ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລີເບຍກ່າວວ່າ ໄດ້ຝັງສົບ ຂອງກາດດາຟີແລ້ວ


ທ່ານມວມມາ ກາດດາຟີ ມື້ລາງຜູ້ນໍາລີເບຍ
ທ່ານມວມມາ ກາດດາຟີ ມື້ລາງຜູ້ນໍາລີເບຍ

ບັນດາ​ເຈົ້າ​ໜ້າ​ທີ່​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ກ່າວ​ວ່າ ສົບ​ຂອງ​ມື້​ລາງ​ຜູ້​ນໍາ​ລີ​ເບຍ ທ່ານ​ມວມມາ​ກາດ​ດາ​ຟີ​ໄດ້​ຖືກ​ຝັງ​ແລ້ວ​ໃນ​ຂຸມທີ່ບໍ່ໄດ້ມີການໝາຍຊື່​ຢູ່ໃນ​ສະຖານ​ທີ່​ປິດລັບ​ແຫ່ງ​ນຶ່ງ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ທ່ານ​ກາດ​ດາ​ຟີ ພ້ອມ​ທັງ​ລູກ​ຊາຍ​ ຄື​ທ້າວ Mutassim ​ແລະ​
ອະດີດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ Abu Bakr Younis ​ໄດ້​ຖືກ​ນຳໄປຝັງ​ໃນ​ຕອນ
ເຊົ້າ​ວັນ​ອັງຄານ​ມື້​ນີ້​ໃນພິທີ​ດຽວ​ກັນນີ້.

ສົບ​ຂອງ​ທ່ານ​ກາດ​ດາ​ຟີ​ໄດ້​ຖືກ​ດອຍ​ໄວ້​ໃຫ້​ປະຊາຊົນ​ເບິ່ງ​ນັບ​ແຕ່​ວັນ​ສຸກ ແລ້ວ​ນີ້​ເປັນ​ຕົ້ນ
ມາ​ຢູ່​ໃນ​ໂຮງ​ເຢັນ​ການ​ຄ້າ​ແຫ່ງ​ນຶ່ງ​ໃນ​ເມືອງ​ທ່າ Misrata ບ່ອນ​ທີ່ພວກ​ຊາວ​ເມືອງພາ
ກັນ​ຢືນ​ລຽນ​ແຖວ​ໄປ​ເບິ່ງສົບ​ນັ້ນ.

ໃນ​ຂະນະ​ດຽວ​ກັນ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນຶ່ງ​ກ່າວ​ວ່າ ຍັງ​ມີ​ພວກ​ອາວຸດຈຳນວນ
ຫຼວງຫຼາຍ​ທີ່ເຈົ້າໜ້າທີ່ຍັງ​ບໍ່​ສາມາດຄວບຄຸມໄດ້ທັງຢູ່ໃນແລະ​ເຂດ​ອ້ອມແອ້ມ​ເມືອງ
Sirte ບ່ອນ​ທີ່ທ່ານ​ກາດ​ດາ​ຟີ​ໄດ້​ຖືກຈັບກຸມ ໃນ​ສັບປະດາຜ່ານ​ມາ​ນີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ທີ່​ມີ​ສຳນັກ​ງານ​ໃນ​ນະຄອນ​ນີວ
ຢອກກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ຕົນໄດ້​ໄປ​ກວດກາ​ເບິ່ງ​ສະ​ຖານ​ທີ່​ສອງ​ແຫ່ງ ​ແລະ​ໄດ້
ພົບ​ເຫັນ​ພວກ​ລູກ​ສອນ​ໄຟຍິງ​ຕໍ່ຕ້ານ​ເຮືອບິນ ລົດ​ຖັງ​ແລະລູກປືນ​ຄົກ ຕະຫຼອດທັງ​ອາ
ວຸດ​ອື່ນໆ. ກຸ່ມ​ດັ່ງກ່າວ​ເວົ້າ​ວ່າ ຕົນ​ໄດ້​ໄປ​ທໍາ​ການ​ຢ້ຽມສະຖານທີ່ທັງ 2 ​ແຫ່ງ​ໃນ​ວັນ
ເສົາຜ່ານ​ມາ​ນີ້ ​ແລະພົບ​ເຫັນວ່າ ສະຖານທີ່ທັງ 2 ແຫ່ງໄດ້ຖືກບຸກເຂົ້າໄປລັກຂະໂມຍ
ເອົາອາວຸດຈຳນວນຫຼວງຫຼາຍອອກໄປ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ຕົນ​ໄດ້​ເຕືອນ​ອໍານາດ
ປົກຄອງ​ຊົ່ວຄາວ​ ແລະ​ກຸ່ມ​ເນ​ໂຕ້​ມາ​ເປັນ​ເວລາຫລາຍ​ເດືອນ​ກ່ຽວ​ກັບ​ພວກ​ອາວຸດ​ທີ່​
ອັນຕະລາຍ​ແລະ​ບໍ່​ມີ​ການ​ຄຸ້ມ​ກັນ​ຄວາມ​ປອດ​ໄພ​ນີ້ ​ແລະ​ວ່າ ການ​ຮັກສາ​ຄວາມ​ປອດ
ໄພ​ໃນ​ສະຖານທີ່​ເກັບ​ມ້ຽນພວກ​ອາວຸດ​ເຫລົ່ານີ້ ຄວນຈະ​ເປັນ​ບຸລິມະສິດຂອງ​ອໍານາດ
ປົກຄອງ​ຊົ່ວຄາວ​ລີ​ເບຍ.

ເບິ່ງວີດີໂອລາຍງານພາສາອັງກິດ ກ່ຽວກັບກຸ່ມສິດທິມະນຸດຮຽກຮ້ອງໃຫ້ສືບສວນ
ກ່ຽວກັບການຕາຍຂອງກາດດາຟີ:

XS
SM
MD
LG