ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ຮຽກຮ້ອງໃຫ້ ກາດດາຟີ ຫລີກລ່ຽງ ການນອງເລືອດໃນລີເບຍ


ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ
ວັນທີ 22 ສິງຫາ 2011
ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ວັນທີ 22 ສິງຫາ 2011



















ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ ​ກ່າວ​ວ່າ ການ​ປົກຄອງປະ​ເທດ​ລີ​ເບຍ​ຂອງ​ທ່ານ​ມວມມາ ​ກາດ​ດາ​ຟີ ​ກໍາລັງ​ຈະ​ສິ້ນ​ສຸດ​ລົງ ​ໃນ​ຂະນະ​ທີ່​ພວກ​ປະ​ເທດ​ອາຫຣັບ​ໃນ​ຈໍານວນ​ຫລາຍ​ຂຶ້ນ​ຮັບ​ຮູ້ຝ່າຍ​ຄ້ານ​ລີເບຍ​ວ່າ​ ເປັນ​ຜູ້ຕາງໜ້າ​ທີ່​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ພົນລະ​ເມືອງ​ ທັງ​ປວງ​ຂອງ​ປະ​ເທດ.

ປະທານາທິບໍດີ​ໂອ​ບາ​ມາ​ໄດ້​ຮຽກຮ້ອງ​ໄປ​ຍັງ​ທ່ານ​ກາດ​ດາ​ຟີ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ນອງ​ເລືອດ​ຕໍ່​ໄປ​ອີກ ​ແລະ​ແນະ​ນໍາ​ພວກ​ກໍາລັງ​ທີ່​ຈົງ​ຮັກ ພັກດີ​ທີ່​ຍັງ​ສືບ​ຕໍ່​ທໍາ​ການ​ຕໍ່ສູ້​ຕໍ່​ຢູ່ນັ້ນ ​ໃຫ້​ພາກັນ​ວາງ​ອາວຸດ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ລີ​ເບຍ. ທ່ານ​ໂອ​ບາ​ມມາ​ຍັງ​ໄດ້​ຮຽກຮ້ອງ​ເຊ່ນ​ກັນ​ໄປ​ຍັງ​ພວກ​ກໍາລັງ​ຝ່າຍ​ຄ້ານ​ໃຫ້​ສ້າງ​ຕັ້ງ​ລັດຖະບານ​ປະຊາທິປະ​ໄຕ​ຂຶ້ນ​ໂດຍ​ຜ່ານ​ການ​ເອົາ​ມາດ​ຕະການ​ຕ່າງໆ ​ຢ່າງ​ສັນຕິ ຮວມເອົາທຸກພັກຝ່າຍ​ ແລະ​ຖືກຕ້ອງ​ຊອບ​ທໍາ ​ແລະ​ບໍ່​ໃຫ້ລົງໂທດ ໂດຍການແກ້​ແຄ້ນ​ທີ່​ໃຊ້ຄວາມຮຸນ​ແຮງ​ນັ້ນ.

ທ່ານ​ໂອ​ບາ​ມາ​ເອີ້ນ​ທ່ານ​ມວມມາ​ກາດ​ດາ​ຟີ​ເປັນ​ຈອມຜະເດັດການທີ່ ໄດ້ປະຕິ​ເສດບໍ່ຍອມໃຫ້
ປະຊາຊົນຂອງຕົນມີສິດທິມະນຸດ​ພື້ນຖານ​ນັ້ນ.

ອີ​ຈິບ ປະ​ເທດ​ເພື່ອ​ບ້ານ​ຂອງ​ລີ​ເບຍ​ໄດ້​ປະກາດ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ແລ້ວ​ຕໍ່​ສະພາ​ປົກຄອງ​
ຊາດ​ລະຍະ​ຂ້າມ​ຜ່ານ​ຂອງ​ລີ​ເບຍ​ໃນ​ວັນ​ຈັນ​ວານ​ນີ້​ໃນ​ນາມ​ເປັນ​ຜູ້​ແທນ​ຂອງ​ປະຊາຊົນ​ລີ​ເບຍ​
ນັ້ນ. ປະຊາຊົນ​ລີ​ເລຍ​ໄດ້​ເລີ້ມ​ພາກັນ​ລຸກ​ຮື​ຂຶ້ນ​ຕໍ່ຕ້ານ​ລັດຖະບານ ຫລັງ​ຈາກ​ການ​ປະຕິວັດ​ທີ່​
ອີ​ຈິບທີ່​ໄດ້​ເຮັດ​ໃຫ້ການ​ຄອງ​ອໍານາດ​ມາ​ເປັນ​ເວລາ 3 ທົດ​ສະ​ວັດ​ຂອງ ທ່ານ Hosni Muba
rak ສິ້ນສຸດ​ລົງ​ໃນ​ຕົ້ນ​ປີ​ນີ້.

ສັນນິບາດ​ຊາດ​ອາຫຣັບ ອໍານາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌ແລະ Morocco ຕ່າງກໍ​ຢືນຢັນ​ໃຫ້
ການ​ສະໜັບ​ສະ​ໜຸນຕໍ່​ພວກ​ຝ່າ​ຍຄ້ານ​ເຊ່ນ​ກັນ. ອົງການ​ຂ່າວ MAP ທາງ​ການ​ຂອງ Mo
rocco ກ່າວ​ວ່າ ທ່ານ Taib Fass Fihri ລັດຖະມົນຕີ​ການ​ຕ່າງປະ​ເທດ ຈະ​ເດີນທາງ​ໄປ
ຍັງ​ເມືອງ Benghazi ​ໃນວັນອັງຄານ​ມື້​ນີ້.

ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້ ທ່ານ​ພັນ​ກິ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ຮຽກຮ້ອງ​ໃຫ້​ມີ
ການ​ໂອນ​ອໍານາດ​ຢ່າງ​ລາບ​ລື່ນ ​ແລະ​ກ່າວ​ວ່າ​ສະຫະ​ປະຊາ​ຊາດ​ຕຽມ​ພ້ອມ​ທີ່​ຈະ​ໃຫ້ການ
ຊ່ອຍ​ເຫລືອ​ແກ່​ປະຊາຊົນ​ລີເບຍ​ ຫລັງຈາກ​ບັນຫາ​ຂັດ​ແຍ້​ງກັນ​ສິ້ນ​ສຸດ​ລົງ. ທ່ານ​ພັນ​ກີ​ມູນ
ກ່າວ​ຕື່ມ​ວ່າທ່ານ​ຈະ​ຮຽກ​ກອງ​ປະຊຸມ​ດ່ວນ​ກ່ຽວ​ກັບ​ລີ​ເບຍ​ໃນ​ສັບປະດາ​ນີ້​ກັບ​ພວກ​ອົງການ
ຈັດ​ຕັ້ງ​ໃຫຍ່ໆ ຮວມທັງ​ສະຫະ​ພາບ​ອາ​ຟຣິກາ ສະຫະພາບ​ຢູ​ໂຣບ​ແລະ​ສັນນິບາດ​ຊາດ​ອາ
ຫຣັບ.

XS
SM
MD
LG