດຂອງກາດດາຟີໝາຍຄວາມວ່າການປະຕິບັດງານຂອງອົງການເນໂຕ້
ແມ່ນພວມຈະສິ້ນສຸດລົງ.

ວີດີໂອກ່ຽວກັບບົດຮຽນທີ່ອົງການເນໂຕ້ໄດ້ຮັບ ຢູ່ລີເບຍ

XS
SM
MD
LG