ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມເນໂຕ້ຢຸດ ການປະຕິບັດງານ ໃນລີເບຍ ໃນວັນຈັນມື້ນີ້ (ເບິ່ງວີດີໂອ)


Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.
Washington Nationals relief pitcher Rafael Soriano warms up before an Opening Day baseball game against the Miami Marlins in Washington D.C.



























ກຸ່ມ​ເນ​ໂຕ້​ມີກໍານົດ​ຈະ​ຍຸດຕິ​ການ​ປະກອບ​ພາລະກິດ​ຂອງ​ຕົນ​ໃນ​ລີ​ເບຍ​ໃນ​ວັນ​ຈັນ​ມື້​ນີ້ ຫລັງ
ຈາກ​ທໍາ​ການ​ໂຈມ​ຕີ​ທາງ​ອາກາດ​ມາ​ເປັນ​ເວລາ 7 ​ເດືອນ​ເພື່ອ​ປົກ​ປ້ອງ​ພວກ​ພົນລະ​ເຮືອນ
ພາຍ​ໃຕ້​ອໍານາດ​ທີ່​ໄດ້​ຮັບ​ມອບ​ໝາຍ​ຈາກສະພາຄວາມ​ໜັ້ນຄົງ​ສະຫະ​ປະຊາ​ຊາດ​ນັ້ນ.

ກຸ່ມ​ເນ​ໂຕ້​ໄດ້​ຕັດສິນ​ໃຈ​ຢ່າງ​ເປັນ​ທາງ​ການ​ຍຸດຕິ​ການ​ປະຕິບັດ​ງານຂອງ​ຕົນ​ຫລັງ​ຈາກ​ສະ
ຫະ​ປະຊາ​ຊາດ​ລົບ​ລ້າງ​ການ​ມອບ​ອໍານາດ​ດັ່ງກ່າວໃນ​ອາທິດ​ແລ້ວ​ນີ້ ​ເຖິງ​ແມ່ນ​ພວກ​ຜູ້ນໍາ​
ຂອງ​ອໍານາດ​ປົກຄອງ​ຊົ່ວຄາວ​ລີ​ເບຍ​ ຂໍໃຫ້​ກຸ່ມ​ເນ​ໂຕ້​ດໍາ​ເນີນ​ການ​ຕໍ່​ໄປ​ຈົນ​ຮອດ​ທ້າຍ​ປີ​ນີ້
ຍ້ອນຄວາມ​ເປັນ​ຫ່ວງກັງວົນ​ນໍາ​ຄວາ​ມປອດ​ໄພ​ນັ້ນກໍ​ຕາມ.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ກ່າວ​ວ່າ ລີ​ເບຍ​ປະ
ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຢ່າງ​ໃຫຍ່​ຫລວງໃນ​ການເຕົ້າ​ໂຮມ​ປະ​ເທດ​ໃຫ້ເປັນ​ເອກະ​ພາບ
ກັນ ​ແລະ​ວ່າຄະນະ​ນໍາພາ​ມີພາລະກິດ​ດ້ານການ​ເມືອງ​ທີ່​ສະ​ລັບ​ຊັບຊ້ອນ​ຂວາງ​ໜ້າ​ພວກ​
ເຂົາ​ເຈົ້າ ​ແຕ່ທ່ານ​ນາງ​ກໍ​ໄດ້ກ່າວ​ກັບ​ໜັງສືພິມ Washington Post ວ່າ​ ສະຫະລັດ​ແລະ
ປະ​ເທດອື່ນໆ​ໄດ້​ສະ​ເໜີ​ໃຫ້ການ​ຊ່ອຍ​ເຫລືອ ​ແລະກໍ​ຈະ​ຊ່ອຍ​ລີ​ເບຍ​ໃນ​ທຸກໆ​ວິທີ​ທີ່ພວກ​
ຕົນ​ສາມາດ​ເຮັດ​ໄດ້.

ໃນ​ຂະນະ​ດຽວ​ກັນ ທ່ານ Mahmoud Jibril ນາຍົກ​ລັດຖະມົນຕີ​ຂອງ​ອໍານາດ​ປົກຄອງ
ຊົ່ວຄາວລີ​ເບຍ ​ທີ່​ຈະ​ພົ້ນ​ຈາກ​ຕໍາ​ແໜ່​ງ​ໄປ ​ໄດ້​ຢືນຢັນ​ໃນວັນ​ອາທິດ​ວານ​ນີ້ວ່າ ມີ​ອາວຸດ​
ເຄມີ​ຢູ່ໃນລີ​ເບຍ​ແທ້ ​ແຕ່​ທ່ານ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ບ່ອນ​ເກັບ​ມ້ຽນ​ພວກ​ອາວຸດ
ເຄມີ​ເຫລົ່າ​ນີ້.

ເບິ່ງວີດີໂອ ກ່ຽວກັບການປະຕິບັດງານຂອງເນໂຕ້ ຢູ່ລີເບຍ:

XS
SM
MD
LG