ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນ ຢູ່ທີ່ບ້ານເກີດ ຂອງກາດດາຟີ


ພວກນັກລົບຂອງຝ່າຍປະຕິວັດລີເບຍ ໂຈມຕີກຳລັງນິຍົມກາດດາຟີ ທີ່ເມືອງ Sirte ບ້ານເກີດຂອງທ່ານ (7 ຕຸລາ 2011)
ພວກນັກລົບຂອງຝ່າຍປະຕິວັດລີເບຍ ໂຈມຕີກຳລັງນິຍົມກາດດາຟີ ທີ່ເມືອງ Sirte ບ້ານເກີດຂອງທ່ານ (7 ຕຸລາ 2011)

ພວກນັກລົບຂອງລັດຖະບານຊົ່ວຄາວລີເບຍພວມທຳການສູ້ລົບຢ່າງຂຸ້ນຂ້ຽວກັບພວກທີ່ຈົງ
ຮັກພັກດີຕໍ່ອະດີດຜູ້ນຳມວມມາກາດດາຟີ ໃນຫົວເມືອງທີ່ເປັນບ້ານເກີດຂອງຜູ້ກ່ຽວ.

ພວກທີ່ເຫັນເຫດການເວົ້າວ່າ ສຽງຍິງປືນໃຫຍ່ໄດ້ສັ່ນສະເທືອນເມືອງ Sirte ຂະນະທີ່ພວກ ນັກລົບຂອງສະພາປົກຄອງໄລຍະຂ້າມຜ່ານແຫ່ງຊາດລີເບຍພະຍາມຂະຫຍາຍການຄວບຄຸມ
ຂອງຕົນຢູ່ໃນເມືອງດັ່ງກ່າວ. ການສູ້ລົບກັນໃນມື້ວັນສຸກວານນີ້ແມ່ນມີຈຸດໃຈກາງຢູ່ອ້ອມແອ້ມ
ບໍລິເວນສູນກາງປະຊຸມ Ouagadougou ບ່ອນທີ່ພວກຈົງຮັກພັກດີຕໍ່ກາດດາຟີຕ້ອງຄ້າຍຢູ່
ນັ້ນ.

ພວກນັກລົບຂອງລັດຖະບານຊົ່ວຄາວໄດ້ທຳການສູ້ລົບເພື່ອເຂົ້າຄວບຄຸມເມືອງ Sirte ມາໄດ້
3 ອາທິດແລ້ວ. ພວກເຂົາເຈົ້າທຳນາຍວ່າ ຈະເຂົ້າຢຶດເອົາເມືອງດັ່ງກ່າວທັງໝົດພາຍໃນສອງ
ສາມມື້ຂ້າງໜ້ານີ້.

ນອກນັ້ນພວກຜູ້ບັນຊາການຂອງອົງການເນໂຕ້ທີ່ປະຕິບັດງານຢູ່ລີເບຍກໍເຊື່ອວ່າ ກຳລັງທີ່
ນິຍົມກາດດາຟີ ພວມໃກ້ຈະໄດ້ຮັບການປະລາໄຊແລ້ວ. ເຈົ້າໜ້າທີ່ອະວຸໂສຄົນນຶ່ງ ຂອງກະ
ຊວງປ້ອງກັນປະເທດສະຫະລັດກ່າວໃນມື້ວັນສຸກວານນີ້ວ່າ ພວກຜູ້ບັນຊາການຂອງອົງການ
ເນໂຕ້ເຊື່ອວ່າ ກາດດາຟີບໍ່ໄດ້ເປັນຜູ້ບັນຊາການກຳລັງທີ່ຈົງຮັກພັກດີຂອງທ່ານຕໍ່ໄປແລ້ວ.

XS
SM
MD
LG