ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

Niger ສົ່ງນາຍ Saadi ລູກຊາຍ ມື້ລາງທ່ານ Gadhafi ໃຫ້ລີເບຍ (ວີດີໂອ)


ທ້າວ Saadi Gaddafi ລູກຊາຍຂອງມື້ລາງ ທ່ານ Muammar Gaddafi ໂອ້ລົມກັບນັກຂ່າວ ທີຫ້ອງການຂອງລາວ ໃນສະໄໝທີ່ພໍ່ຂອງລາວ ຍັງປົກຄອງປະເທດຢູ່ (31 ມັງກອນ 2010)
ທ້າວ Saadi Gaddafi ລູກຊາຍຂອງມື້ລາງ ທ່ານ Muammar Gaddafi ໂອ້ລົມກັບນັກຂ່າວ ທີຫ້ອງການຂອງລາວ ໃນສະໄໝທີ່ພໍ່ຂອງລາວ ຍັງປົກຄອງປະເທດຢູ່ (31 ມັງກອນ 2010)
ລັດຖະບານລີເບຍ ກ່າວວ່າ Niger ໄດ້ສົ່ງໂຕນາຍ Saadi Ga-
dhafi ລູກຊາຍ ຂອງມື້ລາງທ່ານ Moammmar Gadhafi ອະ
ດີດຜູ້ນຳລີເບຍ ໃຫ້ແກ່ຕົນແລ້ວ.

ສຳນັກງານນາຍົກລັດຖະມົນຕີ Ali Zeidan ກ່າວຢູ່ໃນຖະແຫຼງ
ການສະບັບນຶ່ງວ່ານາຍ Saadi Gadhafi ເດີນທາງມາຮອດໃນ
ວັນພະຫັດມື້ນີ້ ແລະເວລານີ້ ຖືກຂັງຢູ່ທີ່ຄຸກ ໃນນະຄອນຫລວງ
Tripoli.

ລູກຊາຍຂອງທ່ານ Gadhafi ໄດ້ຫຼົບໜີໄປອາໄສຢູ່ ໃນປະເທດ
Niger ຊຶ່ງຕັ້ງຢູ່ທາງໃຕ້ຕິດກັບລີເບຍລຸນຫຼັງການລຸກຮືຂຶ້ນຂອງ ປະຊາຊົນທີ່ໄດ້ຮັບການໜຸນຫລັງຈາກກຸ່ມເນໂຕ ທີ່ໄດ້ໂຄ່ນລົ້ມ ແລະສັງຫານພໍ່ຜູ້ກ່ຽວໃນ
ປີ 2011.

ພວກຮູບພາບຂອງລັດຖະບານ ສະແດງໃຫ້ເຫັນວ່າ ນາຍ Saadi ທີ່ແຖຫົວໂລ້ນ ໃສ່ຊຸດສີ ຟ້າເປັນນັກໂທດ. ລີເບຍຢືນຢັດວ່າ ນາຍ Saadi ຈະໄດ້ຮັບການປະຕິບັດຕໍ່ຕາມກົດໝາຍ ສາກົນ.

ນາຍ Saadi ເປັນນຶ່ງໃນບັນດາລູກ 8 ຄົນຂອງທ່ານ Gadhafi ທີ່ລີເບຍຕ້ອງການໂຕມາ ດຳເນີນຄະດີ ໃນຂໍ້ຫາຖານ ທຳການທຸດຈະລິດສໍ້ລາດບັງຫຼວງ ແລະທຳການຂູ່ຂວັນດ້ວຍ ອາວຸດ ໃນຖານະເປັນຫົວໜ້າສະຫະພັນກີລາບານເຕະ ຂອງລີເບຍ.

ສ່ວນອ້າຍຂອງຜູ້ກ່ຽວ ຄືນາຍ Saif al-Islam ສານອາຍານາໆຊາດຕ້ອງການໂຕໄປດຳ ເນີນຄະດີໃນຂໍ້ຫາ ກໍ່ອາຊະຍາກຳຕໍ່ມະນຸດຊາດ ຊຶ່ງເວລານີ້ຜູ້ກ່ຽວຖືກພວກທະຫານບ້ານ ຂອງລີເບຍ ຄວບຄຸມໂຕໄວ້.

Libya - Niger
please wait
Embed

No media source currently available

0:00 0:00:54 0:00
XS
SM
MD
LG