ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອບິນເນໂຕ້ ຖິ້ມລະເບີດ ໃສ່ຫລາຍຈຸດ ໃນກຸງຕຣີໂປລີ


ທ່ານ Franco Frattini ລັດຖະມົນຕີຕ່າງປະເທດອີຕາລີ
(ຂວາມື) ແລະທ່ານ Ali al-Issawi ຮອງປະທານ ສະພາບໍລິຫານ ຂອງສະພາປົກຄອງຊາດໄລຍະຂ້າມຜ່ານຂອງລີເບຍ ຖະແຫລງຕໍ່
ກອງປະຊຸມນັກຂ່າວ ທີ່ກຸງ Rome, ວັນທີ 22 ກໍລະກົດ 2011
ທ່ານ Franco Frattini ລັດຖະມົນຕີຕ່າງປະເທດອີຕາລີ (ຂວາມື) ແລະທ່ານ Ali al-Issawi ຮອງປະທານ ສະພາບໍລິຫານ ຂອງສະພາປົກຄອງຊາດໄລຍະຂ້າມຜ່ານຂອງລີເບຍ ຖະແຫລງຕໍ່ ກອງປະຊຸມນັກຂ່າວ ທີ່ກຸງ Rome, ວັນທີ 22 ກໍລະກົດ 2011

ການ​ໂຈມ​ຕີ​ທາງ​ອາກາດ​ພາຍ​ໃຕ້​ການ​ນໍາພາ​ຂອງ​ກຸ່ມ​ເນ​ໂຕ້ ​ໄດ້​ແນເປົ້າ​ໝາຍ​ໃສ່​ນະຄອນ
ຫລວງ​ຕຣີ​ໂປ​ລີ​ຂອງ​ລີ​ເບຍ ​ໃນ​ເຊົ້າ​ວັນ​ອາທິດມື້​ນີ້.

ພວກ​ທີ່​ເຫັນ​ເຫດການເກີດ​ຂຶ້ນກ່າວ​ວ່າຢ່າງ​ນ້ອຍ​ລະ​ເບີດ​ລູກ​ນຶ່ງ​ໄດ້ແຕກ​ຂຶ້ນ​ຢູ່​ໃກ້ໆ​ກັບ​ບ້ານ
ພັກ​ຂອງ​ທ່ານ​ມວມມາ​ກາ​ດາ​ຟີ ຜູ້​ນໍາ​ລີ​ເບຍ.

ໂທລະພາບ​ແຫ່ງ​ຊາດ​ຂອງ​ລີ​ເບຍ ກໍໄດ້​ລາຍ​ງານ​ຂ່າວ​ການ​ໂຈມ​ຕີ​ທາງ​ອາກາດ​ ໃນ​ນະຄອນ
ຫລວງເຊ່ນ​ກັນ ແຕ່​ບໍ່ໄດ້ໃຫ້ລາຍ​ລະອຽດ​ໃດໆ ​ແລະ​ບໍ່​ມີ​ລາຍ​ງານກ່ຽວ​ກັບ​ຜູ້​ບາດ​ເຈັບ​ແລະ
ລົ້ມ​ຕາຍ.

ໃນວັນ​ເສົາ​ວານ​ນີ້ ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ຄັ້ງ​ນຶ່ງໃນ​ຢ່າງ​ນ້ອຍ 6 ຄັ້ງ ​ໄດ້​ຕົກ​ໃສ່ບໍລິ​ເວນ​ກອງ
ບັນຊາ​ການ​ກອງທັບ​ແຫ່ງ​ນຶ່ງ​ ໃນ​ຂົງ​ເຂດ​ກຸງ​ຕຣີ​ໂປ​ລີ​ນັ້ນ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຸ່ມ​ເນ​ໂຕ້​ ມີ​ຈຸດປະສົງ​ເພື່ອ​ປົກ​ປ້ອງ​ພວກພົນລະ​ເຮືອນ​ແລະ
ເພື່ອໂຈມ​ຕີ​ເປົ້າ​ໝາຍ​ທາງ​ທະຫານແຫ່ງ​ຕ່າງໆ​ຂອງລັດຖະບານ​ລີ​ເບຍ.

XS
SM
MD
LG