ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນໂຕ້ຫາລືກັນ ເລື້ອງການໂຈມຕີ ໃນລີເບຍ


ແມ່ຍິງລີເບຍຄົນນຶ່ງຖືຮູບພາບກາດດາຟີແລະຄົນອື່ນໆພາກັນໂຮມຊຸມນຸມກັນຢູ່ທາງຂ້າງບໍລິເວນບ້ານພັກກາດດາຟີ ໃນກຸງຕຣີໂປລີ
ວັນທີ 8 ມິຖຸນາ 2011
ແມ່ຍິງລີເບຍຄົນນຶ່ງຖືຮູບພາບກາດດາຟີແລະຄົນອື່ນໆພາກັນໂຮມຊຸມນຸມກັນຢູ່ທາງຂ້າງບໍລິເວນບ້ານພັກກາດດາຟີ ໃນກຸງຕຣີໂປລີ ວັນທີ 8 ມິຖຸນາ 2011

ບັນດາ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຂອງ​ກຸ່ມ​ເນ​ໂຕ້​ກໍານົດ​ຈະ
ພົບ​ປະກັນ​ໃນ​ວັນ​ພຸດ​ມື້​ນີ້​ທີ່​ກຸງ Brussels ປະ​ເທດ Bel
gium ​ເພື່ອ​ປະ​ເມິ​ນ​ເບິ່ງການ​ໂຈມ​ຕີ​ຂອງ​ຕົນ​ໃນ​ລີ​ເບຍ ນຶ່ງ​
ມື້​ຫລັງ​ຈາກ​ຝູງ​ເຮືອບິນ​ລົບ​ຂອງ​ກຸ່ມເນ​ໂຕ້​ທໍາ​ການ​ໂຈມ​ຕີ
ຢ່າງ​ໜັກ​ໃນ​ກຸງ​ຕຣີ​ໂປ​ລີ ຊຶ່ງ​ເປັນ​ການ​ໂຈມ​ຕີ​ທາງອາກາດ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ພຽງ​ບໍ່​ເທົ່າ​ໃດ​ເທື່ອ​ທີ່​ໄດ້​ດໍາ​ເນີນ​ການ​ມາ​ນັບ​ແຕ່​ການ​ປະຕິບັດ​ງານ​ຂອງ​ກຸ່ມ​ພັນທະ​ມິດ​ໄດ້​ເລີ້ມ​ຕົ້ນ​ໃນ​ເດືອນ​ມີນາຜ່ານ​ມາ​ນັ້ນ.

ທ່ານ Anders Fogh Rasmussen ​ເລຂາທິການ​ໃຫຍ່​ຂອງ​ກຸ່ມ​ເນ​ໂຕ້ ກ່າວ​ວ່າ ທ່ານ​ຄາດ​ວ່າ ຈະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ການກະກຽມ​ສໍາລັບ​ອະນາຄົດ​ຂອງ​ລີ​ເບຍ​ທີ່​ບໍ່​ມີ​ຜູ້ນໍາ ມວມມາ​ກາດ​ດາ​ຟີ ທີ່ທ່ານ​ກ່າວ​ວ່າ ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ປະ​ເທດ​ໃນ​ອະດີດ​ນັ້ນ.

ທ່ານ​ກາດ​ດາ​ຟີ​ໄດ້​ປະຕິຍານ​ວ່າ​ຈະ​ທໍາ​ການ​ຕໍ່ສູ້​ຕໍ່​ໄປ ​ແລະ​ທ່ານ​ກ່າວ​ຢູ່ໃນ​ຄໍາ​ປາ​ໄສ​ທີ່​ອັດ​ໄວ້ແລະ​ອອກ​ອາກາດ​ທາງ​ໂທລະພາບລັດຖະບານລີ ເບຍ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ປະຊາຊົນ​ລີ​ເບຍ​ຈະ​ບໍ່​ຍອມ​ຈໍານົນ ​ແລະ​ຈະ​ຢູ່ທີ່​ປະ​ເທດ​ຂອງ​ເຂົາ​ເຈົ້າ​ຕໍ່​ໄປ​ຈົນ​ຮອດ​ບັ້ນສຸ​ດທ້າຍ.

ໃນ​ເວລາ​ຕໍ່​ມາ ​ໂທລະພາບ​ແຫ່ງ​ຊາດ​ໄດ້​ສະ​ແດງ​ຮູບ​ພາບ​ອັນ​ທີ່​ໂທລະພາບ​ເວົ້າ​ວ່າ ​ເປັນ​ການ​ພົບ​ປະກັນ​ລະຫວ່າງ​ທ່ານ​ກາດ​ດາ​ຟີ​ແລະພວກ​ອາວຸ​ໂສ​ຊົນ​ເຜົ່າ​ນັ້ນ. ​ເທື່ອ​ຫລ້າ​ສຸດ​ທີ່​ໄດ້​ເຫັນ​ທ່ານ​ກາດ​ດາ​ຟີ​ໃນ​ໂທລະພາບແມ່ນ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້.

ທ່ານ​ນາງ​ຮີນ​ລາຣີ ຄລິ​ນຕັນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດຈະ​ເດີນທາງ​ໄປ​ຍັງປະ​ເທດ​ສະຫະລັດ​ອາຣັບ​ເອ​ເມີ​ເຣັສ ບ່ອນ​ທີ່​ກຸ່ມ 22 ປະ​ເທດ​ຕິດ​ຕໍ່​ກ່ຽວກັບ​ເລື່ອງລີ​ເບຍ​ຈະທໍາ​ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ພະຫັດ​ມື້​ອື່ນ ຮວມທັງ​ຈະ​ເຮັດ​ວິທີ​ໃດ​ດີ​ເພື່ອ​ຊ່ອຍ​ພວກ​ກະບົດ​ລີ​ເບຍ​ໃນ​ການ​ຕໍ່ຕ້ານ​ທ່ານ​ກາດ​ດາ​ຟີ​ນັ້ນ. ກຸ່ມ​ດັ່ງກ່າວ​ໄດ້​ຕົກລົງ​ໃນ​ເດືອນ​ແລ້ວ​ນີ້ ​ເພື່ອ​ຈັດຕັ້ງ​
ກອງ​ທຶນ​ຂຶ້ນ​ເພື່ອ​ຊ່ອຍ​ເຫລືອ​ໃນ​ການ​ຊື້ເຂົ້າປາ​ອາຫານ ຢຸກຢາ​ປົວ​ພະຍາດ​ແລະ​ອຸບປະກອນ ທາງ​ທະຫານໃຫ້​ແກ່​ພວກ​ກະບົດ​ນັ້ນ.

XS
SM
MD
LG